ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເຮັດວຽກກັບຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານນະໂຍບາຍ

06:38 | 27/03/2022

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມດັ່ງກ່າວ ແລະ ປາດຖະໜາຢາກເຂົ້າຮ່ວມເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ສະເໜີລະອຽດໃຫ້ເລິກເຊິ່ງກວ່າ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ແລະ ທ່ານ Volker Turk, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບດ້ານນະໂຍບາຍ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ແລະ ທ່ານ Volker Turk, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບດ້ານນະໂຍບາຍ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ເຮັດວຽກກັບທ່ານ Volker Turk, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບດ້ານນະໂຍບາຍ. ທ່ານ Volker Turk ແມ່ນການນຳຄະນະເລຂາຂອງສະຫະປະຊາຊາດ ຮັບຜິດຊອບການຊຸກຍູ້ຫຼາຍບັນຫາສຳຄັນເຊິ່ງທ່ານເລຂາທິການໃຫຍ່ຍົກອອກໃນບົດລາຍງານ “ໂຄງການດຳເນີນງານລວມ” ເຊິ່ງຫຼາຍປະເທດສະມາຊິກຂອງສະຫະປະຊາຊາດມີຄວາມສົນໃຈ ແລະ ໄດ້ນຳມາປຶກສາຫາລືຫວ່າງມໍ່ໆມານີ້.

ທີ່ການພົບປະ, ທ່ານຮອງເລຂາທິການໃຫຍ່ Volker Turk ຢືນຢັນວ່າ ບັນດາຂໍ້ສະເໜີໃນບົດລາຍງານໄດ້ຕິດພັນຢ່າງແໜ້ນແຟ້ນ ແລະ ແທດຈິງ ເພື່ອແນໃສ່ເປົ້າໝາຍໜູນຊ່ວຍການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຫວັງວ່າ ບັນດາປະເທດສະມາຊິກຈະສະໜັບສະໜູນການຜັນຂະຫຍາຍຂໍ້ລິເລີ່ມສຳຄັນນີ້. ທ່ານ Volker Turk, ສະແດງຄວາມເຄົາລົບຕໍ່ການສະໜັບສະໜູນຂອງ ຫວຽດນາມ, ເຊິ່ງແມ່ນຄູ່ຮ່ວມມືສຳຄັນຂອງສະຫະປະຊາຊາດ ແລະ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງໃນການຜັນຂະຫຍາຍການປະຕິບັດວິວັດທະນາການດັ່ງກ່າວ.

ສ່ວນທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມດັ່ງກ່າວ ແລະ ປາດຖະໜາຢາກເຂົ້າຮ່ວມເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ສະເໜີລະອຽດໃຫ້ເລິກເຊິ່ງກວ່າ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ໃນສະພາບການປະຈຸບັນ, ເພື່ອພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ, ບັນດາປະເທດຄວນເພີ່ມທະວີຊຸກຍູ້ລັດທິຫຼາຍຝ່າຍ ແລະ ຫຼາຍຂໍ້ສະເໜີຂອງທ່ານເລຂາທິການໃຫຍ່ໃນບົດລາຍງານອາດສາມາດຊ່ວຍປະຕິບັດແຜນການລວມສຳຄັນຂອງປະຊາຄົມສາກົນ.

ວິໂອວິ

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.