ຫວຽດນາມ ເນັ້ນໜັກຄວາມຈຳເປັນຂອງການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ

14:00 | 10/11/2022

ວັນທີ 7 ພະຈິກ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ປຶກສາຫາລືຢູ່ນິວຢອກ, ປະເທດ ອາເມລິກາ ກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ.

ນັກ​ຊ່ຽວ​ຊານ ຈີນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ສິດ​ທິ​ຜົນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ນັກ​ຊ່ຽວ​ຊານ ຈີນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ສິດ​ທິ​ຜົນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ
ເຂົ້າ​ຈີ່​ຫວຽດ​ນາມ ​ລອດເຂົ້າທອັບ 10 ອາ​ຫານແຄມ​ຖະ​ຫນົນ​ທີ່ແຊບທີສຸດ​​ໃນ​ໂລກ ເຂົ້າ​ຈີ່​ຫວຽດ​ນາມ ​ລອດເຂົ້າທອັບ 10 ອາ​ຫານແຄມ​ຖະ​ຫນົນ​ທີ່ແຊບທີສຸດ​​ໃນ​ໂລກ
ພາບ: baoquocte.vn
ຫວຽດນາມ ເນັ້ນໜັກຄວາມຈຳເປັນຂອງການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ. ພາບ: baoquocte.vn

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ, ເຊິ່ງເປັນອົງການປຶກສາຫາລື, ຍົກອອກລັດຖະນະໂຍບາຍ ແລະ ມີລັກສະນະຕາງໜ້າທີ່ກ້ວາງຂວາງທີ່ສຸດຂອງ ສປຊ. ທ່ານເອກອັກຄະລັດຖະທູດ ຖືວ່າ: ຄວນເພີ່ມທະວີຄວາມສຳຄັນຂອງການສົມທົບກັນ, ແບ່ງປັນຂໍ້ມູນຂ່າວສານລະຫວ່າງ ສະມັດຊາໃຫຍ່ ກັບບັນດາອົງການຫຼັກແຫຼ່ງຂອງ ສປຊ ກໍ່ຄືຮັບປະກັນລັກສະນະໂປ່ງໃສໃນວິວັດການສ້າງ, ກະກຽມບັນດາຂໍ້ຕົກລົງ, ມະຕິ; ພ້ອມກັບບັນດາມາດຕະການຮັບປະກັນການເຊື່ອມຕໍ່ລະຫວ່າງບັນດາອາຍຸການຂອງປະທານສະມັດຊາໃຫຍ່ ສປຊ, ຄິດໄລ່ເຖິງບັນດາມາດຕະຖານກ່ຽວກັບຄວາມສະໝີພາບລະຫວ່າງຍິງ - ຊາຍ ແລະ ຕາງໜ້າດ້ານພູມສາດເພື່ອແຕ່ງຕັ້ງການນຳຂອງ ສປຊ. ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກວ່າ ໃນໄລຍະປະຈຸບັນ, ສະມັດຊາໃຫຍ່ ສປຊ ຄວນບຸລິມະສິດເພີ່ມທະວີຄວາມມານະພະຍາຍາມຊອກຫາມາດຕະການ ແລະ ການໜູນຊ່ວຍປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ.

ໄຊພອນ

ເຫດການ
302 Found

Found

The document has moved here.