ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021

06:30 | 23/12/2021

ໃນປະຫວັດສາດແຫ່ງການພົວພັນສາກົນ, ການພົວພັນມິດຕະພາບ ຫວຽດນາມ - ລາວ ແມ່ນການພົວພັນທີ່ເປັນແບບຢ່າງກ່ຽວກັບການຕິດພັນອັນໝັ້ນແກ່ນ, ມີປະສິດທິຜົນລະຫວ່າງສອງຊາດ ໃນພາລະກິດແຫ່ງການຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະຄວາມກ້າວໜ້າທາງສັງຄົມ.

ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ
700 ສະຖານ​ທີ່​​ພັກ​ຢູ່​ຫວຽດນາມ ​ໄດ້​ຮັບ​ກາໝາຍການທ່ອງທ່ຽວ​ແບບ​ຍືນ​ຍົງ 700 ສະຖານ​ທີ່​​ພັກ​ຢູ່​ຫວຽດນາມ ​ໄດ້​ຮັບ​ກາໝາຍການທ່ອງທ່ຽວ​ແບບ​ຍືນ​ຍົງ
undefined
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ. ພາບ: baochinhphu.vn

ປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ເປັນຜູ້ສ້າງພື້ນຖານໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.

ປີ 1977, ສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ ໄດ້ຮັບການລົງນາມ, ກາຍເປັນພື້ນຖານອັນສໍາຄັນເພື່ອໃຫ້ສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ພັດທະນາການພົວພັນ, ຮັບໃຊ້ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດຢ່າງບໍ່ຢຸດຢັ້ງ.

ພາຍຫຼັງກວ່າ 40 ປີແຫ່ງການປະຕິບັດ, ຫວຽດນາມ ແລະລາວ ບັນລຸໄດ້ຜົນງານຫຼາຍຢ່າງໃນກິດຈະການສ້າງສາ, ພັດທະນາປະເທດຊາດ, ຍົກສູງບົດບາດ ແລະຖານະທີ່ຕັ້ງສາກົນ.

ການພົວພັນດ້ານການເມືອງໄດ້ຮັບການຊຸກຍູ້ຢ່າງແຮງ ຄື: ບັນດາການພົບປະຂັ້ນສູງລະຫວ່າງການນໍາສອງຝ່າຍ ໄດ້ດໍາເນີນເປັນປົກກະຕິ; ເພີ່ມທະວີການພົບປະແລກປ່ຽນບົດຮຽນ, ປະສົບການລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ; ພົບປະແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງ ແລະປະຊາຊົນທຸກຊັ້ນວັນນະ. ການຮ່ວມມືໃນຂົງເຂດເສດຖະກິດນັບມື້ນັບອຸດົມສົມບູນ ແລະຫຼາກຫຼາຍຮູບແບບ. ໄລ່ຮອດໝົດເດືອນມິຖຸນາ ປີ 2021, ວົງເງິນການຄ້າລະຫວ່າງສອງປະເທດ ບັນລຸ 671 ລ້ານໂດລາສະຫະລັດ. ຫວຽດນາມ ເປັນນັກລົງທຶນຕ່າງປະເທດໃຫຍ່ທີ 3 ຢູ່ ລາວ ດ້ວຍແຫຼ່ງເງິນລົງທຶນທັງໝົດແມ່ນເກືອບ 5 ຕື້ໂດລາສະຫະລັດ. ບາງໂຄງການເຊື່ອມຕໍ່ການຄົມມະນາຄົມຍຸດທະສາດ ກໍາລັງຜັນຂະຫຍາຍຢ່າງຕັ້ງໜ້າ. ລາວ ນອນໃນກຸ່ມ 15 ຕະຫຼາດແຖວໜ້າຂອງການທ່ອງທ່ຽວຫວຽດນາມ. ສອງປະເທດໄດ້ຮັບຮອງເອົາຍຸດທະສາດພັດທະນາການທ່ອງທ່ຽວວິໄສທັດຮອດປີ 2025. ການຮ່ວມມືດ້ານການສຶກສາ, ກໍ່ສ້າງ ໄດ້ຮັບການຍູ້ແຮງ. ຫວຽດນາມໄດ້ໃຫ້ທຶນການສຶກສາແກ່ນັກຮຽນລາວ ເກືອບ 17.000 ຄົນ ແລະນັບມື້ນັບເພີ່ມຂຶ້ນຕື່ມ.

ບັນດາໝາກຜົນທີ່ບັນລຸໄດ້ນັ້ນແມ່ນກໍາລັງໜູນເພື່ອຊຸກຍູ້ການພົວພັນມິດຕະພາບຫວຽດນາມ - ລາວ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດ ສັງຄົມນິຍົມ ຢູ່ແຕ່ລະປະເທດ, ກໍຄື ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

la.qdnd.vn

ເຫດການ
302 Found

Found

The document has moved here.