ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຮ້ວ ສະເໜີໃຫ້ ສປຊ ຈົ່ງສືບຕໍ່ເອົາໃຈໃສ່, ຊຸກຍູ້ການເພີ່ມທະວີການເຊື່ອມຕໍ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາການເຄື່ອນໄຫວຂອງ ສປຊ, ລະຫວ່າງບັນດາອົງການຂອງ ສປຊ ກັບສະຫະພັນລັດຖະສະພາໂລກ(IPU) ກໍ່ຄືບັນດາກົນໄກຫຼາຍຝ່າຍທີ່ກ່ຽວຂ້ອງ...
ຍສໝ - ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ຖືວ່າ ບັນດາປະເທດຄວນມີວິທີເຂົ້າເຖິງການຕ້ານການກໍ່ການຮ້າຍຢູ່ໃນລະດັບຊາດ, ພາກພື້ນ ແລະ ທົ່ວໂລກຢ່າງຮອບດ້ານ, ພາຍໃຕ້ບົດບາດສູນກາງປະສານງານຂອງ ສປຊ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ຫວ່າງແລ້ວນີ້, ກະຊວງປ້ອງກັນປະເທດ ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ ພັນຕີ ບຸ່ຍວັນຍູງ ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບວຽກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີ.
ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ພົບປະກັບທ່ານ Amandeep Singh Gill ຮອງເລຂາທິການໃຫຍ່ ສປຊ, ທູດພິເສດຂອງເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບເຕັກໂນໂລຢີ.
ກອງປະຊຸມສຸດຍອດຕໍາຫຼວດ ສປຊ ຄັ້ງທີ 3 (UNCOPS), ເຫດການໃຫຍ່ທີ່ສຸດໂດຍ ສປຊ ຈັດຕັ້ງກ່ຽວກັບຕໍາຫຼວດສາກົນ, ໄດ້ດໍາເນີນທີ່ສໍານັກງານ ສປຊ ຢູ່ New York ໃນລະຫວ່າງວັນທີ 30 ສິງຫາ - 3 ກັນຍາ.
ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງບັນດາການໜູນຊ່ວຍຂອງ ສປຊ, ບັນດາອົງການເຈົ້າໜ້າທີ່ຂອງ ສປຊ ປະຈຳ ຫວຽດນາມ ໃນໄລຍະຜ່ານມາ...
ທ່ານ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ສະເໜີຕໍ່ທ່ານນາງ Pauline Tamasis ວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງບັນດາອົງການຂອງສະຫະປະຊາຊາດ ແລະກະຊວງຕໍາຫຼວດຫວຽດນາມ.
ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບ ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ສະໄໝພິເສດ, ຢ້ຽມຢາມ ແລະເຮັດວຽກ ຢູ່ ອາເມລິກາ ແລະສະຫະປະຊາຊາດ, ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມຮວ່າຍນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການເຄື່ອນໄຫວສອງຝ່າຍກັບບັນດາຄູ່ຮ່ວມມື ຢູ່ ອາເມລິກາ ແລະສະຫະປະຊາຊາດ (ສປຊ).
ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ 76 ເທື່ອຄົນໄປປະຕິບັດໜ້າທີ່ສ່ວນບຸກຄົນ ແລະ ພົນທະຫານ 189 ຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດແກ່ການພັດທະນາແບບຍືນຍົງ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມດັ່ງກ່າວ ແລະ ປາດຖະໜາຢາກເຂົ້າຮ່ວມເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ສະເໜີລະອຽດໃຫ້ເລິກເຊິ່ງກວ່າ.
ຍສໝ - ວັນທີ 15 ມີນາ, ຢູ່ Bentiu (ສາທາລະນະລັດ ຊູດັງໃຕ້), ໄດ້ດໍາເນີນພິທີປະດັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ ໃຫ້ແກ່ສະມາຊິກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 63 ຄົນ ຂອງຫວຽດນາມ ເພື່ອຮັບຮູ້ບັນດາຜົນງານໃນ 1 ປີທີ່ປະຕິບັດໜ້າທີ່.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳສະຫະປະຊາຊາດ (ສປຊ) ແລ້ວ, ກອງປະຊຸມປະຈຳປີຂອງຄະນະກຳມະການພິເສດກ່ຽວກັບກົດບັດ ສປຊ ໄດ້ໄຂຂຶ້ນໃນວັນທີ 23 ກຸມພາ, ໄດ້ປຶກສາຫາລືກ່ຽວກັບບົດບາດຂອງກົດບັດ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອົງການຈັດຕັ້ງພາກພື້ນ.
ຍສໝ - ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິເລກທີ 2612 ວ່າດ້ວຍການຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງ ຄະນະຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ (MONUSCO) ແລະ ປຶກສາຫາລືກ່ຽວກັບສະພາບການ ຢູ່ ຊີຣີ ແລະ ເອທີໂອປີ.
ຍສໝ - ຕອນບ່າຍວັນທີ 14 ທັນວາ, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບ-ຮັບເຄື່ອງອຸປະກອນເພື່ອຮັບໃຊ້ການຝຶກຊ້ອມ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ກົມຮັກສາສັນຕິພາບ ຫວຽດນາມ ໂດຍກະຊວງປ້ອງກັນປະເທດ ອົດສະຕາລີ ຊ່ວຍເຫຼືອ.
ຫວ່າງແລ້ວນີ້, ທີ່ນິວຢອກ, ອາເມລິກາ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະຮັບຜິດຊອບວຽກງານພາຍໃນສູນກາງພັກໄດ້ຕ້ອນຮັບທ່ານ Rebecca Nyandeng De Mabior ຮອງປະທານາທິບໍດີຊູດັງໃຕ້.
ການເຂົ້າຮ່ວມກອງປະຊຸມຢູ່ ສປຊ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບໍ່ພຽງແຕ່ເຮັດໃຫ້ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ພົ້ນເດັ່ນຂຶ້ນໃນເຫດການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກເທົ່ານັ້ນ ຫາກຍັງສືບຕໍ່ນຳມາເຊິ່ງຜົນງານຢ່າງຮອບດ້ານນັບແຕ່ການທູດຫຼາຍຝ່າຍ, ສອງຝ່າຍ, ການທູດວັກຊິນ ຕະຫຼອດຮອດການສົ່ງເສີມການລົງທຶນ.
ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ໃນຕອນເຊົ້າວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານ Kamal Malhotra, ຜູ້ປະສານງານຂອງສະຫະປະຊາຊາດ ປະຈໍາຫວຽດນາມ.