ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ

16:16 | 27/02/2022

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
ຈຳໜ່າຍາສະແຕມທີ່ມີກິ່ນກາເຟ ຈຳໜ່າຍາສະແຕມທີ່ມີກິ່ນກາເຟ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບປະກອບ: TTXVN)
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບປະກອບ: TTXVN)

ວັນທີ 25 ກຸມພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕໍ່ ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Antonio Guterres.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງສະຫະປະຊາຊາດ. ທ່ານກໍ່ຕີລາຄາສູງຕໍ່ກຳລັງຄວາມສາມາດຂອງ ຫວຽດນາມ ໃນການດຳລົງຕຳແໜ່ງສຳຄັນຢູ່ອົງການຕ່າງໆຂອງສະຫະປະຊາຊາດ, ໃນນັ້ນມີ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ແລະ ການເຂົ້າຮ່ວມຂອງ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ.

ສ່ວນທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ໃຫ້ຮູ້ວ່າ ຈະມານະພະຍາຍາມຊຸກຍູ້ເລື່ອງຕັ້ງໜ້າເຂົ້າຮ່ວມ, ເປັນເຈົ້າການ ແລະ ມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນຂອງ ຫວຽດນາມ ໃນວຽກງານລວມຂອງປະຊາຄົມສາກົນ, ພິເສດແມ່ນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ (20 ກັນຍາ 1977 – 20 ກັນຍາ 2022), ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ໄດ້ມອບຈົດໝາຍເຊື້ອເຊີນຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ເຊີນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄປຢ້ຽມຢາມ ຫວຽດນາມ ໃນໄລຍະເວລາໄວທີ່ສຸດ.

vovworld.vn

ເຫດການ
302 Found

Found

The document has moved here.