ກະຊວງຕໍາຫຼວດຫວຽດນາມ ຈະສົ່ງພະນັກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ

20:43 | 11/08/2022

ທ່ານ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ສະເໜີຕໍ່ທ່ານນາງ Pauline Tamasis ວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງບັນດາອົງການຂອງສະຫະປະຊາຊາດ ແລະກະຊວງຕໍາຫຼວດຫວຽດນາມ.

ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026

ຕອນບ່າຍວັນທີ 9 ສິງຫາ ທີ່ຮ່າໂນ້ຍ, ກ່າວຄໍາເຫັນທີ່ການຕ້ອນຮັບທ່ານນາງ Pauline Tamasis ຜູ້ປະສານງານຂອງສະຫະປະຊາຊາດ ປະຈໍາ ສສ ຫວຽດນາມ ຄົນໃໝ່, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໃຫ້ຮູ້ວ່າໃນປີນີ້ ກະຊວງຕໍາຫຼວດຫວຽດນາມ ຈະສົ່ງພະນັກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ໃນນັ້ນຮັບປະກັນອັດຕາສ່ວນລະຫວ່າງເພດຕາມຂໍ້ສະເໜີແນະຂອງ ສປຊ; ພ້ອມທັງເນັ້ນໜັກວ່າ ນີ້ແມ່ນພັນທະສາກົນທີ່ສໍາຄັນ, ມີລັກສະນະປະຈໍາ, ຍາວນານຂອງກໍາລັງຕໍາຫຼວດປະຊາຊົນຫວຽດນາມ.

ກະຊວງຕໍາຫຼວດຫວຽດນາມ ຈະສົ່ງພະນັກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ
ທ່ານລັດຖະມົນຕີ ໂຕເລິມ ຕ້ອນຮັບທ່ານນາງ Pauline Tamasis ຜູ້ປະສານງານຂອງສະຫະປະຊາຊາດ ປະຈໍາ ສສ ຫວຽດນາມ. ພາບ: ຫວຽດເກື່ອງ.

ທ່ານລັດຖະມົນຕີ ໂຕເລິມ ສະເໜີຕໍ່ທ່ານນາງ Pauline Tamasis ວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງບັນດາອົງການຂອງສະຫະປະຊາຊາດ ແລະກະຊວງຕໍາຫຼວດຫວຽດນາມ. ໜູນຊ່ວຍພາຫະນະອຸປະກອນ, ຍົກສູງກໍາລັງຄວາມສາມາດສະກັດກັ້ນ ແລະຕ້ານອາດຊະຍາກໍາຂ້າມຊາດໃຫ້ແກ່ກະຊວງຕໍາຫຼວດຫວຽດນາມ ໃນຂົງເຂດ, ຄື: ສະກັດກັ້ນ ແລະຕ້ານອາດຊະຍາກໍາຢາເສບຕິດ, ອາດຊະຍາກໍາສໍ້ລາດບັງຫຼວງ, ອາດຊະຍາກໍາການຄ້າມະນຸດ, ອາດຊະຍາກໍາຟອກເງິນ, ຕ້ານການກໍ່ການຮ້າຍ.

ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ສປຊ ຈະສືບຕໍ່ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ສະໄໝ 2023-2025, ສະໜັບສະໜູນຫວຽດນາມ ໃນຖານະເປັນຮອງປະທານສະມັດຊາໃຫຍ່ ສປຊ.

ສ່ວນທ່ານນາງ Pauline Tamasis ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສປຊ ແລະຫວຽດນາມ ເວົ້າລວມ, ລະຫວ່າງ ສປຊ ແລະກະຊວງຕໍາຫຼວດຫວຽດນາມ ເວົ້າສະເພາະໃຫ້ນັບມື້ນັບປັບປຸງ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.