ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ

15:31 | 23/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ນປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ການ​ທູດ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ທີ່ກັບມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ການ​ຕ່າງປະເທດ ​ຄັ້ງ​ທີ 31.

ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ
ໃຫ້​ບຸ​ລິມ​ະ​ສິດ​ຢ່າງ​ສູງ​ສຸ​ດ, ເພີ່​ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ ຫ​ວຽດ​ນາມ - ກ​ຳ​ປູ​ເຈຍ ໃຫ້​ບຸ​ລິມ​ະ​ສິດ​ຢ່າງ​ສູງ​ສຸ​ດ, ເພີ່​ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ ຫ​ວຽດ​ນາມ - ກ​ຳ​ປູ​ເຈຍ
ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ
ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ. ພາບ: TTXVN

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ຕັ້ງໜ້າ​ເປັນເຈົ້າການປະຕິບັດ​ເພື່ອໃຫ້ການ​​ສັດຕະຍາບັນ​ການ​ເຂົ້າ​ຮ່ວມ ຫຼື ຍຸບ​ເລີກ​ບັນດາສົນທິສັນຍາ​ສາກົນ​ທີ່ ຫວຽດນາມ ​ເປັນ​ສະມາຊິກ, ຮັບປະກັນ​ແນວທາງ​ອັນ​ຖືກຕ້ອງ​ຂອງ​ພັກ, ​ ກົດໝາຍ​ຂອງ​ລັດ; ຄຸ້ມຄອງການ​ປະຕິບັດບັນດາສົນທິສັນຍາ​ສາກົນ​ໂດຍ​ສຸມ​ໃສ່​ບັນດາ​ສັນຍາ​ການ​ຄ້າ​ເສລີ​ສະບັບ​ໃໝ່, ບັນດາສົນທິສັນຍາ​ສາກົນ​ກ່ຽວ​ກັບ​ເຂດ​ຊາຍ​ແດນ, ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພັດທະນາ​ຢ່າງເຂັ້ມ​ແຂງ​, ​ເຊື່ອມ​ໂຍງ ໂດຍໄວ ແລະ ​​ມີ​ປະສິດທິ​ຜົນກວ່າເກົ່າຂອງປະເທດຊາດ, ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນ​ຊາດ, ຄວາມ​ໝັ້ນຄົງ, ​ຮັບປະກັນສິດຜົນປະໂຫຍດລວມຂອງປະເທດຊາດ, ຊົນຊາດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ປາດ​ຖະໜາ​ວ່າ ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການຜູ້ຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດ ຈະຍູ້ແຮງ, ​ເຮັດໃຫ້​ການ​ຮ່ວມ​ມື 2 ຝ່າຍ​ກັບ​ສະພາ​ແຫ່ງ​ຊາດ, ລັດຖາສະພາ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ການ​ພົວພັນ​ພິ​ເສດ, ​ເພື່ອນ​ບ້ານ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ຄູ່​ຮ່ວມ​ມື​ສຳຄັນ​ອື່ນໆເລິກເຊິ່ງກວ່າເກົ່າ; ຍົກລະດັບການຕ່າງປະເທດຫຼາຍຝ່າຍ; ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຍູ້​ແຮງການ​ຄົ້ນຄວ້າ, ຄາດ​ຄະ​ເນ, ເປັນເສນາທິການ​ຍຸດ​ທະ​ສາດ​ໃນຂົງເຂດ​ການ​ຕ່າງປະ​ເທດ ​ເພື່ອເປັນເຈົ້າການໃນການ​ຜັນ​ຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ຕັ້ງໜ້າ ​ແລະ ທັນ​ການ.

ໄຊພອນ

ເຫດການ
302 Found

Found

The document has moved here.