ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງ ຢູ່ເວທີປາໄສພັດທະນາຂອງ ສປຊ

20:16 | 14/04/2022

ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດແກ່ການພັດທະນາແບບຍືນຍົງ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ
ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ
ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງ ຢູ່ເວທີປາໄສພັດທະນາຂອງ ສປຊ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ. ພາບ: TTXVN

ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງຢູ່ ເວທີປາໄສພັດທະນາຂອງ ສປຊ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໃນການເຮັດວຽກກັບທ່ານ Liu Zhenmin, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາເສດຖະກິດ, ສັງຄົມ ໃນວັນທີ 12 ເມສາ, ຢູ່ ນິວຢອກ, ອາເມລິກາ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດແກ່ການພັດທະນາແບບຍືນຍົງ, ຕາມນັ້ນແລ້ວ, ປະຊາຄົມສາກົນຕ້ອງສາມັກຄີ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາໃນປັດຈຸບັນ ເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງໃນປີ 2030. ດັ່ງນັ້ນ, ຫວຽດນາມ ຢາກຮ່ວມມືກັບ ທ່ານ Liu Zhenmin ກໍຄືກັບ ກົມເສດຖະກິດ - ສັງຄົມ ຂອງ ຄະນະເລຂາ ສປຊ (DESA) ຢ່າງແໜ້ນແຟ້ນ, ພິເສດໃນບັນຫາ ທີ່ຫວຽດນາມ ມີຄວາມສົນໃຈຄືການເຄື່ອນໄຫວເພື່ອດິນຟ້າອາກາດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ການສຶກສາ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ສ່ວນທ່ານຮອງເລຂາທິການໃຫຍ່ ສປຊ Liu Zhenmin ໄດ້ສະແດງຄວາມຊົມເຊີຍ ຫວຽດນາມ ບັນລຸໄດ້ຜົນສຳເລັດໃນບົດບາດເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ແລະ ກ່ຽວກັບການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ສປຊ ໃນໄລຍະທີ່ຜ່ານມາ. ທ່ານປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ສະຫະ​ປະຊາ​ຊາດ ​ແລະ ກົມ​ເສດຖະກິດ ​ແລະ ສັງຄົມ ຂອງ​ກອງ​ເລຂາ​ສະຫະ​ປະຊາ​ຊາດ (DESA) ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ ​ເພື່ອ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDG).

ໄຊພອນ

ເຫດການ
302 Found

Found

The document has moved here.