ຫວຽດນາມ ຮ່ວມເດີນທາງພ້ອມກັບສປຊ ປະຕິບັດຄາດຫວັງລວມກ່ຽວກັບໂລກແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ

08:02 | 25/10/2022

ນັບແຕ່ເມື່ອເຂົ້າເປັນສະມາຊິກສະຫະປະຊາຊາດ, ຍາມໃດ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງໜ້າໃນບັນດາການເຄື່ອນໄຫວຂອງອົງການນີ້.

ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ
ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື
ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ
ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ

ປີ 2022 ເປັນຂີດໝາຍໄລຍະທາງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ. ເລື່ອງເຂົ້າເປັນສະມາຊິກສະຫະປະຊາດໄດ້ເປີດໜ້າປະຫວັດສາດໃໝ່ໃນການການພົວພັນຂອງ ຫວຽດນາມ ກັບໂລກ, ຈາກນັ້ນ, ສ້າງເງື່ອນໄຂໃຫ້ແກ່ ຫວຽດນາມ ບໍ່ພຽງແຕ່ຍາດແຍ່ງການຊ່ວຍເຫຼືອຂອງສາກົນໃຫ້ແກ່ການສ້າງສາປະເທດຊາດຄືນໃໝ່ເທົ່ານັ້ນ, ຫາກຍັງນັບມື້ນັບເຂົ້າຮ່ວມ, ປະກອບສ່ວນຢ່າງເລິກເຊິ່ງ ກວ້າງຂວາງໃນວຽກງານລວມຂອງສະຫະປະຊາຊາດ ແລະ ຂອງໂລກອີກດ້ວຍ.

ໃນໄລຍະປະຈຸບັນ, ສະຫະປະຊາຊາດ ຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າໃນການໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໜ້າທີ່ພັດທະນາແບບຍືນຍົງ, ການໜູນຊ່ວຍຊີວິດສັງຄົມ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ກໍຄືການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າປະກອບສ່ວນເຂົ້າໃນເລື່ອງຍົກສູງບົດບາດຂອງສະຫະປະຊາຊາດ. ທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ ເຊິ່ງດຳເນີນໃນວັນທີ 21 ຕຸລາ ຜ່ານມາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ:

“ຍິ່ງກວ່າເວລາໃດໝົດ, ພວກເຮົາຫວັງວ່າ ສະຫະປະຊາຊາດ ຈະສືບຕໍ່ສວມບົດບາດໃຈກາງໃນການຄຸ້ມຄອງທົ່ວໂລກ, ແມ່ນແກ່ນສານເຊື່ອມຕໍ່ຄວາມສາມັກຄີສາກົນ, ແມ່ນຈຸດປະສານງານບັນດາຄວາມມານະພະຍາຍາມຫຼາຍຝ່າຍເພື່ອປັບປຸງສັນຕິພາບ, ໝັ້ນຄົງ ແລະ ການຮ່ວມມືພັດທະນາ, ເພື່ອໂລກປອດສົງຄາມ, ປະທະກັນ, ບໍ່ຍຸຕິທຳ, ມະນຸດປາສະຈາກຄວາມອຶດຫິວ, ຫຼ້າຫຼັງ. ສຳລັບ ຫວຽດນາມ ແລ້ວ, ການຮ່ວມມືກັບສະຫະປະຊາຊາດ ຍາມໃດກໍ່ຮັກສາທີ່ຕັ້ງສຳຄັນໃນແນວທາງການຕ່າງປະເທດ. ພວກຂ້າພະເຈົ້າຈະສູ້ຊົນປະຕິບັດບັນດາການເຄື່ອນໄຫວຮ່ວມມືກັບສະຫະປະຊາຊາດຢ່າງມີປະສິດທິຜົນ, ປະກອບສ່ວນແກ້ໄຂສິ່ງທ້າທາຍທົ່ວໂລກ, ສູ້ຊົນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ໃນໂລກ”.

ຫວຽດນາມ ຮ່ວມເດີນທາງພ້ອມກັບສປຊ ປະຕິບັດຄາດຫວັງລວມກ່ຽວກັບໂລກແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ພົບປະກັບຜູ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ

45 ປີເຂົ້າເປັນສະມາຊິກສະຫະປະຊາຊາດ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບໃນທຸກຂົງເຂດເປັນເສົາຄ້ຳຂອງສະຫະປະຊາຊາດ, ປະຕິບັດຫຼາຍເປົ້າໝາຍພັດທະນາແບບຍືນຍົງ (SDG) ຢ່າງມີປະສິດທິຜົນ. ຈາກປະເທດຂາດສະບຽງອາຫານນັ້ນ, ປະຈຸບັນ ຫວຽດນາມ ແມ່ນປະເທດສົ່ງອອກບາງຜະລິດຕະພັນກະເສດແຖວໜ້າ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢູ່ພາກພື້ນ ແລະ ສາກົນ. ສະແດງຄວາມປະທັບໃຈຕໍ່ບັນດາການປະກອບສ່ວນຂອງ ຫວຽດນາມ ຢູ່ສະຫະປະຊາຊາດ, ໃນການຢ້ຽມຢາມ ຫວຽດນາມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ມີຄວາມເຫັນວ່າ:

“ຫວຽດນາມ ໄດ້ກ້າວເດີນຜ່ານໄລຍະທາງທີ່ຍາວໄກ, ແຕ່ເສັ້ນທາງພັດທະນາຂອງ ຫວຽດນາມ ຍັງຄົງສືບຕໍ່ປະຕິບັດ. ອີກເທື່ອໜຶ່ງ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດກາຍເປັນປະເທດນຳໜ້າໃຫ້ແກ່ບັນດາຄຸນຄ່າໃໝ່. ເພື່ອໃຫ້ພວກເຮົາສາມາດຮັກສາອະນາຄົດທີ່ປອດໄພຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ; ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ; ເພື່ອໃຫ້ພວກເພື່ອນສາມາດຫັນປ່ຽນພື້ນຖານເສດຖະກິດຂອງຕົນ ແລະ ເຮັດໃຫ້ໂລກປ່ຽນແປງ, ສະຫະປະຊາຊາດມີຄວາມເອກອ້າງທະນົງໃຈເມື່ອເປັນຄູ່ຮ່ວມມືຂອງ ຫວຽດນາມ ກ້າວເດີນບົນເສັ້ນທາງດັ່ງກ່າວເທື່ອລະກ້າວ”.

ການຮ່ວມມືກັບສະຫະປະຊາຊາດໃຫ້ບັນລຸປະສິດທິຜົນ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ. ໃນສະພາບການສາກົນໃໝ່, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ເປັນເຈົ້າການ, ຕັ້ງໜ້າພ້ອມກັບສະຫະປະຊາຊາດ ປຸກລຸກນ້ຳໃຈຫຼາຍຝ່າຍ ແລະ ການຮ່ວມມືສາກົນ, ເພື່ອປະຕິບັດຄວາມຄາດຫວັງລວມກ່ຽວກັບໂລກແຫ່ງສັນຕິພາບ ແລະ ວັດທະນາຖາວອນ.

ວີ​ໂອ​ວີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.