ຍສໝ - ທ່ານປະທານປະເທດ ໄດ້ຢ້ຽມຢາມຖາມຂ່າວປະຊາຊົນດ້ວຍຄວາມອົບອຸ່ນ ແລະຢືນຢັນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ...
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ແຫ່ງ ສປປ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ທີ່ຫ້ອງວ່າການນາຍົກລັດຖະມົນຕີ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະເນື້ອໃນຈຸດສຸມໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ.
ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ສິງກະໂປ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນຕີ ຟ້າມເຈືອງເຊິ່ນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໜ້າຄະນະ ໄດ້ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ Airshow ຄັ້ງທີ 9 ຢູ່ສິງກະໂປ, ເຊິ່ງດຳເນີນແຕ່ວັນທີ 20 ຫາ 25 ກຸມພາ.
ຍສໝ - ທີ່ການຕ້ອນຮັບ, ສະຫາຍ ຄຳພັນ ເຜີຍຍະວົງ ຮຽກຮ້ອງໃຫ້ໜັງສືພິມເຍິນເຢິນ ສືບຕໍ່ໜູນຊ່ວຍ ແລະຊ່ວຍເຫຼືອໜັງສືພິມປະຊາຊົນຂອງລາວ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນຫັນເວັບໄຊຂອງໜັງສືພິມປະຊາຊົນ ເປັນທັນສະໄໝໂດຍໄວ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນການໂຄສະນາເຜີຍແຜ່ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.
ຍສໝ - ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສົ່ງຄໍາອວຍພອນດີງາມທີ່ສຸດມາຍັງເອກອັກຄະລັດຖະທູດ, ທີ່ປຶກສາາຝ່າຍທະຫານ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ແລະຫ້ອງການທີ່ປຶກສາຝ່າຍທະຫານ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າກອງພົນທີ 1 ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໜູນຊ່ວຍກອງພົນກໍ່ສ້າງພື້ນຖານໂຄງລ່າງທີ່ກວ້າງຂວາງສວຍງາມນີ້. ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ.
ຍສໝ - ໃນຕອນເຊົ້າວັນທີ 6 ມັງກອນ 2024, ພາຍຫຼັງການເຈລະຈາຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ.
ຍສໝ - ຕາມທ່ານ ຄຳວິສັນ ແກ້ວສຸວັນ ແລ້ວ, ພ້ອມກັບນິດໄສອື່ນ ເປັນຕົ້ນແມ່ນຈິດໃຈຮັກຊາດ, ເຈດຈໍານົງສ້າງຄວາມເຂັ້ມແຂງຂອງຊາດດ້ວຍຕົນເອງ, ຈິດໃຈສາມັກຄີ, ສະຕິຂອງວົງຄະນະຍາດຊຸມຊົນ..., ວັດທະນະທຳພາກພຽນໃນການຮໍ່າຮຽນຂອງຊາວຫວຽດນາມ ແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ຊ່ວຍໃຫ້ຊາວຫວຽດນາມ ມີປະຫວັດສາດອັນອົງອາດກ້າຫານ ແລະເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາ ແລະ ເປັນໜ້າເອກອ້າງທະນົງໃຈທີ່ສຸດ ໃນຕະຫຼອດໄລຍະ 4.000 ກວ່າປີແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຈົນມາຮອດປັດຈຸບັນ.
ຍສໝ - ຢູ່ສະຖານທີ່ຕ່າງໆ ເຊິ່ງຄະນະລົງກວດກາ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ຖອດຖອນບົດຮຽນ ແລະຮຽກຮ້ອງໃຫ້ບັນດາກົມກອງກ່ຽວຂ້ອງ ແກ້ໄຂບັນຫາທີ່ຍັງຄ້າງ ໃນວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທໍາອິດ.
ຍສໝ - ຫວ່າງແລ້ວນີ້, ກອງບັນຊາການທະຫານເຂດ 5, ຕັ້ງຢູ່ບໍລິເວນກອງບັນຊາການທະຫານເມືອງງອັກໂຮ່ຍ (ກອນຕູມ) ໄດ້ປະຊຸມເພື່ອກໍາແໜ້ນ, ຜັນຂະຫຍາຍໜ້າທີ່ໃຫ້ບັນດາກຳລັງ.
ຍສໝ - ລາຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງກອງທັບສອງປະເທດຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນການສະແດງຄວາມສາມັກຄີ, ຄວາມຮູ້ບຸນຄຸນຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ - ຜູ້ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍກອງທັບສອງປະເທດໃນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ.
ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສິ້ນສຸດການໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການໄປຢ້ຽມຢາມຄັ້ງນີ້.
ຍສໝ - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ COP28, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງການໄປປະຕິບັດງານ.
ຍສໝ - ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດຢ່າງມີປະສິດທິຜົນ, ໂດຍສຸມໃສ່ເນື້ອໃນ: ການແລກປ່ຽນ, ການພົບປະທຸກຂັ້ນ, ການປັບປຸງກອບນິຕິກໍາໃຫ້ແກ່ການຮ່ວມມືບໍາລຸງສ້າງ, ຜັນຂະຫຍາຍຂໍ້ຕົກລົງຮ່ວມມືສະເພາະຂະແໜງການທີ່ໄດ້ລົງນາມກ່ຽວກັບເສນາຮັກ, ການຮັກສາສັນຕິພາບ ສປຊ...
ຍສໝ - ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ອີຢູ ພັດທະນາຢ່າງດີງາມ. ການນຳຂັ້ນສູງຂອງສອງຝ່າຍ ຍາມໃດກໍເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອີຢູ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.
ຍສໝ - ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມແດນມາກ ຢ່າງເປັນທາງການ, ພາຍຫຼັງເດີນທາງມາຮອດ Copenhagen, ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ (DAVIFO).
ຍສໝ - ສອງຝ່າຍພ້ອມກັນຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ ຄື ສປຊ ແລະ APEC...; ມານະພະຍາຍາມຮັກສາກຸ່ມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜັບສະໜູນ ລາວ ປະຕິບັດສໍາເລັດປີດຳລົງຕຳແໜ່ງປະທານອາຊຽນ 2024.
ຍສໝ - ທີ່ການຕ້ອນຮັບທ່ານນາງຄໍາເພົາ ເອີນທະວັນເອກອັກຄະລັດຖະທູດ ລາວ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍຄວາມຮັກແພງ ແລະ ຄວາມສະໜິດສະໜົມທີ່ມີຕໍ່ປະເທດ ແລະ ປະຊາຊົນ ຫວຽດນາມ, ທ່ານນາງເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ ຈະປະຕິບັດສຳເລັດໜ້າທີ່ການທູດຂອງຕົນ; ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.