ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

09:42 | 22/01/2024

ກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

ສະມາຄົມ​ມິດຕະພາບລາວ - ຫວຽດນາມ ຂັ້ນ​ສູນ​ກາງ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ ສະມາຄົມ​ມິດຕະພາບລາວ - ຫວຽດນາມ ຂັ້ນ​ສູນ​ກາງ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ
ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ
ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ຕອນບ່າຍວັນທີ 18 ມັງກອນ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປອວຍພອນສະຖານທູດ ແລະຫ້ອງການທີ່ປຶກສາາຝ່າຍທະຫານ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20-1-1949/20-1-2024).

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ. ພາບ: qdnd.vn

ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສົ່ງຄໍາອວຍພອນດີງາມທີ່ສຸດມາຍັງເອກອັກຄະລັດຖະທູດ, ທີ່ປຶກສາາຝ່າຍທະຫານ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ແລະຫ້ອງການທີ່ປຶກສາາຝ່າຍທະຫານ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນຕະຫຼອດ 75 ປີຜ່ານມາ, ພາຍໃຕ້ການຊີ້ນໍາ, ນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ກອງທັບປະຊາຊົນລາວ ໄດ້ພ້ອມກັບປະຊາຊົນບັນດາເຜົ່າລາວ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕໍ່ສູ້, ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະເຕີບໂຕຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ຕ້ອນຮັບທ່ານພົນໂທ ຮວ່າງຊວນຈ໊ຽນ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ລາວ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຊຸກຍູ້ຜັນຂະຫຍາຍຢ່າງມີປະສິດທິຜົນ; ຕີລາຄາສູງການປະກອບສ່ວນຂອງສະຖານທູດ, ຫ້ອງການທີ່ປຶກສາາຝ່າຍທະຫານ ລາວ ແລະສ່ວນຕົວທ່ານນາງເອກອັກຄະລັດຖະທູດ ກໍ່ຄືທີ່ປຶກສາາຝ່າຍທະຫານລາວ ສໍາລັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ໂດຍສະເພາະແມ່ນໃນຫຼາຍເຫດການໃຫຍ່ໂດຍສອງກະຊວງປ້ອງກັນປະເທດສົມທົບກັນຈັດຕັ້ງ, ໃນນັ້ນ ມີບັນດາການເຄື່ອນໄຫວໃນ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 1 (ເດືອນທັນວາ 2021) ແລະຫວ່າງແລ້ວນີ້ແມ່ນການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 (ເດືອນ ທັນວາ 2023).

ສ່ວນທ່ານນາງ ຄໍາເພົາ ເອີນທະວັນ ກໍ່ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ, ມີຄວາມໝາຍຫຼາຍຢ່າງລະຫວ່າງສອງກະຊວງປ້ອງກັນປະເທດໃນໄລຍະຜ່ານມາ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ ແລະຮັດແໜ້ນການພົວພັນຫວຽດນາມ-ລາວ ກວ່າອີກ; ຢັ້ງຢືນວ່າ ຍາມໃດກໍ່ສະໜັບສະໜູນ ແລະພ້ອມແລ້ວທີ່ຈະສົມສົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ສອງຝ່າຍຜັນຂະຫຍາຍການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງຮອບດ້ານ, ມີປະສິດທິຜົນ.

ໂດຍເນັ້ນໜັກເຖິງ ກະຊວງປ້ອງກັນປະເທດລາວ ຈະເປັນປະທານຈັດຕັ້ງຫຼາຍກອງປະຊຸມການທະຫານ-ການປ້ອງກັນຊາດອາຊຽນ ໃນປີເປັນປະທານອາຊຽນ 2024 ຂອງລາວ, ທ່ານນາງ ຄໍາເພົາ ເອີນທະວັນ ສະແດງຄວາມປາດຖະໜາຢາກກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍກະຊວງປ້ອງກັນປະເທດລາວ ປະຕິບັດສໍາເລັດໜ້າທີ່ສໍາຄັນດັ່ງກ່າວ. ກໍ່ກ່ຽວຂ້ອງເຖິງບັນຫານີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ໃນຄວາມສາມາດຂອງຕົນ, ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ກຽມພ້ອມທີ່ຈະແບ່ງປັນບົດຮຽນ, ໜູນຊ່ວຍກະຊວງປ້ອງກັນປະເທດລາວ.

ບູນມີ

ເຫດການ
302 Found

Found

The document has moved here.