ກອງປະຊຸມໂດຍດ່ວນຂອງສະມັດຊາໃຫຍ່ ສປຊ ກ່ຽວກັບສະພາບການ ຢູແກຼນ

08:46 | 24/02/2023

ຍ​ສ​ໝ - ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປະຕິບັດກົດໝາຍສາກົນ, ກົດບັດ ສປຊ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິສົງຄາມ, ຫຼີກລ້ຽງການກະທຳເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ເຊື່ອມຕໍ່ການໂອ້ລົມສົນທະນາ, ເຈລະຈາເພື່ອຊອກຫາວິທີແກ້ໄຂຄວາມບໍ່ລົງລອຍກັນ ໂດຍສັນຕິ, ຮອບດ້ານ, ສົມເຫດສົມຜົນ, ຍາວນານບົນພື້ນຖານສອດຄ່ອງ ກັບກົດໝາຍສາກົນ ແລະ ກົດບັດ ສປຊ.

ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ
ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ
ກອງປະຊຸມໂດຍດ່ວນຂອງສະມັດຊາໃຫຍ່ ສປຊ ກ່ຽວກັບສະພາບການ ຢູແກຼນ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: dangcongsan.vn)

ຕອນຄ່ຳວັນທີ 22 ກຸມພາ(ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່ນິວຢອກ, ປະເທດ ອາເມລິກາ, ກອງ​ປະ​ຊຸມ​ດ່ວນ​ຄັ້ງ​ທີ 11 ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ຈັດ​ເປັນ​ກຸມ​ເພື່ອ​ສືບ​ຕໍ່​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ​ແກຼນ, ພາຍຫຼັງ​ການ​ປະ​ທະ​ກັນ​ມາ​ເປັນ​ເວ​ລາ​ໜຶ່ງ​ປີ.

ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຖື​ວ່າ ການ​ປະ​ທະ​ກັນ​ເຮັດ​ໃຫ້​ຂາດ​ສະ​ຖ​ຽນ​ລະ​ພາບ, ຄວາມ​ເຄັ່ງ​ຕຶງ​ ແລະ ການ​ແບ່ງ​ປັນ​ໃນ​ທົ່ວ​ໂລກ ແລະ ພາກ​ພື້ນ​ປິ່ນ​ຂັ້ນ​ໄດ, ຫຼຸດ​ລົງ​ແຫຼ່ງ​ກຳ​ລັງ​ສະ​ຫງວນ​ໃຫ້​ແກ່​ການ​ແກ້​ໄຂວິ​ກິດ​ການ ແລະ ບັນ​ຫາ​ທົ່ວ​ໂລກ​ທີ່​ຮີບ​ດ່ວນ, ທ່ານ​ກໍ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຮ່ວ​ມ​ມື​ກັຍ​ເພື່ອ​ຊອກ​ຫາ​ສັນ​ຕິ​ວິ​ທີ​ທີ່​ແທດ​ຈິງ, ຍາວ​ນາ​ນ​ບົນ​ພື້ນ​ຖານ​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ.

ກ່າວຄຳເຫັນທີ່ກອງປະຊຸມດ່ວນຄັ້ງທີ 11 ຂອງ ສະມັດຊາໃຫຍ່ ສປຊ ປຶກສາຫາລືກ່ຽວກັບສະພາບການ ຢູແກຼນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການປະທະກັນຢູ່ ຢູແກຼນໃນໜຶ່ງປີ ຜ່ານມາ, ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປະຕິບັດກົດໝາຍສາກົນ, ກົດບັດ ສປຊ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິສົງຄາມ, ຫຼີກລ້ຽງການກະທຳເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ເຊື່ອມຕໍ່ການໂອ້ລົມສົນທະນາ, ເຈລະຈາເພື່ອຊອກຫາວິທີແກ້ໄຂຄວາມບໍ່ລົງລອຍກັນ ໂດຍສັນຕິ, ຮອບດ້ານ, ສົມເຫດສົມຜົນ, ຍາວນານບົນພື້ນຖານສອດຄ່ອງ ກັບກົດໝາຍສາກົນ ແລະ ກົດບັດ ສປຊ.

ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຖືວ່າ ປະຊາຄົມສາກົນ ຄວນເພີ່ມທະວີການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນ, ຮັບປະກັນຄວາມຕ້ອງການໂດຍດ່ວນຂອງປະຊາຊົນທີ່ຖືກຜົນສະທ້ອນຈາກສົງຄາມ, ປົກປ້ອງ ແລະ ຮັກສາບັນດາຮາກຖານພົນລະເຮືອນ, ເປັນຕົ້ນແມ່ນພື້ນຖານໂຄງລ່າງທີ່ມີຄວາມຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນ. ຫວຽດ​ນາມ ຮຽກ​ໃຫ້ ສ​ປ​ຊ, ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ ແລະ ຄູ່​ຮ່ວມ​ມື​ສາ​ກົນ ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໜູນ​ຊ່ວຍ, ກູ້​ເອົາ​ຊີ​ວິດ​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈ​າກ​ການ​ປະ​ທະ​ນ​ກັນ, ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ບົດ​ບາດ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສ​ປ​ຊ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃນ​ການ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.