ພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ທະວີບອາຟຣິກາ

15:49 | 23/12/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມກວາງຫ້ຽວ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ອອນ​ລາຍ​ເພື່ອ​ສະຫຼຸບ​ໄລຍະ​ກາງ​ການ​ປະຕິບັດ​ແຜນຮ່າງ “ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ທະວີບອາ​ຟຣິກາ ໄລຍະ 2016 – 2025”.

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ
ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ
ພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ທະວີບອາຟຣິກາ

ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ທະວີບອາ​ຟຣິກາ. ພາບ: baoquocte.vn

ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະແໜງການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ການ​ນຳ​ບາງແຂວງ, ນະ​ຄອນ​ທີ່​ມີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ທະວີບອາ​ຟ​ຣິ​ກາ; ບາງ​ວິ​ສາ​ຫະກິດ ​ແລະ ສະມາຄົມ​ຂອງ​ຫວຽດນາມ ​ແລະ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ທະວີບອາ​ຟຣິກາ…

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວກັບ: ​ໝາກຜົນ​ການ​ຮ່ວມ​ມື​ອັນແທດຈິງລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ທະວີບອາ​ຟຣິກາ, ບັນດາຂໍ້​ສະດວກ ​ແລະ ຄວາມ​ຫຍຸ້ງຍາກ​ໃນ​ການ​ປະຕິບັດ​ແຜນຮ່າງ​ໄລຍະ 2017-2021; ຕີ​ລາຄາ​ແງ່​ຫວັງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ທະວີບອາ​ຟຣິກາ.

ບັນດາ​ຜູ້​ແທນ​ສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຍູ້ແຮງ​ການພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ທະວີບອາ​ຟຣິກາ, ໃນນັ້ນສຸມ​ໃສ່​ບັນດາ​ຂົງ​ເຂດ​ກະສິກຳ, ສາທາລະນະ​ສຸກ, ການ​ສຶກສາ ​ແລະ ການ​ຄ້າ.

ໄຊພອນ

ເຫດການ
302 Found

Found

The document has moved here.