ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ

14:37 | 06/01/2024

ຍສໝ - ໃນຕອນ​ເຊົ້າ​ວັນ​ທີ 6 ມັງກອນ 2024, ພາຍຫຼັງ​ການ​ເຈລະຈາ​ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ
ສະພາແຫ່ງຊາດ ຫວຽດນາມ - ລາວ ຢືນຢັນຈະສືບຕໍ່ສົມທົບກັ ຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ສະພາແຫ່ງຊາດ ຫວຽດນາມ - ລາວ ຢືນຢັນຈະສືບຕໍ່ສົມທົບກັ ຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສອນ​ໄຊ ສີ​ພັນ​ດອນ ພ້ອມ​ດ້ວຍ​ພັນ​ລະ​ຍາ ພວມ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ, ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 46 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ແຕ່​ວັນ​ທີ 6 – 7 ມັງກອນ​ນີ້ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ເປັນ​ສັກ​ຂີ​ພິ​ຍານ​ການ​ນຳ​ບັນ​ດາ​ກະ​ຊວງ, ອົງ​ການ​ຂອງ​ສອງ​ປະ​ເທດ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ສຳ​ຄັນ.

ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ລົງນາມໃນອະນຸສັນຍາຮ່ວມມືປ້ອງກັນຊາຍແດນລະຫວ່າງສອງກະຊວງປ້ອງກັນປະເທດ.

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ

ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວຽດນາມ ​ເຈີ່ນວັນເຊີນ ​ແລະ ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ ລາວ ອາ​ລຸນ​ໄຊ ສຸນ​ນາ​ລາດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ຫ້ອງ​ວ່າການ​ໄລຍະ 2024-2025.

ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ການ​ຄ້າ ລາວ ມາ​ໄລ​ທອງ ​ກອມ​ມູນິດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ການ​ເຊື່ອມ​ຈອດ​ພື້ນຖານ​ໂຄງ​ລ່າງ​ການ​ຄ້າ​ຊາຍ​ແດນ ລະຫວ່າງ ລັດຖະບານ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ລັດຖະບານ ສປປ ລາວ.

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ການ​ຄ້າ ລາວ ມາ​ໄລ​ທອງ ​ກອມ​ມູນິດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ການ​ເຊື່ອມ​ຈອດ​ພື້ນຖານ​ໂຄງ​ລ່າງ​ການ​ຄ້າ​ຊາຍ​ແດນ ລະຫວ່າງ ລັດຖະບານ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ລັດຖະບານ ສປປ ລາວ.

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ຫງວຽນ​ກິມ​ເຊີນ ​ແລະ ທ່ານລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກິລາ ລາວ ພຸດສິມມາລາວົງ ​ໄດ້​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື 2024 ລະຫວ່າງ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ແລະ ກະຊວງ​ສຶກສາ ​ແລະ ກິລາ ລາວ.

ກ່ອນ​ໜ້າ​ນັ້ນ, ທີ່​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ກວດກາ​ຄືນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ແລະ ກົນ​ໄກ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ - ການ​ຕ່າງປະ​ເທດ, ຄວາມ​ໝັ້ນຄົງ - ປ້ອງ​ກັນ​ຄວາມ​ສະຫງົບ, ການ​ລົງທຶນ - ການ​ຄ້າ, ວັດທະນະທຳ, ການ​ສຶກສາ... , ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ ​ແລະ ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ສ້າງ​ກຳລັງ​ແຮງ​ໃໝ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ບັນດາ​ເອກະສານ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃໝ່​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ ​ແລະ ​ເລິກ​ເຊິ່ງ​ໃນ​ທຸກ​ຂົງ​ເຂດ ​ແລະ ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.