ກຸ່ມບໍລິສັດ Central ຂອງ ໄທມີແຜນການເປີດກວ້າງການລົງທຶນຢູ່ ຫວຽດນາມ

06:30 | 25/08/2022

ຍສ​ໝ - ຕາມໜັງສືພິມ Nikkei Asia ແລ້ວ, ກຸ່ມບໍລິສັດຂາຍຍ່ອຍ Central ຂອງ ໄທ ພວມມີແຜນການເປີດກວ້າງການລົງທຶນຢ່າງແຮງຢູ່ຕະຫຼາດພາຍໃນປະເທດ ແລະ ຫວຽດນາມ, ດ້ວຍຄວາມຫວັງວ່າຈະບັນລຸໄດ້ລະດັບການເຕີບໂຕຄວາມຕ້ອງການໃນການຊື້ຂາຍ ເມື່ອພະຍາດໂຄວິດ - 19 ສິ້ນສຸດ.

ກຸ່ມບໍລິສັດ AIA (ອາເມລິກາ) ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງ ຫວຽດນາມ ກຸ່ມບໍລິສັດ AIA (ອາເມລິກາ) ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງ ຫວຽດນາມ
Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ
ພາບ​ປະ​ກອບ: TTXVN
ພາບ​ປະ​ກອບ: TTXVN

Central Retail ແມ່ນສາຂາຂາຍຍ່ອຍໃຫຍ່ຂອງກຸ່ມບໍລິສັດ, ໄດ້ສະຫງວນເງິນຈຳນວນ 848 ລ້ານ USD ເພື່ອ ມາລົງທຶນຢູ່ ຫວຽດນາມ, ເຊິ່ງແມ່ນສະຖານທີ່ເຂົາເຈົ້າຄາດວ່າຈະເພີ່ມລາຍຮັບແຕ່ລະດັບ ກ່ວາ 1 ຕື້ USD ໃນປັດຈຸບັນ ຂຶ້ນເຖິງ ເກືອບ 2,8 ຕື້ USD ໃນ 5 ປີຈະມາເຖິງ ຕາມແຜນການດຳເນີນທຸລະກິດໃນບົດລາຍງານປະຈຳປີຂອງບໍລິສັດນີ້. ແຜນການດັ່ງກ່າວເໝາະສົມກັບການຄາດຄະເນຂອງບັນດານັກໄຈ້ແຍກ, ເຊິ່ງໄດ້ຖືວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະສືບຕໍ່ພັດທະນາຫຼັງພະຍາດໂຄວິດ - 19. ການຄາດຄະເນນີ້ ກໍ່ສະແດງໃຫ້ເຫັນຂົງເຂດຂາຍຍ່ອຍຂອງ ຫວຽດນາມ ເພີ່ມຂຶ້ນ 9%/ປີ ປະມານ 150 ລ້ານ USD.

Central Retail ມີ 340 ສູນ​ການ​ຄ້າ​ ແລະ ​ຮ້ານ​ຄ້າ​ ກໍ່ຄື 10 ຍີ່​ຫໍ້​ຂາຍ​ຍ່ອຍ​ໃນ​ຫວຽດ​ນາມ​, ລວມ​ທັງ Go!, Nguyen Kim, SuperSports ແລະTop Market​, ດຳເນີນທຸລະກິດ​ທີ່​ຫຼາກ​ຫຼາຍປະເພດ​ສິນ​ຄ້າ​ຈາກເຄື່ອງ​ເອ​ເລັກ​ໂຕຣ​ນິກ​, ເຄື່ອງ​ນຸ່ງ​ຫົ່ມ​ກິ​ລາ​ເຖິງ​ເຄື່ອງ​ແຫ້ງ​.

ໄຊພອນ

ເຫດການ
302 Found

Found

The document has moved here.