ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ

00:00 | 14/12/2023

ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ

ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່
ສະພາແຫ່ງຊາດ ລາວ: ລາຍງານທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ແລະ ບົດລາຍງານກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ​ທີ IX ສະພາແຫ່ງຊາດ ລາວ: ລາຍງານທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ແລະ ບົດລາຍງານກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ​ທີ IX

ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍ, ປະຕິບັດວຽກງານກະກຽມໃຫ້ກອງປະຊຸມລັດຖະມົນຕີປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ ຄັ້ງທີ 1 ໃຫ້ເປັນຢ່າງດີ, ວັນທີ່9 ທັນວາ, ກອງບັນຊາການທະຫານເຂດ 5, ຕັ້ງຢູ່ບໍລິເວນກອງບັນຊາການທະຫານເມືອງງອັກໂຮ່ຍ (ກອນຕູມ) ໄດ້ປະຊຸມເພື່ອກໍາແໜ້ນ, ຜັນຂະຫຍາຍໜ້າທີ່ໃຫ້ບັນດາກຳລັງ.

ສະຫາຍພັນເອກພິເສດ ຫວໍວັນບ໊າ, ຮອງຫົວໜ້າເສນາທິການ, ຮອງຫົວໜ້າກອງບັນຊາການ (ຜູ້ປະຈໍາການ) ກອງບັນຊາການແນວໜ້າທະຫານເຂດ 5 ເປັນປະທານກອງປະຊຸມ.

ພາຍຫຼັງຮັບຟັງຜູ້ແທນບັນດາອົງການລາຍງານໝາກຜົນວຽກງານກະກຽມ, ແຈ້ງການ, ແຜນສົມທົບ, ການຄາດຄະເນລາຍການໃນໄລຍະຈະມາເຖິງ, ທ່ານພັນເອກພິເສດ ຫວໍວັນບ໊າ ໄດ້ຮັບຮູ້ ແລະຕີລາຄາສູງບັນດາອົງການ, ກົມກອງທີ່ໄດ້ເປັນເຈົ້າການປະຕິບັດວຽກງານກະກຽມໃຫ້ກອງປະຊຸມທີ່ຈະມາເຖິງ.

ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ

ສະຫາຍພັນເອກພິເສດ ຫວໍວັນບ໊າ ກ່າວຄໍາເຫັນສະຫຼຸບກອງປະຊຸມ. ພາບ: ຟານດີ້ງ

ສະຫາຍຮອງຫົວໜ້າເສນາທິການທະຫານເຂດ 5 ເນັ້ນໜັກວ່າ ກອງປະຊຸມລັດຖະມົນຕີປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ ຄັ້ງນີ້ ແມ່ນເຫດການສຳຄັນ, ຈັດຂຶ້ນເປັນຄັ້ງທຳອິດ ແລະມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງໃນການຮັດແໜ້ນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສາມປະເທດບ້ານໃກ້ເຮືອນຄຽງ, ເປັນຕົ້ນແມ່ນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຢູ່ເຂດຊາຍແດນສາມປະເທດ...

ສະຫຼຸບກອງປະຊຸມ, ສະຫາຍພັນເອກພິເສດ ຫວໍວັນບ໊າ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງ, ກໍາແໜ້ນພາລະບົດບາດ, ໜ້າທີ່ວຽກງານ, ເພີ່ມທະວີການແລກປ່ຽນ, ສົມທົບກັນຈັດຕັ້ງຜັນຂະຫຍາຍປະຕິບັດໜ້າທີ່ໃຫ້ຄົບຊຸດ, ຮອບດ້ານ, ມີປະສິດທິຜົນ ແລະມີຄຸນນະພາບສູງສຸດ, ປະກອບສ່ວນເພື່ອຮັບປະກັນໃຫ້ກອງປະຊຸມລັດຖະມົນຕີປ້ອງກັນຊາດສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ ຄັ້ງທີ 1 ໄດ້ຮັບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ຕາມຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພຢ່າງແທ້ຈິງໃນທຸກດ້ານ.

ບູນມີ

ເຫດການ
302 Found

Found

The document has moved here.