ທ່ານປະທານສະພາແຫ່ງຊາດກຳປູເຈຍ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ເຂົ້າຢ້ຽມຂຳ່ນັບຢ່າງສົມກຽດ

11:42 | 09/12/2021

ຍສໝ - ຕອນ​ເຊົ້າ​ວັນ​ທີ 7 ທັນວາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳກຳ​ປູ​ເຈຍ ຫງວຽນ​ຮຸຍ​ຕັງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ ທ່ານ Samdech Akka Moha Ponhea Chakrei Heng Samrin ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ.

ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຂອງສອງປະເທດ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຂອງສອງປະເທດ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ

ໂດຍສະແດງຄວາມຊົມເຊີຍ ​ແລະ ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ທີ່​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ, ປະທານ​ສະພາ​ແຫ່ງ​ຊາດ Samdech Heng Samrin ​ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ການ​ຮ່ວມ​ມື​ແບບ​ຍືນ​ຍົງ, ຮອບດ້ານ ​ແລະ ຍາວ​ນານ ​ລະ​ຫວ່າງ​ສອງ​ປະ​ເທດ, ກໍ່​ຄື​ ການ​ພົວ​ພັນທີ່​ສະ​ໜິດ​ຕິດພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ ແລະ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ​ໄດ້​ສະແດງຄວາມຂອບ​ອົກ​ຂອບ​ໃຈ​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ໄດ້ສະຫຼະເວລາ​ອັນ​ລ້ຳ​ຄ່າໃຫ້ການຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ເຂົ້າຢ້ຽມຂຳ່ນັບ; ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ສະໜິດສະໜົມ​ຂອງ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​ເຖິງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ Samdech Akka Moha Ponhea Chakrei Heng Samrin.

ທ່ານປະທານສະພາແຫ່ງຊາດກຳປູເຈຍ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ເຂົ້າຢ້ຽມຂຳ່ນັບຢ່າງສົມກຽດ
ທ່ານປະທານສະພາແຫ່ງຊາດກຳປູເຈຍ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ເຂົ້າຢ້ຽມຂຳ່ນັບຢ່າງສົມກຽດ. (ພາບ: baoquocte)

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳ, ຮູ້​ບຸນ​ຄຸນ ​ແລະ ​ນັບຖືຢ່າງສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ປະຊາຊົນກຳປູ​ເຈຍ ​ໃຫ້ ຫວຽດນາມ ​ໃນ​ໄລຍະ​ຕ່າງໆ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະແດງຄວາມຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ໃນ​ທຸກ​ດ້ານ​ທີ່​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ບັນ​ລຸ​ໄດ້, ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ ກະສັດ​ Norodom Sihamoni, ການ​ຊີ້​ນຳ​ຂອງ​ສະ​ພາ​ສູງ, ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ​ກຳ​ປູ​ເຈຍ, ພິ​ເສດ​ແມ່ນ​ໃນການປ້ອງກັນຕ້ານວຽກ​ງານ​ໂຄວິດ-19 ​ແລະ ນະ​ໂຍບາຍ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ເສດຖະກິດ-ສັງຄົມ​ຂອງ​ກຳປູ​ເຈຍ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ໄດ້ຢືນຢັນ​ວ່າ: ຈະ​ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ການປ້ອງ​ກັນ​ປະ​ເທດ - ປ້ອງກັນຄວາມສະຫງົບ, ​ເສດຖະກິດ, ການ​ຄ້າ, ກະສິກຳ ​ແລະ ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​ໂຄ​ວິດ-19 ກໍ່ຄື ໃນຫຼາຍຂົງເຂດອື່ນໆ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Samdech Heng Samrin ​ເນັ້ນ​ໜັກ​ວ່າ: ກຳປູ​ເຈຍ ​ແລະ ຫວຽດນາມ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ການ​ພົວພັນ​ຮ່ວມ​ມື​ທີ່ເປັນມູນເຊື້ອ​ມາ​ແຕ່​ດົນ​ນານ, ມີ​ຄວາມ​ທຸກ​ຍາກ​ລຳບາກ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ສະພາບ​ການ.

ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ໃນ​ປະຈຸ​ບັນ ​ແມ່ນ​ຍ້ອນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ຕ້ອງ​ສືບ​ຕໍ່ເພີ່ມພູນຄູນສ້າງ ໃຫ້ແກ່​ບັນດາ​ລຸ້ນຄົນ​ໃນ​ອະນາຄົດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ຫວຽດນາມ ບັນລຸ​ໄດ້​ໃນ​ທຸກ​ຂົງ​ເຂດ, ​ແລະ ສະແດງຄວາມຂອບ​ໃຈ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່ຍາມ​ໃດ​ກໍ່​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ໜູນ​ຊ່ວຍ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ວຽກ​ງານ​ສ້າງສາ ​ແລະ ພັດທະນາ​ກຳປູ​ເຈຍ; ໃນນັ້ນມີກິດຈະການ ອາຄານການປົກຄອງບໍລິຫານຂອງສະພາແຫ່ງຊາດກຳປູເຈຍ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Samdech Heng Samrin ​​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ວ່າ: ​ເຖິງ​ວ່າ​ໂລກ​ລະບາດ​ໂຄ​ວິດ-19 ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ກໍ່ຕາມ, ​ແຕ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ ບັນດາ​ຂໍ້​ຕົກລົງ​ລະຫວ່າງ 2 ຝ່າຍ​ຍັງ​ຄົງໄດ້ຮັບການ​ຮັກສາ ​ແລະ ​ເພີ່ມ​ທະວີ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຝາກ​ຄວາມ​ຢື້ຢາມ​ຖາມ​ຂ່າວ ​ເຖິງ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ຫວຽດນາມ ​ແລະ ອວຍພອນ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ປະຈຳ ກຳປູ​ເຈຍ ປະສົບ​ຜົນສຳ​ເລັດ​ໃນ​ອາຍຸ​ການຂອງຕົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.