ຍສໝ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດລັດເຊຍ ປະຈຳຫວຽດນາມ, ທ່ານ Bezdetko Gennady ໄດ້ເນັ້ນໜັກຄືແນວນັ້ນ ເມື່ອໃຫ້ການຕອບສຳພາດຕໍ່ວາລະສານຍຸກສະໄໝກ່ຽວກັບບົດບາດ ແລະ ທີ່ຕັ້ງຂອງການຕ່າງປະເທດປະຊາຊົນໃນການພົວພັນຫວຽດນາມ - ລັດເຊຍ...
ຍສໝ - ຫວ່າງແລ້ວນິ້, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການພົບປະທາງອອນລາຍ ກັບຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ. ຫົວໜ້າຄະນະໂຄສະນາສຶກສາ ຫງວຽນຈ້ອງເຫງຍ ແລະ ຫົວໜ້າຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ Rogelio Polanco ເປັນປະທານຮ່ວມການໂອ້ລົມເຈລະຈາ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ກັບທ່ານ ນາງ Carolina Ache Batlle ຮອງລັດຖະມົນຕີການຕ່າງປະເທດ ອູຣູກວາຍ ໃນຮູບແບບການໂອ້ລົມເຈລະຈາທາງອອນໄລ ເພື່ອປຶກສາຫາລືກ່ຽວກັບສະພາບການຂອງແຕ່ລະປະເທດ, ບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ນັບແຕ່ວັນທີ 14 ຫາວັນທີ 17 ທັນວາ 2021, ກະຊວງປ້ອງກັນປະເທດສົມທົບກັບກະຊວງອຸດສາຫະກຳ ແລະການຄ້າ ເປັນປະທານຮ່ວມຈັດຕັ້ງງານວາງສະແດງ “ຜົນງານພົ້ນເດັ່ນໃນການສົມທົບດ້ານເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດກັບເສດຖະກິດ” ແລະງານຕະຫຼາດນັດການຄ້າປີ 2021 ຜ່ານເຄືອຂ່າຍອິນເຕີແນັດ (VIDEX 2021).
ຍສໝ - ການຢ້ຽມຢາມ ແລະ ເຄື່ອນໄຫວຢູ່ ບູນກາຣີ, ປອກຕູການ ແລະ ເກຼັກ ຂອງທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ໄດ້ສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຂອງ ຫວຽດນາມ ຢູ່ບັນດາເວທີປາໄສການທູດຫຼາຍຝ່າຍ.
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະແດງຄວາມປາດຖະໜາວ່າ ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງດີງາມລະຫວ່າງ ຫວຽດນາມ ແລະ ນິວຊີແລນ ກວ່າອີກ.
ວັນທີ 27 ຕຸລາ, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບສະຖານທູດຈີນ ປະຈໍາ ຫວຽດນາມ ແລະສະຖາບັນຄົ້ນຄວ້າບັນດາບັນຫາສາກົນຈີນ (CIIS) ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້ “ແນວຄິດ ແລະນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ ໃນສະພາບການໃໝ່” ແບບໂດຍກົງ ແລະທາງໄກ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ Park Noh Wan ໃຫ້ຮູ້ວ່າ: ສ.ເກົາຫຼີ ປາດຖະໜາຢາກຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ບົນເສັ້ນທາງແຫ່ງການສ້າງສາ ແລະພັດທະນາ, ກຳລັງປ້ອງກັນຊາຍແດນສອງປະເທດຫວຽດນາມ ແລະລາວ ໄດ້ດຳເນີນການແລກປ່ຽນ, ຮ່ວມມື, ຊ່ວຍເຫຼືອກັນປະຕິບັດສຳເລັດໜ້າທີ່ຢ່າງບໍ່ຢຸດຢັ້ງເພື່ອປະກອບສ່ວນກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ຕອນບ່າຍວັນທີ 13 ຕຸລາ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການປະຊຸມທາງໄກກັບຄະນະຜູ້ແທນວິສາຫະກິດລະດັບສູງ ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).
ຍສໝ - ວົງການເຈົ້າໜ້າທີ່ການາດາ ໄດ້ເນັ້ນໜັກຫຼາຍເທື່ອເຖິງຄວາມສໍາຄັນຂອງສາຍພົວພັນແບບພິເສດ ລະຫວ່າງຫວຽດນາມ ແລະ ການາດາ, ເຊິ່ງໄດ້ຮັບການສ້າງຂຶ້ນບົນພື້ນຖານການຮ່ວມມືດ້ານເສດຖະກິດທີ່ຕິດພັນ ແລະ ການແລກປ່ຽນປະຊາຊົນທີ່ເຂັ້ມແຂງ.
ວັນທີ 25 ກັນຍາ, ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີຕ່າງປະເທດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍ. ການຢ້ຽມຢາມເພື່ອແນໃສ່ຢັ້ງຢືນການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດແມ່ນບູລິມະສິດຂອງຫວຽດນາມ.
ຍສໝ - ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງບັນດາການເຄື່ອນໄຫວຖະແຫຼງຂ່າວການພົວພັນຕ່າງປະເທດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ນຳຮູບພາບຂອງຫວຽດນາມຫຍັບເຂົ້າໃກ້ກັບປະຊາຊົນນອກແວ ແລະນຳຮູບພາບຂອງນອກແວມາສູ່ປະຊາຊົນຫວຽດນາມ...
ຍສໝ - ຕະຫຼອດໄລຍະທີ່ຜ່ານມາ, ການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ ແລະ ການດໍາເນີນທຸລະກິດຂອງປະຊາຊົນຫວຽດນາມ ຢູ່ໃນສາທາລະນະລັດເຊັກ, ແຕ່ປະຊາຄົມຊາວຫວຽດນາມໄດ້ສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນເຊັກ ເພື່ອເອົາຊະນະໂລກລະບາດນີ້, ມານະພະຍາຍາມເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ ກໍ່ຄືຕິດພັນກັນກັບບ້ານເກີດເມືອງນອນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ.
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈີນ ຫາກໍ່ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບ “ແຜນການຮ່ວມມືໄລຍະ 2021 - 2025” ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການສ້າງກຸ່ມປະຕິບັດງານຫັນການຄ້າຫວຽດນາມ - ຈີນ ເປັນສະດວກ, ເພື່ອແນໃສ່ຫັນການພົວພັນທາງການຄ້າ ລະຫວ່າງສອງຝ່າຍເປັນສະດວກ…
ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.
ຍສໝ - ວັນທີ 13 ກັນຍາ, ກະຊວງການຕ່າງປະເທດຈີນ ໄດ້ຢືນຢັນອີກຄັ້ງໜຶ່ງເລື່ອງຖືການພົວພັນກັບຫວຽດນາມ ເປັນສຳຄັນເມື່ອເຕື້ອງເຖິງໝາກຜົນການມາຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ຫວ່າງແລ້ວນີ້.
ຍສໝ - ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແມ່ນການນຳສູງຂັ້ນສູງທຳອິດຂອງ ຫວຽດນາມ ທີ່ເດີນທາງໄປປະຕິບັດງານຢູ່ເອີຣົບ ນັບແຕ່ຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ຢູ່ ຫວຽດນາມ. ການຢ້ຽມຢາມໄດ້ເປັນການປະກອບສ່ວນຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສືບຕໍ່ຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນຮ່ວມມືກັບ ສະຫະພາບເອີຣົບ (ອີຢູ) ແລະ ແບນຊິກ ຂອງຄະນະການນຳຊຸດໃໝ່ຢູ່ ຫວຽດນາມ.
ຍສໝ - ວັນທີ 8 ກັນຍາ, ທີ່ Brussels, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ແບນຊິກ ຫງວຽນວັນຖາວ ໄດ້ຍື່ນໜັງສືມອບສິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຂຶ້ນເຖິງ ເຈົ້າຊີວິດແບນຊິກ Philippe.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945 - 2/9/2021), ທ່ານ ຄໍາໃບ ດໍາລັດ, ກໍາມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານສະພາແຫ່ງຊາດ, ປະທານສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນ ໄປຍັງ ທ່ານ ເຈິນ ວັນ ຕຸຍ, ອະດີດກໍາມະການຄະນະບໍລິຫານງານສູນກາງພັກ, ອະດີດກໍາມະການຄະນະປະຈຳ ສະພາແຫ່ງຊາດ, ອະດີດປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ອະດີດຮອງຫົວໜ້າຄະນະຈັດຕັ້ງສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ.