ຫວຽດນາມ ຕີລາຄາສູງການປະກອບສ່ວນຂອງລາວ ທີ່ ສປຊ

15:00 | 08/12/2022

ຫວ່າງແລ້ວນີ້, ທ່ານ ດັ້ງຮວ່າງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ອວຍພອນຄະນະຜູ້ຕາງໜ້າ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນຊາດ ສປປ ລາວ (2-12-1975 / 2-12-2022).

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ
ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ

ທ່ານ ດັ້ງຮວ່າງຢາງ ຕີລາຄາສູງຕໍ່ໝາກຜົນ ແລະການປະກອບສ່ວນຂອງຄະນະຜູ້ຕາງໜ້າ ສປປ ລາວ ທີ່ບັນດາເວທີປາໄສຫຼາຍຝ່າຍຂອງ ສປຊ ໃນໄລຍະຜ່ານມາ, ປະກອບສ່ວນຕັ້ງໜ້າຍົກສູງຖານະຕໍາແໜ່ງຂອງລາວ ແລະອາຊຽນ ໃນເວທີສາກົນ. ທ່ານ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະຜູ້ຕາງໜ້າ ສປປ ລາວ ທີ່ບັນດາອົງການຫຼາຍຝ່າຍຂຶ້ນກັບ ສປຊ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ.

ທ່ານ ດັ້ງຮວ່າງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈໍາ ສປຊ ສະແດງຄວາມນັບຖືຢ່າງຈິງໃຈຕໍ່ອາລົມຈິດແຫ່ງຄວາມຮັກແພງຖານສະຫາຍອ້າຍນ້ອງແບບພິເສດສະໜິດແໜ້ນຂອງຄະນະຜູ້ຕາງໜ້າຫວຽດນາມ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ຮັດແໜ້ນນໍ້າໃຈສາມັກຄີ ແລະການສົມທົບຢ່າງແໜ້ນແຟ້ນລະຫວ່າງສອງຄະນະຜູ້ຕາງໜ້າທີ່ ສປຊ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.