ການພົວພັນຕ່າງປະເທດປະຊາຊົນປະກອບສວ່ນສໍາຄັນເຂົ້າໃນກໍາລັງແຮງຂອງການທູດຫວຽດນາມ

06:02 | 18/12/2021

ຍສໝ - ປີ 2021, ປະຊາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ ໄດ້ມີຫຼາຍການເຄື່ອນ ໄຫວສະແດງ ແລະເສີມຂະຫຍາຍຊ່ອງທາງການພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການທູດຫວຽດນາມ.

ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ
ພະຍານຫຼັກຖານຂອງການພົວພັນຕ່າງປະເທດຊາຍແດນຫວຽດນາມ-ລາວ ພະຍານຫຼັກຖານຂອງການພົວພັນຕ່າງປະເທດຊາຍແດນຫວຽດນາມ-ລາວ

ພ້ອມກັບການທູດຂອງລັດ ແລະການພົວພັນຕ່າງປະເທດຂອງພັກ, ການເຄື່ອນໄຫວ ພົວພັນຕ່າງປະເທດປະຊາຊົນໄດ້ສ້າງກໍາລັງແຮງສັງລວມໃຫ້ການທູດຫວຽດນາມ, ນໍາມາຫຼາຍຜົນງານໃນປີ 2021 ທີ່ເຕັມໄປດ້ວຍຄວາມຫຍຸ້ງ ຍາກຍ້ອນພະຍາດໂຄວິດ-19. ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ຫງວຽນກວກຮຸ່ງ ຜູ້ອໍານວຍການກອງທຶນຊ່ວຍເຫຼືອຮ່ວມມື ລັດເຊຍ-ຫວຽດນາມ “ມູນເຊື້ອ ແລະມິດຕະພາບ” ເມື່ອຕອບສໍາພາບຂອງນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາສະຫະພັນລັດເຊຍ.

ການພົວພັນຕ່າງປະເທດປະຊາຊົນປະກອບສວ່ນສໍາຄັນເຂົ້າໃນກໍາລັງແຮງຂອງການທູດຫວຽດນາມ
ການພົວພັນຕ່າງປະເທດປະຊາຊົນປະກອບສວ່ນສໍາຄັນເຂົ້າໃນກໍາລັງແຮງຂອງການທູດຫວຽດນາມ. ພາບ: TTXVN

ທ່ານ ຫງວຽນກວກຮຸ່ງ ເນັ້ນໜັກວ່າ ໃນຕະຫຼອດປີ 2021, ພັກ ແລະລັດເຮົາ ໄດ້ເສີມຂະຫຍາຍກໍາລັງແຮງສັງລວມນີ້ໃນທຸກຂົງເຂດຂອງແນວຮົບການພົວພັນຕ່າງປະເທດ. ການຢ້ຽມຢາມທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ໄປຍັງ ສະຫະພັນລັດເຊຍ ດ້ວຍບັນດາຜົນງານ, ສ້າງຄວາມປະທັບໃຈທີ່ເລິກເຊິ່ງໃນຈິດໃຈເພື່ອນມິດລັດເຊຍ ແລະຊ່ວຍຍົກລະດັບການພົວພັນລະຫວ່າງສອງປະເທດ. ຖະແຫຼງການຮ່ວມລະຫວ່າງສອງປະເທດໃນການຢ້ຽມຢາມຄັ້ງນີ້ແມ່ນວາງອອກວິໄສທັດຂອງການພົວພັນຄູ່ຮ່ວມມືຍຸດທະສາດໃນ 10 ປີຈະມາເຖິງ.

ທ່ານ ຫງວຽນກວກຮຸ່ງ ໃຫ້ຮູ້ວ່າ ປີ 2021, ປະຊາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ ກໍ່ໄດ້ມີຫຼາຍການເຄື່ອນໄຫວສະແດງ ແລະເສີມຂະຫຍາຍ ຊ່ອງທາງການພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການທູດຫວຽດນາມ.

ເຖິງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຜົນກະທົບຈາກພະຍາດໂຄວິດ-19, ສະມາຄົມຊາວຫວຽດນາມ ປະຈໍາສະຫະພັນລັດເຊຍ ກໍພ້ອມກັບປະຊາຄົມຊາວ ຫວຽດນາມ ແລະເພື່ອນມິດລັດເຊຍ ຜ່ານກອງທຶນຊ່ວຍເຫຼືອຮ່ວມມື ລັດເຊຍ-ຫວຽດນາມ “ມູນເຊື້ອ ແລະມິດຕະພາບ” ຍັງສາມັກຄີ, ຊ່ວຍເຫຼືອເຊິ່ງ ກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມທັງຍາມໃດກໍ່ມຸ່ງຫາປະເທດຊາດ; ຊ່ວຍເຫຼືອ, ໜູນຊ່ວຍ ແລະຮ່ວມເດີນທາງໃນການຕໍ່ສູ້ຕ້ານພະຍາດໂຄວິດ-19.

ບູນມີ

ເຫດການ
302 Found

Found

The document has moved here.