ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ ຄົບຮອບ 30 ປີ

11:38 | 22/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ກັບທ່ານ ນາງ Carolina Ache Batlle ຮອງລັດຖະມົນຕີການຕ່າງປະເທດ ອູ​ຣູກວາຍ ໃນຮູບແບບການໂອ້ລົມເຈລະ​ຈາ​ທາງອອນໄລ ເພື່ອປຶກສາຫາລືກ່ຽວກັບສະພາບການຂອງແຕ່ລະປະເທດ, ບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ໄທ ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ໄທ
ອູຣູກວາຍ  ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ ອູຣູກວາຍ ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ
ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ  ຄົບຮອບ 30 ປີ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ເຂົ້າ​ຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ກັບທ່ານນາງ Carolina Ache Batlle ຮອງລັດຖະມົນຕີການຕ່າງປະເທດ ອູ​ຣູກວາຍ

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຮັບ​ມື ​ແລະ ຄວບ​ຄຸມ​ໂລກ​ລະບາດ​ໂຄ​ວິດ-19 ຂອງ​ສອງ​ປະ​ເທດ, ບັນດາ​ມາດ​ຕະການ​ພວມ​ຜັນ​ຂະ​ຫຍາຍ​ເພື່ອຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ. 2 ຝ່າຍ​ກໍ່​ໄດ້​ກວດກາ ​ແລະ ຕີ​ລາຄາ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມືສອງຝ່າຍ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມືມິດຕະພາບ​ລະ​ຫວ່າງ ຫວຽດນາມ - ອູ​ຣູກວາຍ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ​ມີ​ສະ​ຖຽນ​ລະ​ພາບ ​ແລະ ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

2 ຝ່າຍໄດ້​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເມື່ອ​ມີ​ເງື່ອນ​ໄຂເອື້ອອຳນວຍ, ຮັກສາ​ກົນ​ໄກ​ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ແລະ ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ ​ລະຫວ່າງ​ ສອງ​ກະຊວງ​ການ​ຕ່າງປະ​ເທດ, ບັນດາກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດພາຍ​ໃຕ້ຫຼາຍຮູບຫຼາຍແບບຢ່າງມີປະສິດທິຜົນ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ກວກ​ຢຸງ ຢືນຢັນ​ວ່າ: 2 ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ; ທ່ານ​ກໍ່​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈຕໍ່ອູ​ຣູກວາຍ ​ໃນ​ການ​ສົມທົບ​ກັນ​ທີ່​ດີ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ບັນດາ​ອົງການ​ສາກົນ.

ສ່ວນທ່ານນາງ ​Carolina Ache Batlle ຮອງ​ລັດຖະມົນຕີ ໄດ້ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ​ອູ​ຣູກວາຍ ຢູ່ ອາຊີ; ​ທ່ານ​ນາງ​ໄດ້ເຫັນດີຈະສືບຕໍ່ສົມທົບກັບ ຫວຽດນາມ ໃນວິວັດການເປີດກວ້າງ ແລະ ເຂົ້າເຖິງຕະຫຼາດຂອງ 2 ປະເທດໃນພາກພື້ນ ອາເມລິກາໃຕ້ ແລະ ອາຊີ - ປາຊີຟິກ. ​ຮອງ​ລັດຖະມົນຕີ​ສອງ​ທ່ານໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ, ​ເພື່ອ​ແນ​ໃສ່​ສະ​ເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2023.

2 ຝ່າຍ​ກໍ່​ປຶກສາ​ຫາລື​ຫຼາຍ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ, ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ທັດສະນະ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ອົງການ​ສາກົນ ​ແລະ ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ເຊິ່ງ ຫວຽດນາມ ​ແລະ ອູ​ຣູກວາຍ ​ເປັນ​ສະມາຊິກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.