ຫວຽດນາມ ມານະພະຍາຍາມປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກ ຂອງ ສປຊ

08:02 | 06/10/2022

ຍສໝ - ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ຖືວ່າ ບັນດາປະເທດຄວນມີວິທີເຂົ້າເຖິງການຕ້ານການກໍ່ການຮ້າຍຢູ່ໃນລະດັບຊາດ, ພາກພື້ນ ແລະ ທົ່ວໂລກຢ່າງຮອບດ້ານ, ພາຍໃຕ້ບົດບາດສູນກາງປະສານງານຂອງ ສປຊ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ພັດ​ທະ​ນາ​ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ພັດ​ທະ​ນາ​ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ
ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ

ວັນທີ 3 ຕຸລາ, ຄະນະກໍາມະການນິຕິກໍາ (ຄະນະກໍາມະການ 6) ສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 77 ໄດ້ຈັດຕັ້ງວາລະ ປະຊຸມຄົບຄະນະກ່ຽວກັບ “ບັນດາມາດຕະການລົບລ້າງລັດທິກໍ່ການຮ້າຍ”, ໂດຍມີເກືອບ 80 ປະເທດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງ ໃນພາກພື້ນເຂົ້າຮ່ວມປຶກສາຫາລື. ຢູ່ທີ່ນີ້, ຫວຽດນາມ ຢັ້ງຢືນການກ່າວປະນາມທຸກການກະທໍາກໍ່ການຮ້າຍຢ່າງເດັດດ່ຽວ, ພາຍໃຕ້ທຸກຮູບການ, ບໍ່ວ່າດ້ວຍຈຸດປະສົງໃດ.

ຫວຽດນາມ ມານະພະຍາຍາມປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກ ຂອງ ສປຊ
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ.
ຫວຽດນາມ ມານະພະຍາຍາມປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກ ຂອງ ສປຊ

ກ່າວຄໍາເຫັນທີ່ເຫດການ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ຖືວ່າ ບັນດາປະເທດຄວນມີວິທີເຂົ້າເຖິງການຕ້ານການກໍ່ການຮ້າຍຢູ່ໃນລະດັບຊາດ, ພາກພື້ນ ແລະ ທົ່ວໂລກຢ່າງຮອບດ້ານ, ພາຍໃຕ້ບົດບາດສູນກາງປະສານງານຂອງ ສປຊ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ບັນດາປະເທດ ຄວນສືບຕໍ່ແກ້ໄຂສິ່ງທ້າທາຍທີ່ມີ ລັກສະນະເປັນລະບົບຢ່າງມີປະສິດທິຜົນ ຄື ການຂາດຄວາມສະເໝີພາບ ແລະ ສະພາບບໍ່ຍຸຕິທໍາດ້ານການເມືອງ, ເສດຖະກິດ ແລະສັງຄົມ. ໃນເງື່ອນໄຂບັນດາປະເທດກໍາລັງມານະພະຍາຍາມຟື້ນຟູຫຼັງພະຍາດໂຄວິດ-19 ແລະ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ການໜູນຊ່ວຍຂອງປະຊາຄົມສາກົນໃຫ້ແກ່ ບັນດາປະເທດທີ່ພວມປະສົບຄວາມຫຍຸ້ງຍາກ ແມ່ນສຸດທີ່ສໍາຄັນ.

ກ່ຽວກັບຄວາມຮັບຜິດຊອບສາກົນຂອງບັນດາປະເທດ, ທ່ານເອກອັກຄະ ລັດຖະທູດ ດັ້ງຮວ່າງຢາງ ຮຽກຮ້ອງບັນດາປະເທດ ປະຕິບັດພັນທະຕາມກົດໝາຍສາກົນ, ສະກັັດກັ້ນການຈັດຕັ້ງ, ຍຸແຍ່ ຫຼື ອຸປະຖໍາໃຫ້ແກ່ການກະທໍາກໍ່ການຮ້າຍຕ້ານຄືນບັນດາປະເທດອື່ນ ຈາກພາຍໃນ ຫຼື ພາຍນອກຜືນແຜ່ນດິນຂອງຕົນ.

ທ່ານ ດັ້ງຮວ່າງຢາງ ໃຫ້ຮູ້ວ່າໃນໄລຍະຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມໃນການປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກຂອງ ສປຊ ແລະ ບັນດາພັນທະສາກົນໃນການຕ້ານການກໍ່ການຮ້າຍ. ຫວຽດນາມ ໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດໃນການສະກັດກັ້ນ ແລະ ຕ້ານການກໍ່ການຮ້າຍ. ປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສັນຍາທົ່ວໂລກ 15 ສະບັບ, ມີຫຼາຍຂໍ້ຕົກລົງພາກພື້ນ ຫຼື ສອງຝ່າຍກ່ຽວກັບການ ຕ້ານການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ ແລະ ພິເສດຖືເປັນສໍາຄັນພັນທະແຫ່ງຊາດຕາມບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍການຕ້ານການກໍ່ການຮ້າຍ.

ບູນມີ

ເຫດການ
302 Found

Found

The document has moved here.