ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານເຮັດໜ້າທີ່ຮັກສາສັນຕິພາບ ສປຊ

11:44 | 28/09/2022

ຫວ່າງແລ້ວນີ້, ກະຊວງປ້ອງກັນປະເທດ ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ ພັນຕີ ບຸ່ຍວັນຍູງ ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບວຽກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີ.

ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ໃຫ້ເລິກເຊິ່ງກວ້າງຂວາງກວ່າອີກ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ໃຫ້ເລິກເຊິ່ງກວ້າງຂວາງກວ່າອີກ
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງຂອງປະທານປະເທດ ແລະມອບດອກໄມ້ຊົມເຊີຍ ພັນຕີ ບຸ່ຍວັນຍູງ. ພາບ: ວັນຮ້ຽວ
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງຂອງປະທານປະເທດ ແລະມອບດອກໄມ້ຊົມເຊີຍ ພັນຕີ ບຸ່ຍວັນຍູງ. ພາບ: ວັນຮ້ຽວ

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງພະນັກງານ 512 ເທື່ອຄົນໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ແລະສໍານັກງານ ສປຊ. ບັນດາພົນທະຫານຂອງຫວຽດນາມ ໄດ້ ແລະກໍາລັງປະຕິບັດໜ້າທີ່ເປັນຢ່າງດີ, ໄດ້ຮັບການຕີລາຄາສູງຈາກ ສປຊ. ຊົມເຊີຍ ພັນຕີ ບຸ່ຍວັນຍູງ ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ, ກອງທັບ ມອບໜ້າທີ່ໃຫ້ເປັນຜູ້ສັງເກດການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (UNMISS), ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ ພັນຕີ ບຸ່ຍວັນຍູງ ສືບຕໍ່ຊາບຊຶມ, ປະຕິບັດບັນດາທັດສະນະ, ແນວທາງການທູດຂອງພັກ, ລັດ, ກອງທັບຢ່າງເຂັ້ມງວດ; ເສີມຂະຫຍາຍມູນເຊື້ອຂອງກໍາລັງຮັກສາສັນຕິພາບຫວຽດນາມ, ຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນວິວັດການປະຕິບັດໜ້າທີ່; ປະຕິບັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນ, ສ້າງຄວາມສາມັກຄີກັບເພື່ອນຮ່ວມອາຊີບສາກົນ ແລະກັບປະຊາຊົນຢູ່ບໍລິເວນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ໃຫ້ນັບມື້ນັບຊຳນານ, ມີປະສິດທິຜົນ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.