ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ

10:44 | 29/12/2022

ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກອງທຶນເດັກ ສປຊ ປະຈຳ ຫວຽດນາມ (Unicef) ຈັດກອງປະຊຸມສຳມະນາແນະນຳຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບສິດທິເດັກ ແລະ ບົດລາຍງານແຫ່ງຊາດຄັ້ງທີ 5 ແລະ ທີ 6 ຂອງ ຫວຽດນາມ.

ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023 ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023
ຊາວ​ຫວຽດນາມ​ ອາໄສຢູ່​ລັດ​ເຊຍ​ ແຂ່ງຂັນ​​ປິງປັອງ​ເພື່ອ​ຕ້ອນຮັບ​ປີ​ໃໝ່ ຊາວ​ຫວຽດນາມ​ ອາໄສຢູ່​ລັດ​ເຊຍ​ ແຂ່ງຂັນ​​ປິງປັອງ​ເພື່ອ​ຕ້ອນຮັບ​ປີ​ໃໝ່
ພາບປະກອບ
ພາບປະກອບ

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ການປະຕິບັດຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບສິດທິເດັກ ເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຮັບຜິດຊອບຂອງປະເທດສະມາຊິກ ທີ່ໄດ້ລະບຸໄວ້ໃນສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ.

ທ່ານນາງ ເລຮົ່ງລວານ, ຫົວໜ້າໂຄງການປົກປ້ອງເດັກ, ກອງທຶນເດັກ ສປຊ ປະຈຳ ຫວຽດນາມ, ຖືວ່າ: “ຂໍ້ສະເໜີແນະແມ່ນຂົງເຂດຮອບດ້ານ ເພື່ອໃຫ້ພວກເຮົາພິຈາລະນາ ແລະ ຕີລາຄາຄືນສະພາບການປະຕິບັດກ່ຽວກັບສິດທິເດັກ; ປະກອບສ່ວນສ້າງນະໂຍບາຍ, ກົດໝາຍ ແລະ ແຜນການຊຸກຍູ້ການການປະຕິບັດສິດທິເດັກຢູ່ ຫວຽດນາມ ໃຫ້ດີກ່ວາອີກ. ຄະນະກຳມະການເນັ້ນໜັກບັນດາມາດຕະການປັບປຸງສິດທິເດັກຂອງ ຫວຽດນາມ, ເຊິ່ງລວມມີ: ສືບຕໍ່ກວດກາຄືນ, ປັບປຸງກອບນິຕິກຳ; ຮັບປະກັນການປະຕິບັດສົນທິສັນຍາຢ່າງຄົບຖ້ວນ; ຮັບປະກັນແຫຼ່ງກຳລັງເພື່ອປະຕິບັດສິດທິເດັກ, ເພີ່ມທະວີຂໍ້ມູນຫຼັກຖານກ່ຽວກັບເດັກໃຫ້ແກ່ການວາງແຜນກຳນົດນະໂຍບາຍ, ໂຄສະນາຍົກສູງສະຕິຄວາມຮັບຮູ້ ແລະ ການສຶກສາກ່ຽວກັບສິດທິເດັກ”.

ໄຊພອນ

ເຫດການ
302 Found

Found

The document has moved here.