ຕໍາຫຼວດຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ

07:22 | 04/09/2022

ກອງປະຊຸມສຸດຍອດຕໍາຫຼວດ ສປຊ ຄັ້ງທີ 3 (UNCOPS), ເຫດການໃຫຍ່ທີ່ສຸດໂດຍ ສປຊ ຈັດຕັ້ງກ່ຽວກັບຕໍາຫຼວດສາກົນ, ໄດ້ດໍາເນີນທີ່ສໍານັກງານ ສປຊ ຢູ່ New York ໃນລະຫວ່າງວັນທີ 30 ສິງຫາ - 3 ກັນຍາ.

ກະຊວງຕໍາຫຼວດຫວຽດນາມ ຈະສົ່ງພະນັກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ກະຊວງຕໍາຫຼວດຫວຽດນາມ ຈະສົ່ງພະນັກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ
ການແຂ່ງຂັນບານເຕະມິດຕະພາບສາກົນ - ຮັດແໜ້ນຄວາມສາມັກຄີລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈໍາຫວຽດນາມ ການແຂ່ງຂັນບານເຕະມິດຕະພາບສາກົນ - ຮັດແໜ້ນຄວາມສາມັກຄີລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈໍາຫວຽດນາມ
ຕໍາຫຼວດຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.
ຕໍາຫຼວດຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ຫງວຽນຢຸຍງອກ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ເຂົ້າຮ່ວມ ແລະສົ່ງສານເຖິງ ສປຊ ໂດຍໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ. ກ່າວຄໍາເຫັນທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ຊີ້ແຈ້ງວ່າ ກໍາລັງຕໍາຫຼວດຍາມໃດກໍ່ຍົກສູງລັກສະນະເຄົາລົບນັບຖືກົດໝາຍ, ບໍ່ພຽງແຕ່ກົດໝາຍພາຍໃນປະເທດເທົ່ານັ້ນຫາກຍັງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະກົດບັດ ສປຊ, ບັນດາສົນທິສັນຍາສາກົນເຊິ່ງຫວຽດນາມ ແມ່ນສະມາຊິກ. ກໍາລັງຕໍາຫຼວດຫວຽດນາມ ເສີມຂະຫຍາຍລັກສະນະມະນຸດຊາດໃນວຽກງານຂົນຂວາຍມະຫາຊົນ ແລະຮັບປະກັນມະຫາຊົນເຂົ້າຮ່ວມວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ. ກໍາລັງຕໍາຫຼວດເປັນເຈົ້າການ, ປະດິດຄິດສ້າງໃນການນໍາໃຊ້ວິທະຍາສາດເຕັກໂນໂລຢີໃນວຽກງານປ້ອງກັນ, ສະກັດກັ້ນອາດຊະຍາກໍາ, ຄຸ້ມຄອງຊຸມຊົນ.

ຕາມທ່ານ ຫງວຽນຢຸຍງອກ ແລ້ວ, ກະຊວງຕໍາຫຼວດ ໄດ້ ແລະກໍາລັງຕັ້ງໜ້າກະກຽມຈັດສົ່ງບັນດານາຍຕໍາຫຼວດເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ກໍ່ຄືແລກປ່ຽນ ແລະຮໍ່າຮຽນບົດຮຽນຈາກບັນດາຄູ່ຮ່ວມມືທີ່ມີຫຼາຍບົດຮຽນໃນຂົງເຂດນີ້. ປະຈຸບັນກະຊວງຕໍາຫຼວດ ກໍາລັງເພີ່ມທະວີວຽກງານໜູນຊ່ວຍຝຶກອົບຮົມກ່ອນທີ່ຜັນຂະຫຍາຍໃຫ້ບັນດາຜູ້ສະໝັກເຂົ້າຮ່ວມກໍາລັງຕໍາຫຼວດຮັກສາສັນຕິພາບຂອງ ສປຊ. ກະຊວງໄດ້ສະເໜີໃຫ້ ສປຊ ຈັດສົ່ງນັກຊ່ຽວຊານ, ຜູ້ປຶກສາວິຊາສະເພາະມາໜູນຊ່ວຍຝືກອົບຮົມໃຫ້ແກ່ຕໍາຫຼວດຫວຽດນາມ ກໍ່ຄື ໜູນຊ່ວຍບັນດາອຸປະກອນ, ເອກະສານຝຶກແອບ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.