ກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີມອບສໍານັກກອງບັນຊາການກອງພົນທີ 1 ໃຫ້ກອງທັບປະຊາຊົນລາວ

16:10 | 16/01/2024

ກະຊວງປ້ອງກັນປະເທດຫວຽດນາມ ມອບ-ຮັບ ສໍານັກບັນຊາກອງພົນທີ 1 ໃຫ້ກອງທັບປະຊາຊົນລາວ

ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ) ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ)
ມອບ​ໃບ​ຢັ້ງ​ຢືນ​ການ​ຮັບ​ຮອງ​ກົງ​ສູນ​ໃຫ້ຫົວໜ້າ​ກົງ​ສູນ​ໃຫຍ່​ສະ​ວິດ ປະ​ຈຳ​ນະ​ຄອນໂຮ່​ຈີມິນ ມອບ​ໃບ​ຢັ້ງ​ຢືນ​ການ​ຮັບ​ຮອງ​ກົງ​ສູນ​ໃຫ້ຫົວໜ້າ​ກົງ​ສູນ​ໃຫຍ່​ສະ​ວິດ ປະ​ຈຳ​ນະ​ຄອນໂຮ່​ຈີມິນ

ຕອນເຊົ້າວັນທີ 16 ມັງກອນ, ຢູ່ເມືອງວັງວຽງ, ແຂວງວຽງຈັນ (ລາວ), ໄດ້ຈັດພິທີມອບ-ຮັບ ສໍານັກງານກອງບັນຊາການ ແລະຂອບເຂດເີ່ນ ກອງພົນທີ 1, ກອງທັບປະຊາຊົນລາວ. ໂຄງການນີ້ໄດ້ຮັບການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດຫວຽດນາມ.

ເຂົ້າຮ່ວມພິທີມອບ-ຮັບມີທ່ານພົນໂທ ຄໍາລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານພັນເອກພິເສດ ວໍວັນຖົງ ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາລາວ; ຜູ້ຕາງໜ້າການນຳ, ອໍານາດການປົກຄອງທ້ອງຖິ່ນ, ນາຍທະຫານ ແລະພົນທະຫານ, ພະນັກງານ, ນັກຮົບຂອງກອງພົນທີ 1 ເປັນຈໍານວນຫຼວງຫຼາຍ.

ກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີມອບສໍານັກກອງບັນຊາການກອງພົນທີ 1 ໃຫ້ກອງທັບປະຊາຊົນລາວ

ຜູ້ຕາງໜ້າກະຊວງປ້ອງກັນປະເທດສອງປະເທດໄດ້ຕັດແຖບຜ້າເປີດສະຫຼອງ ແລະມອບໂຄງການໃຫ້ກອງພົນທີ 1. ພາບ: TTXVN

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າກອງພົນທີ 1 ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໜູນຊ່ວຍກອງພົນກໍ່ສ້າງພື້ນຖານໂຄງລ່າງທີ່ກວ້າງຂວາງສວຍງາມນີ້. ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ.

ທ່ານພົນຈັດຕະວາ ອຸ່ນຈັນ ແດງວັນສົມ ເນັ້ນໜັກວ່າ: ໂຄງການແມ່ນຊັບສົມບັດອັນລ້ຳຄ່າ ແລະຍັງແມ່ນຂອງຂວັນຂອງຫວຽດນາມ ທີ່ມອບໃຫ້ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949 – 20 ມັງກອນ 2024) ແລະ 39 ປີແຫ່ງວັນສ້າງຕັ້ງກອງພົນທີ 1; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະປົກປັກຮັກສາ ແລະນຳໃຊ້ໂຄງການດັ່ງກ່າວໃຫ້ຍາວນານ ແລະມີປະສິດທິຜົນ.

ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ຜູ້ຕາງໜ້າກະຊວງປ້ອງກັນປະເທດສອງປະເທດໄດ້ຕັດແຖບຜ້າເປີດສະຫຼອງ ແລະຈັດພິທີມອບໂຄງການໃຫ້ກອງພົນທີ 1.

ບູນມີ

ເຫດການ
302 Found

Found

The document has moved here.