ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ Antonio Guterres

14:00 | 23/10/2022

ສ່ວນ ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເຫັນດີຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍບັນດາບຸລິມະສິດພັດທະນາຂອງຫວຽດນາມ.

ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້ ເຈົ້າໜ້າທີ່​ຕຳຫຼວດ ຫວຽດ​ນາມ 3 ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ Antonio Guterres. ພາບ: VOV
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ Antonio Guterres. ພາບ: TTXVN

ຕອນເຊົ້າວັນທີ 22 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບ ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫ່ຍ ແຕ່ວັນທີ 21-22 ຕຸລາ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ດ້ວຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຈົນສຸດຄວາມສາມາດ ຂອງຕົນເຂົ້າໃນວຽກງານລວມຂອງ ສປຊ ໃນທຸກເສົາຄ້ຳຂອງ ສປຊ

ສ່ວນ ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເຫັນດີຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍບັນດາບຸລິມະສິດພັດທະນາຂອງຫວຽດນາມ; ຊີ້ນຳບັນດາອົງການວິຊາສະເພາະຂອງ ສປຊ ສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບການໃຫ້ຄຳປຶກສານະໂຍບາຍຟື້ນຟູຫຼັງໂລກລະບາດຕາມທິດສີຂຽວ, ຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ການພົວພັນ ຫວຽດນາມ-ສປຊ ໃຫ້ພັດທະນາຢ່າງຮອບດ້ານ, ມີປະສິດທິຜົນ.

ການນຳສອງທ່ານ ພ້ອມກັນແບ່ງປັນຄວາມວິຕົກກັງວົນ ກ່ຽວກັບການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການປະທະກັນ ໄດ້ກໍ່ໃຫ້ເກີດວິກິດການຄວາມໝັ້ນຄົງດ້ານທັນຍາຫານ, ພະລັງງານທີ່ຊົ່ວຮ້າຍຢູ່ໃນໂລກປະຈຸບັນ, ທີ່ພວມສ້າງສິ່ງທ້າທາຍຢ່າງໃຫ່ຍຫຼວງ ໃນການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະທີ່ຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.