ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ

14:55 | 15/08/2022

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງບັນດາການໜູນຊ່ວຍຂອງ ສປຊ, ບັນດາອົງການເຈົ້າໜ້າທີ່ຂອງ ສປຊ ປະຈຳ ຫວຽດນາມ ໃນໄລຍະຜ່ານມາ...

ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງ ຢູ່ເວທີປາໄສພັດທະນາຂອງ ສປຊ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງ ຢູ່ເວທີປາໄສພັດທະນາຂອງ ສປຊ
ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ
ທ່ານນາງ Pauline Tamesis ແລະ ທ່ານພົນໂທ ຮ່ວາງຊວນຈ໊ຽນ (ພາບ:Hồng Pha/TTXVN)
ທ່ານນາງ Pauline Tamesis ແລະ ທ່ານພົນໂທ ຮ່ວາງຊວນຈ໊ຽນ (ພາບ:Hồng Pha/TTXVN)

ຫວ່າງແລ້ວນີ້, ໃນການຕ້ອນຮັບທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຮ່ວາງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ເນັ້ນໜັກວ່າ: ປີ 2022 ມີຄວາມໝາຍສຳຄັນ, ແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ສປຊ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງບັນດາການໜູນຊ່ວຍຂອງ ສປຊ, ບັນດາອົງການເຈົ້າໜ້າທີ່ຂອງ ສປຊ ປະຈຳ ຫວຽດນາມ ໃນໄລຍະຜ່ານມາ, ຫວັງວ່າ, ໄລຍະຈະມາເຖິງ, ສປຊ ຈະສືບຕໍ່ຮ່ວມເດີນທາງພ້ອມກັບກະຊວງປ້ອງກັນປະເທດ ຫວຽດນາມ ໃນຫຼາຍຂົງເຂດ. ກ່ຽວກັບການເຂົ້າຮ່ວມຂອງ ຫວຽດນາມ ຢູ່ກຳລັງຮັກສາສັນຕິພາບ ສປຊ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ຢັ້ງຢືນວ່າ: ໄລຍະຈະມາເຖິງ, ແຜນນະໂຍບາຍຂອງ ຫວຽດນາມ ແມ່ນເຂົ້າຮ່ວມການເຄື່ອນໄຫວນີ້ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາ, ສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ບັນດາຄຳໝັ້ນສັນຍາ ແລະ ຄຳຕັດສິນໃຈດ້ານການເມືອງຂອງ ຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສ້າງເງື່ອນໄຂສະດວກເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດນີ້.

ທ່ານອາດຈະມັກ

302 Found

Found

The document has moved here.