ໂຮງໝໍກາງສະໜາມຫວຽດນາມ ໄດ້ຮັບຫຼຽນກາຮັກສາສັນຕິພາບ ສປຊ

19:00 | 19/03/2022

ຍສໝ - ວັນທີ 15 ມີນາ, ຢູ່ Bentiu (ສາທາລະນະລັດ ຊູດັງໃຕ້), ໄດ້ດໍາເນີນພິທີປະດັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ ໃຫ້ແກ່ສະມາຊິກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 63 ຄົນ ຂອງຫວຽດນາມ ເພື່ອຮັບຮູ້ບັນດາຜົນງານໃນ 1 ປີທີ່ປະຕິບັດໜ້າທີ່.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026
ລາວ:  ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ ລາວ: ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ

ຕາງໜ້າ​ໂຮງໝໍກາງສະໜາມຂັ້ນ 2 ເລກ 3, ທ່ານນາງ​ພັນ​ເອກ, ທ່ານ​ໝໍ ຈິ້ງມິຮວ່າ, ຜູ້ອຳນວຍການ​ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ​ໄດ້​ກ່າວ​ຄຳ​ປາ​ໄສ​ສະຫຼຸບ​ໝາກຜົນ​ທີ່​ບັນລຸ​ໄດ້​ພາຍຫຼັງ 12 ​ເດືອນ​ນັບ​ແຕ່​ເມື່ອ​ຜັນ​ຂະຫຍາຍ​ໃນ​ວັນ​ທີ 26 ມີນາ 2021 ຢູ່ Bentiu.

ໂຮງໝໍກາງສະໜາມຫວຽດນາມ ໄດ້ຮັບຫຼຽນກາຮັກສາສັນຕິພາບ ສປຊ
ໂຮງໝໍກາງສະໜາມຫວຽດນາມ ໄດ້ຮັບຫຼຽນກາຮັກສາສັນຕິພາບ ສປຊ. ພາບ: vov.vn

ພົນຈັດຕະວາ Dhananjay Joshi ຜູ້ຮັກສາການຜູ້ບັນຊາການກຳລັງ ສະຫະປະຊາຊາດຢູ່ຊູດັງໃຕ້ ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ທີ່ເຂົ້າຮ່ວມການສົມທົບການທະຫານ - ປະຊາຊົນ (CIMIC) ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ເຖິງວ່າມີຄວາມຫຍຸ້ງຫຼາຍກັບວຽກງານວິຊາສະເພາະກໍ່ຕາມ.

ພັນເອກ Waleed Elazizy, ຫົວໜ້າຄະນະແພດທະຫານຄະນະປະຕິບັດງານ, ໃຫ້ຮູ້ວ່າ: “ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນພະຍາດລະບາດໂຄວິດ-19, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງຫວຽດນາມ ໄດ້ມີບົດບາດສຳຄັນໃນ ການປ້ອງກັນ, ຕ້້ານ ແລະຄວບຄຸມການລະບາດຢູ່ຖານທີ່ໝັ້ນ Bentiu, ກໍ່ຄື ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ແລະມີ​ປະສິດທິ​ຜົນ ​ສະກັດ​ກັ້ນ​​ພະຍາດ​ໂຄ​ວິດ-19 ແຜ່​ລະບາດ​ຢູ່​ໂຮງໝໍ, ຮັບປະກັນ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພ​ໃຫ້​ແກ່​ຜູ້​ປິ່ນປົວ.

ບູນມີ

ເຫດການ
302 Found

Found

The document has moved here.