ຫວຽດນາມ ພ້ອມແລ້ວທີ່ຈະປະກອບໃຫ້ຄວາມມານະພະຍາຍາມຊຸກຍູ້ການຫັນປ່ຽນດີຈີຕອນຂອງ ສປຊ

11:30 | 04/09/2022

ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ພົບປະກັບທ່ານ Amandeep Singh Gill ຮອງເລຂາທິການໃຫຍ່ ສປຊ, ທູດພິເສດຂອງເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບເຕັກໂນໂລຢີ.

ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ
ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງ ຢູ່ເວທີປາໄສພັດທະນາຂອງ ສປຊ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງ ຢູ່ເວທີປາໄສພັດທະນາຂອງ ສປຊ
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ພົບປະກັບທ່ານ Amandeep Singh Gill. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ພົບປະກັບທ່ານ Amandeep Singh Gill. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ທ່ານ Amandeep Singh Gill ຕີລາຄາສູງຜົນງານຂອງຫວຽດນາມ ກ່ຽວກັບການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນປ່ຽນດີຈີຕອນໃນໄລຍະຜ່ານມາ, ພິເສດແມ່ນເລື່ອງລັດຖະບານຜັນຂະຫຍາຍຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດຮອດປີ 2025, ກໍານົດທິດຮອດປີ 2030 ດ້ວຍ 3 ເສົາຄໍ້າຕົ້ນຕໍ່ແມ່ນລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ. ຕາມທ່ານ Amandeep Singh Gill ແລ້ວ, ສປຊ ແລະຫວຽດນາມ ມີຫຼາຍຄວາມສາມາດບົ່ມຊ້ອນເພື່ອຮ່ວມມື, ປາດຖະໜາຢາກເພີ່ມທະວີການເຊື່ອມຕໍ່ກັບບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມປະກອບສ່ວນເຂົ້າບັນດານະໂຍບາຍ, ຍຸດທະສາດຂອງ ສປຊ ໃນຂົງເຂດນີ້, ໃນນັ້ນມີບັນດາຂໍ້ລິເລີ່ມຂອງເລຂາທິການໃຫຍ່ໃນບົດລາຍງານ “ລາຍການກະທໍາລວມຂອງພວກເຮົາ”.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ສປຊ ກ່ຽວກັບການຫັນປ່ຽນດີຈີຕອນໃນວິວັດການສ້າງ ກໍ່ຄືຜັນຂະຫຍາຍນະໂຍບາຍ. ທ່ານເອກອັກຄະລັດຖະທູດ ກໍ່ຢັ້ງຢືນວ່າ ພ້ອມແລ້ວທີ່ຈະເຊື່ອມຕໍ່ຫ້ອງການຮອງເລຂາທິການໃຫຍ່ ກັບບັນດາກະຊວງ, ຂະແໜງການ ແລະວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ ເພື່ອປະກອບສ່ວນໃຫ້ຄວາມມານະພະຍາຍາມຫັນປ່ຽນດີຈີຕອນຂອງ ສປຊ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.