ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ

15:42 | 23/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີ​ເລ (25 ມີນາ 1971 – 25 ມີນາ 2021).

ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ
ສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ຢູ່ຮ່າໂນ້ຍ ມອບເງິນຈຳນວນ 50 ລ້ານດົ່ງໃຫ້ກອງທຶນປ້ອງກັນຕ້ານ COVID-19 ສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ຢູ່ຮ່າໂນ້ຍ ມອບເງິນຈຳນວນ 50 ລ້ານດົ່ງໃຫ້ກອງທຶນປ້ອງກັນຕ້ານ COVID-19
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ. ພາບ: TTXVN

ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ຜູ້ຊ່ວຍວຽກ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ກົມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ໂດຮຸ່ງຫວຽດ ໃຫ້​ຮູ້​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຈີ​ເລ ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ ຜ່ານ​ບັນດາ​ໝາກຜົນ​ຂອງ​ບັນດາການ​ພົບ​ປະ​ຂັ້ນ​ສູງ ແລະ ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື​; ການ​ແລກປ່ຽນ​ການ​ຄ້າ​ໃນ​ເດືອນ​ກັນຍາ 2021 ບັນລຸ​ເກືອບ 1,5 ຕື້ USD (​ເພີ່ມ​ຂຶ້ນ 59% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020); ບັນດາສັນຍາ, ຂໍ້ຕົກລົງຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ໄດ້​ຮັບ​ການ​ຈັດຕັ້ງປະຕິບັດ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ ​ແລະ ​ນັບມື້ນັບມີ​ຄວາມ​ຫຼາກ​ຫຼາຍ. ສອງ​ຝ່າຍ​ມີ​ບັນດາການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ທີ່​ແທດ​ຈິງ​ເພື່ອ​ຮັບ​ມື​ກັບ​ພະຍາດ​ໂຄ​ວິດ-19, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຈີ​ເລ ປະຈຳ ຫວຽດນາມ Patricio Becker ຢືນຢັນ​ວ່າ: ນ້ຳ​ໃຈ​ມິດຕະພາບ​, ຄວາມ​ສາມັກຄີອັນສະໜິດແໜ້ນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ - ຈີ​ເລ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງ, ປັບປຸງ ແລະ ​ພັດທະນາ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ; ປະກອບສ່ວນ​ໃນການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.