ປະກອບສ່ວນ​ສ້າງການພົວພັນ​​ຕ່າງປະ​ເທດ​ຂອງ​ຫວຽດນາມ​ຢ່າງ​ຮອບດ້ານ ​ແລະທັນ​ສະ​ໄໝ

16:45 | 15/12/2021

ການ​ພົວພັນຕ່າງປະເທດ​ປະຊາຊົນ ສືບ​ທອດ​ມູນ​ເຊື້ອ​ຮັກ​ຊາດ, ກົມກຽວ ​ແລະມະນຸດ​ສະທຳຂອງ​ຊາດ​ເຮົາ, ​ໄດ້​ຮັບການສ້າງພື້ນ​ຖານ, ຊີ້​ນຳ, ຜັນຂະຫຍາຍໂດຍ​ກົງ​ຂອງ​ປະທານ ໂຮ່ຈີ​ມິນ.

ເສີມຂະຫຍາຍບົດບາດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝ. ເສີມຂະຫຍາຍບົດບາດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝ.
ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ

ໂດຍປະຕິບັດຄໍາສັ່ງເລກທີ 04/CT-TW ລົງວັນທີ 6 ກໍລະກົດ 2011 ຂອງຄະນະ ເລຂາທິການສູນກາງພັກ (ຊຸດທີ XI) ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນວຽກງານການ​ພົວພັນຕ່າງປະເທດ​ປະຊາຊົນໃນສະພາບການໃໝ່, ດ້ວຍຄໍາຂວັນ “ເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ”.

ການ​ພົວພັນຕ່າງປະເທດ​ປະຊາຊົນ​​ໄດ້​ຕັ້ງໜ້າ​ປະຕິບັດ​ແຜນນະ​ໂຍບາຍ​ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍຝ່າຍ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ປະຊາຊົນ​ບັນດາ​ປະ​ເທດ. ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ​ແລະ ອົງການ​ຈັດ​ຕັ້ງ​ປະຊາຊົນ​ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ກັບ​ອົງການ​ແຫ່ງ​ຊາດ, ພາກ​ພື້ນ ​ແລະ ສາກົນ ນັບຫຼາຍພັນແຫ່ງ, ເອົາໃຈໃສ່ໃສ່​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນດາຄູ່​ຮ່ວມ​ມື​ສຳຄັນ, ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອຕາມລວງເລິກ ​ແລະ ​ເປີດກວ້າງ​ການ​ພົວພັນ​ຮ່ວມ​ມືກັບບັນດາຄູ່ຮ່ວມມືໃຫມ່.

ປະກອບສ່ວນ​ສ້າງການພົວພັນ​​ຕ່າງປະ​ເທດ​ຂອງ​ຫວຽດນາມ​ຢ່າງ​ຮອບດ້ານ ​ແລະທັນ​ສະ​ໄໝ

ພິທີປະດັບຫຼຽນໄຊໂຮ່ຈິມິນ ໃຫ້ສະຫະພັນບັນດາອົງການຈັດຕັ້ງມິດຕິພາບຫວຽດນາມ.

ດ້ວຍ​ກຳລັງ​ຫຼັກ​ແຫຼ່ງ​ແມ່ນ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ, ການ​ພົວພັນຕ່າງປະເທດ​ປະຊາຊົນ​ໄດ້​ຕັ້ງໜ້າເສີມຂະຫຍາຍບົດບາດ ​ແລະ ທັດສະນະ​ຂອງ​ຕົນ​ໃນ​ບັນດາ​ກົນ​ໄກ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ອາ​ຊຽນ ​ເຊັ່ນ ສະພາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ສະຫະ​ປະຊາ​ຊາດ (ECOSOC) ແລະ ຄະນະກຳມະການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (AICHR)…

ຄຽງ​ຂ້າງ​ການ​ລະດົມຜັນຂະຫຍາຍ ​ແລະ ປະຕິບັດ​ບັນດາ​ໂຄງການ ​ແລະ ການໜູນ​ຊ່ວຍ​ມະນຸດສະທຳ, ການ​ກຸສົນ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ... ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ຮັບປະກັນ​ບົດບາດ​ເປັນຜູ້ປະສານງານ​ກ່ຽວກັບການພົວພັນ ແລະ ຂົນ ຂວາຍການອຸປະຖໍາທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ພ້ອມທັງເປັນອົງການປະຈໍາການຂອງຄະນະກໍາມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ກັບລັດຖະບານຕ່າງປະເທດ. ປະຈຸ​ບັນ, ຫວຽດນາມ ມີ​ອົງການບໍ່ຂຶ້ກັບລັດຖະບານຕ່າງປະເທດ 500 ກວ່າ​ແຫ່ງ​ທີ່​ມີ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ. ຍອດ​ມູນ​ຄ່າ​ການອຸປະຖໍາອົງການບໍ່ຂຶ້ກັບລັດຖະບານຕ່າງປະເທດ ​ໃນ 5 ປີຜ່ານມາ​ບັນລຸ 1,5 ຕື້ USD, ​ທຽບເທົ່າ​​ເກືອບ 300 ລ້ານ USD/ປີ, ດ້ວຍ​ບັນດາ​ໂຄງການ​ທີ່​ມີ​ປະສິດທິ​ຜົນ, ໄດ້ຜັນ​ຂະຫຍາຍ​ຢູ່ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ເຊິ່ງໄດ້ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກ​ສົງ​ຄາມ, ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ການ​ແກ້​ໄຂ​ບັນ​ຫາ​ສັງ​ຄົມ, ພັດ​ທະ​ນາແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ.

ການພົວພັນຕ່າງປະເທດ​ປະຊາຊົນໄດ້ຕັ້ງໜ້າເຂົ້າໃນການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດແຫ່ງ​ຊາດ ​​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂົນຂວາຍ, ຕໍ່ສູ້ປະຕິເສດ​ຂໍ້​ມູນ​ຂ່າວ​ປອມ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ຫວຽດນາມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິດທິ​ມະນຸດຂອງສະພາສິດທິມະນຸດ ສປຊ ​ຢ່າງ​ສຳ​ເລັດ​ຜົນ, ຂົນຂວາຍເພື່ອນມິດສາກົນ ສະໜັບສະໜູນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແຜນນະໂຍບາຍ​ການ​ແກ້​ໄຂ​ຄວາມຄັດແຍ້ງກັນ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າດ້ວຍ​ທະ​ເລ​ປີ 1982.

ວຽກງານຄົ້ນ​ຄ້ວາ, ເປັນເສນາທິການ, ຂໍ້ມູນຂ່າວສານ​ການ​ຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້ຮັບ​ຄວາມ​ສົນ​ໃຈ ​ແລະ ຊຸກຍູ້. ກອງ​ປະຊຸມ​ສຳ​ມະ​ນາ​ຫຼາຍ​ຄັ້ງ​ໂດຍ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ, ກອງ​ທຶນ​ເພື່ອ​ສັນຕິພາບ ​ແລະ ພັດທະນາ​ຫວຽດນາມ... ຈັດຕັ້ງ​ໄດ້​ສະໜອງ​ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ການ​ຄົ້ນຄວ້າ​ທິດ​ສະ​ດີ, ແຜນຜັງ​ນະ​ໂຍບາຍ ​ແລະ​ ການພົວພັນ​ຕ່າງປະ​ເທດ​​ປະຊາຊົນ. ວາລະສານຍຸກສະໄໝດ້ວຍ 5 ພາສາ​ຕ່າງປະ​ເທດ​ຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ​ແລະ ບັນດາສື່ສິງພິມ, ​ເວັບ​ໄຊ, ​ຂ່າວສານຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ ​ໄດ້​ໃຫ້​ຂໍ້​ມູນ​ຂ່າວ​ສານອັບເດດ, ສ່ອງແສງຫວຽດນາມ ​ຢ່າງ​ມີຊີວິດຊີວາ, ເລິກ​ເຊິ່ງ ​ແລະ ຮອບດ້ານ.

​ການ​ພັດທະນາ​ໃໝ່​ສະພາບ​ການ​ໃນໂລກ ແລະ ພາຍ​ໃນ​ປະ​ເທດ ​ພວມເປີດ​ໂອກາດ ​ແລະ ຄວາມ​ສະດວກໃໝ່, ​ແຕ່​ກໍ່ສ້າງສິ່ງທ້າທາຍຫຼາຍຢ່າງ​ໃຫ້​ປະ​ເທດ​ເຮົາ. ດ້ວຍ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ວິ​ໄສ​ທັດ ​ແລະ ​ເປົ້າ​ໝາຍ​ທີ່​ວ່າ​ ໃນ​ກາງ​ສະຕະວັດ​ນີ້, ຫວຽດນາມ ຈະ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສູງ​ຕາມການກຳນົດທິດສັງຄົມ​ນິຍົມ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ​ໄດ້​ເນັ້ນ​ໜັກ​ເຖິງ​ແຜນນະ​ໂຍບາຍ​ “ປະຕິບັດແນວທາງການພົວພັນ​ຕ່າງປະ​ເທດ​ທີ່ເປັນ​ເອກະລາດ, ​ ​ປະຊາທິປະໄຕ, ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ​ແລະ​ການ​ພັດ​ທະ​ນາຢ່າງສະເໝີຕົ້ນສະເໝີປາຍ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ​ຫຼາຍ​ຝ່າຍ​”.

​ເປັນ​ຄັ້ງ​ທຳ​ອິດ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ໄດ້​ຊີ້​ໃຫ້ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ: “ກໍ່ສ້າງ​ພື້ນຖານການ​ທູດ​ຮອບດ້ານ ​ແລະ ທັນ​ສະ​ໄໝ ດ້ວຍ 3 ​ເສົາ​ຄ້ຳຄື: ການ​ທູດຂອງພັກ, ການ​ທູດຂອງລັດ ​ແລະການ​ທູດ​ປະຊາຊົນ​”.

ອີງ​ຕາມການກຳນົດ​ທິດ​​ດັ່ງກ່າວ, ການພົວພັນຕ່າງປະເທດ​ປະຊາຊົນ​ຈະ​ສຸມ​ໃສ່​ມະນະພະຍາຍາມ ປະຕິບັດບັນດາໜ້າທີ່ດັ່ງລຸ່ມນີ້​ໃຫ້​ສຳ​ເລັດ​ຜົນ ​ຄື:

ທີ​ໜຶ່ງ, ຕັ້ງໜ້າ​ປັບປຸງ ​ແລະ ເປີດກວ້າງຕາໜ່າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສາກົນ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ກົນ​ໄກ​ຮ່ວມ​ມື, ປະດິດຄິດສ້າງປ່ຽນແປງໃໝ່​ເນື້ອ​ໃນ, ຂອບ​ເຂດ ​ແລະ ວິທີການເຄື່ອນໄຫວ​ສັນຕິພາບ, ສາມັກຄີ ​ແລະ ມິດຕະພາບ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ເພີ່ມທະວີການດຶງດູດການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ໄວ​ໜຸ່ມ, ນັກ​ວິທະຍາສາດ... ເພື່ອ​ເພີ່ມ​ທະວີ​ນໍ້າໃຈ​ມິດຕະພາບ ​ແລະ ຍາດແຍ່ງ​ແຫຼ່ງກຳລັງ​ສາກົນ​ເພື່ອ​ຮັບ​ໃຊ້​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດຊາດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ປະຊາຊົນ​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ, ບັນດາປະເທດຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ເພື່ອນມິດທີ່ເປັນ ມູນເຊື້ອ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ.

ທີ​ສອງ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ຈັດຕັ້ງປະຊາຊົນຫວຽດນາມ ​ໃນ​ບັນດາ​ເວທີ​ປາ​ໄສ​ປະຊາຊົນ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ, ​ວຽກ​ງານ​ຂ່າວສານຕ່າງປະເທດ, ການຄົ້ນຄວ້າ ແລະ ເປັນເສນາທິການ; ເພີ່ມທະວີການໂຄສະນາ ​ແລະ ແນະນຳ​ປະ​ເທດ, ປະຊາຊົນ, ວັດທະນະທຳ, ທ່າ​ແຮງບົ່ມຊ້ອນ ​ແລະ ນະ​ໂຍບາຍ​ພັດທະນາ​ຂອງ​ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ ​ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສ ​ຢູ່​ຕ່າງປະ​ເທດ...

ທີ​ສາມ, ສືບ​ຕໍ່​ຍົກ​ສູງ​ສະຕິຄວາມຮູ້ກ່ຽວກັບບົດບາດ, ໜ້າ​ທີ່​ວຽກ​ງານ​ການ​ພົວພັນຕ່າງປະເທດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່, ປັບປຸງ, ບູລະນະການກົງຈັກ​ ​ຂອງ​ກຳລັງ​ສະເພາະກິດການພົວພັນຕ່າງປະເທດຕາມທິດກະທັດຮັດ, ມີ​ປະສິດທິ​ຜົນ, ເອົາໃຈໃສ່​ກໍ່ສ້າງ, ບຳລຸງ​ສ້າງຖັນແຖວພະນັກງານ​ການພົວພັນຕ່າງປະເທດ ປະຊາຊົນ​ທີ່​ເປັນມືອາຊີບ, ມີ​ຄຸນ​ນະພາ​ບ ​ແລະ ມີ​ຄວາມ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ໜ້າທີ່.

ການພົວພັນຕ່າງປະເທດປະຊາຊົນ​ຈະ​ມານະ​ພະຍາຍາມ​ເສີມຂະຫຍາຍມູນເຊື້ອ ອັນ​ສະຫງ່າ​ລາສີ, ມະນາພະຍາຍາມສ້າງ​ຂົວ​ແຫ່ງ​ມິດຕະພາບ​, ສະໜິດຕິິດພັນ, ສ້າງ​ພື້ນຖານ​ສັງຄົມ​ແບບ​ຍືນ​ຍົງ​ໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ການຮ່ວມມື​ລະຫວ່າງ​ຫວຽດນາມ ​ກັບປະ​ເທດຕ່າງໆ ​ແລະ ປະກອບສ່ວນເພີ່ມ ພູນຄູນ​ສ້າງ “​ສັນຕິພາບ ​ແລະ ມິດຕະພາບລະຫວ່າງ​ປະຊາຊົນ​ທົ່ວ​ໂລກ” ຕາມຄວາມມຸ່ງມາດປາດຖະໜາຂອງລຸງໂຮ່.

ບູນມີ

302 Found

Found

The document has moved here.