ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ COP28, ຢ້ຽມຢາມຕວກກີິ: ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ

08:00 | 26/11/2023

ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ COP28, ຢ້ຽມຢາມຕວກກີິ: ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ

ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ
ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ”

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການກະທຳ ເພື່ອດິນຟ້າອາກາດໂລກໃນຂອບເຂດກອງປະຊຸມ ຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງສະຫະປະຊາຊາດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (COP28), ດຳເນີນບາງກິດຈະກຳສອງຝ່າຍຢູ່ສະຫະລັດອາຣັບ ເອມິເຣດ (UAE) ແລະຢ້ຽມຢາມ ຕວກກີ ຢ່າງເປັນທາງການ, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງການໄປປະຕິບັດງານ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມມຸ່ງຫວັງຂອງຫວຽດນາມ ຕໍ່ກອງປະຊຸມສຸດຍອດການກະທຳ ເພື່ອດິນຟ້າອາກາດໂລກໃນຂອບເຂດ COP28 ກໍ່ຄືການປະກອບສ່ວນຂອງຫວຽດນາມ ຢູ່ ກອງປະຊຸມຄັ້ງນີ້?

ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ COP28, ຢ້ຽມຢາມຕວກກີິ: ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ

ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ: ກອງປະຊຸມສຸດຍອດການກະທຳເພື່ອດິນຟ້າອາກາດໂລກໃນຂອບເຂດ COP28 ທີ່ມີຄວາມໝາຍສໍາຄັນທີ່ສຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດສືບຕໍ່ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດໃນທົ່ວໂລກ ເຊິ່ງປະຊາຄົມສາກົນເອົາໃຈໃສ່ທີ່ສຸດໃນປີ 2023. ຄາດວ່າ ມີປະມຸກລັດ ແລະນາຍົກລັດຖະມົນຕີ 130 ທ່ານຈາກບັນດາປະເທດເຂົ້າຮ່ວມກອງປະຊຸມ COP28 ເພື່ອພ້ອມກັນແລກປ່ຽນ, ຊອກຫາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄລຍະຍາວ.
ໃນຂອບເຂດທົ່ວໂລກ, ຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດຮຽກຮ້ອງໃຫ້ບັນດາປະເທດຄວນມີການກະທຳຢ່າງຮີບດ່ວນ ແລະແຮງເພື່ອບັນລຸໄດ້ເປົ້າໝາຍຕາມຂໍ້ຕົກລົງປາຣີ ວ່າດ້ວຍການຮັກສາລະດັບເພີ່ມອຸນຫະພູມໃນທົ່ວໂລກແມ່ນ 1,5 ອົງສາເຊ. ສິ່ງດັ່ງກ່າວໝາຍຄວາມວ່າການຮັດແຄບຊ່ອງຫວ່າງລະຫວ່າງຄຳໝັ້ນສັນຍາທີ່ໄດ້ວາງອອກ ແລະໝາກຜົນທີ່ບັນລຸໄດ້, ພິເສດແມ່ນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ການເງິນໃຫ້ດິນຟ້າອາກາດ (ໃນນັ້ນມີການເງິນສຳລັບກັບການຮັບມື) ແລະໜູນຊ່ວຍບັນດາປະເທດພວມພັດທະນາແກ້ໄຂຄວາມເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ.

ສຳລັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕ້ອງມີວິທີການສຳຜັດທົ່ວໂລກ, ທົ່ວປວງຊົນ, ຮັບປະກັນຄວາມທ່ຽງທຳ, ຍຸຕິທຳດ້ານອາກາດ ແລະອີງໃສ່ພື້ນຖານແມ່ນຄວາມສາມັກຄີ ແລະການຮ່ວມມືສາກົນ, ໃນນັ້ນ ບັນດາປະເທດພັດທະນາທີ່ມີບົດບາດນຳໜ້າ, ສ້າງກຳລັງໜູນໃຫ້ບັນດາການກະທຳເພື່ອອາກາດ, ພ້ອມທັງເພີ່ມທະວີການຊ່ວຍເຫຼືອບັນດາປະເທດພວມພັດທະນາ.

ເພາະສະນັ້ນ, ການເຂົ້າຮ່ວມກອງປະຊຸມ COP28 ຄັ້ງນີ້, ຫວຽດນາມ ຫວັງວ່າ ກອງປະຊຸມຈະບັນລຸໄດ້ບັນດາບາດກ້າວທີ່ແທດຈິງ, ພິເສດໃນ 4 ຂົງເຂດສຳຄັນແຖວໜ້າ. ທີໜຶ່ງ, ບັນດາປະເທດສືບຕໍ່ມີບັນດາການກະທຳຢ່າງແຮງເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ດຳເນີນການຫັນປ່ຽນພະລັງງານແບບຍືນຍົງ ແລະຍຸຕິທຳ. ທີສອງ, ບັນດາປະເທດພັດທະນາປະຕິບັດຄຳໝັ້ນສັນຍາຂອງຕົນ, ພິເສດແມ່ນໃນການສະໜອງການເງິນ, ໜູນຊ່ວຍການຖ່າຍຖອດເຕັກໂນໂລຢີໃຫ້ບັນດາປະເທດພວມພັດທະນາໃນວິວັດທະນາການນີ້ (ລວມມີການປະຕິບັດຄຳໝັ້ນສັນຍາດ້ວຍເປົ້າໝາຍລະດົມ 100 ຕື້ໂດລາສະຫະລັດຕໍ່ປີ ແລະເພີ່ມລະດັບຄຳໝັ້ນສັນຍາໄລຍະເຖິງປີ 2025 ແລະປີ 2030). ທີສາມ, ເອົາໃຈໃສ່ເຖິງກິດຈະກຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກອອກຂອບເປົ້າໝາຍຮັບມືທົ່ວໂລກຢ່າງຈະແຈ້ງ ແລະເປັນໄປໄດ້. ທີສີ່, ນຳກອງທຶນແກ້ໄຂຄວາມສູນເສຍ ແລະເສຍຫາຍ ເຂົ້ານຳໃຊ້ເພື່ອມີແຫຼ່ງການເງິນໃໝ່, ໃຫຍ່ກວ່າເພື່ອໜູນຊ່ວຍໃຫ້ບັນດາປະເທດພວມພັດທະນາ ແລະບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ.

ທີ່ກອງປະຊຸມຄັ້ັງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຄາດວ່າ ຈະປະກາດບາງຂໍ້ລິເລີ່ມ, ຄຳໝັ້ນສັນຍາໃໝ່ຂອງຫວຽດນາມ ເພື່ອພ້ອມກັບປະຊາຄົມສາກົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໄລຍະຍະມາເຖິງຢ່າງດີທີ່ສຸດ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍຂອງການໄປຢ້ຽມຢາມ ຕວກກີ ຢ່າງເປັນທາງການ ແລະດຳເນີນບັນດາການເຄື່ອນໄຫວພົບປະສອງຝ່າຍກັບ UAE ເນື່ອງໃນໂອກາດເຂົ້າຮ່ວມ COP28 ຂອງທ່ານນາຍົກລັດຖະມົນຕີ?

ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ: ການໄປຢ້ຽມຢາມ ຕວກກີ ຢ່າງເປັນທາງການ ແລະບັນດາການເຄື່ອນໄຫວສອງຝ່າຍຢູ່ UAE ເນື່ອງໃນໂອກາດເຂົ້າຮ່ວມ COP28 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມີຄວາມໝາຍສໍາຄັນທີ່ສຸດ. ການຢ້ຽມຢາມຈະປະກອບສ່ວນຜັນຂະຫຍາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍທິດ ແລະຫຼາຍຝ່າຍ. ຄຽງຂ້າງນັ້ນ, ການໄປຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ແມ່ນການຢ້ຽມຢາມພາກພື້ນຕາເວັນອອກກາງ ຄັ້ງທີ 2 ໃນຮອບເວລາສອງເດືອນ (ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ASEAN-GCC ແລະດໍາເນີນບັນດາກິດຈະກໍາສອງຝ່າຍຢູ່ ຊາອຸດິອາຣາເບຍ ໃນເດືອນຕຸລາ 2023), ຜ່ານນັ້ນແຜ່ຂະຫຍາຍສານກ່ຽວກັບຄໍາໝັ້ນສັນຍາຢ່າງແຮງ ແລະສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງຈະແຈ້ງຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືຫຼາຍດ້ານກັບພາກພື້ນຕາເວັນອອກກາງ ທີ່ມີຄວາມສາມາດບົ່ມຊ້ອນຫຼາຍ.

ໃນການຢ້ຽມຢາມຄັ້ງນີ້, ນອກຈາກການພົບປະກັບການນຳຂັ້ນສູງ ແລະການນຳຂອງບັນດາປະເທດ, ທ່ານນາຍົກລັດຖະມົນຕີ ກໍ່ຈະເຂົ້າຮ່ວມ ແລະກ່າວຄຳເຫັນຢູ່ບັນດາເວທີປາໄສ, ການໂອ້ລົມສົນທະນາວິສາຫະກິດ, ຕ້ອນຮັບບັນດາວິສາຫະກິດ, ກຸ່ມບໍລິສັດ, ກອງທຶນແຖວໜ້າຂອງ ຕວກກີ ແລະ UAE, ຜ່ານນັ້ນເປີດຕະຫຼາດຕື່ມອີກໃຫ້ສິນຄ້າສົ່ງອອກຂອງຫວຽດນາມ, ພ້ອມທັງດຶງດູດແຫຼ່ງທຶນທີ່ມີຄຸນນະພາບສູງໃໝ່, ເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ວິທະຍາສາດ-ເຕັກໂນໂລຢີ, ພະລັງງານສະອາດ, ການຫັນປ່ຽນດີຈີຕອນ, ການປ່ຽນແປງໃໝ່ປະດິດສ້າງ... ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະເທດໃນໄລຍະຈະມາເຖິງ.

ນັກຂ່າວ: ຂໍຂອບໃຈ

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.