ມູນເຊື້ອພາກພຽນໃນການຮໍ່າຮຽນໄດ້ປະກອບສ່ວນສ້າງສາປະເທດຫວຽດນາມ ໃຫ້ພັດທະນາ

16:06 | 05/01/2024

ມູນເຊື້ອພາກພຽນໃນການຮໍ່າຮຽນໄດ້ປະກອບສ່ວນສ້າງສາປະເທດຫວຽດນາມ ໃຫ້ພັດທະນາ

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ
ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ

ຈິດໃຈ ແລະມູນເຊື້ອພາກພຽນໃນການຮໍ່າຮຽນ, ບວກກັບລັດທິຮັກຊາດ ແລະວັດທະນະທຳປົກປັກຮັກສາປະເທດຊາດ, ບໍ່ພຽງແຕ່ສ້າງເປັນວາດຊົງ, ເອກະລັກ ແລະສີສັນຂອງຊາວຫວຽດນາມເທົ່ານັ້ນ ຫາກຍັງຊ່ວຍໃຫ້ປະເທດຊາດຫວຽດນາມ ນັບມື້ນັບພັດທະນາຂຶ້ນຕື່ມ.

ມູນເຊື້ອພາກພຽນໃນການຮໍ່າຮຽນໄດ້ປະກອບສ່ວນສ້າງສາປະເທດຫວຽດນາມ ໃຫ້ພັດທະນາ
ພາບປະກອບ: TTXVN

ທ່ານ ຄຳວິສັນ ແກ້ວສຸວັນ, ອະດີດຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມ, ອະດີດຫົວໜ້າບັນນາທິການວາລະສານໂຄສະນາອົບຮົມ ຂອງສູນກາງພັກປະຊາຊົນປະຕິວັດລາວ ແບ່ງປັນວ່າ: “ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບວັດທະນະທໍາ ແລະຊາວຫວຽດນາມ ນັ້ນແມ່ນຈິດໃຈ ແລະມູນເຊື້ອພາກພຽນໃນການຮໍ່າຮຽນ, ບວກກັບລັດທິຮັກຊາດ ແລະວັດທະນະທຳປົກປັກຮັກສາປະເທດຊາດ. ວັດທະນະທຳທີ່ສວຍງາມນີ້ບໍ່ພຽງແຕ່ສ້າງເປັນວາດຊົງ, ເອກະລັກ ແລະສີສັນຂອງຊາວຫວຽດນາມເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະເທດຫວຽດນາມ, ຊົນຊາດຫວຽດນາມ ແລະ ຊາວຫວຽດນາມ ໃນປະຈຸບັນນີ້ໄດ້ມີປະຫວັດຄວາມເປັນມາດົນກວ່າ 4.000 ປີ, ແມ່ນຄວາມອົງອາດກ້າຫານ ແລະເປັນໜ້າເອກອ້າງທະນົງໃຈທີ່ສຸດ ກ່ຽວກັບວິວັດການສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ".

ທ່ານ ຄຳວິສັນ ໃຫ້ຮູ້ວ່າ: ໂດຍແມ່ນຜູ້ທີ່ເຄີຍຮ່ຳຮຽນ ແລະເຮັດວຽກຢູ່ຫວຽດນາມ ເປັນເວລາຫຼາຍປີ, ທ່ານມີຄວາມປະທັບໃຈຕໍ່ຈິດໃຈ ແລະມູນເຊື້ອພາກພຽນໃນການຮໍ່າຮຽນໃນວັດທະນະທຳ ແລະຊາວຫວຽດນາມ. ຫຼາຍທົດສະວັດໄດ້ຜ່ານພົ້ນໄປ, ທ່ານ ຄຳວິສັນ ຍັງຈື່ໄດ້ຢ່າງຊັດເຈນກ່ຽວກັບຄວາມຮູ້ສຶກທີ່ແປກໃຈໃນຕອນທໍາອິດທີ່ທ່ານຮໍ່າຮຽນ ຢູ່ມະຫາວິທະຍາໄລກະສິກໍາ ຢູ່ເມືອງຢາເລິມ ໃນປີ 1980, ທຸກໆຄັ້ງທີ່ທ່ານມີໂອກາດໄປຫໍສະໝຸດ, ຍາມໃດທ່ານກໍ່ເຫັນຄົນຢືນລຽນແຖວລໍຖ້າເຂົ້າຫ້ອງສະໝຸດ. ພາຍຫຼັງມາຮ່ຳຮຽນຢູ່ຫວຽດນາມ ໄດ້ໄລຍະໜຶ່ງ, ທ່ານເຫັນວ່າ ຊາວຫວຽດນາມບໍ່ພຽງແຕ່ຖືເປັນສໍາຄັນຕໍ່ກັບການອ່ານປຶ້ມເທົ່ານັ້ນ, ຫາກຍັງມັກຮຽນທີ່ສຸດ.

ຕາມທ່ານ ຄຳວິສັນ ແກ້ວສຸວັນ ແລ້ວ, ມີຫຼາຍວົງຕະກຸນຍັງໄດ້ສ້າງກອງທຶນສົ່ງເສີມການສຶກສາ, ໃນຂະນະທີ່ຕາແສງ, ເມືອງ, ແຂວງ, ນະຄອນຕ່າງໆ ແລະລະດັບຊາດກໍ່ມີນະໂຍບາຍຢ່າງເຂັ້ມແຂງເພື່ອລະດົມກໍາລັງໃຈ, ສົ່ງເສີມ ແລະຍ້ອງຍໍຊົມເຊີຍນັກຮຽນທີ່ມີຜົນການຮຽນດີ, ຮຽນເກັ່ງ ແລະ ດີເລີດ.

ທ່ານ ຄຳວິສັນ ແກ້ວສຸວັນ ແບ່ງປັນວ່າ, ບໍ່ພຽງແຕ່ເອົາໃຈໃສ່, ລະດົມກໍາລັງໃຈ ແລະສົ່ງເສີມໃຫ້ລູກຫຼານຮ່ຳຮຽນເທົ່ານັ້ນ, ບັນດາຄອບຄົວຢູ່ ຫວຽດນາມ ຍັງສະຫງວນເງິນສ່ວນໃຫຍ່ເພື່ອໃຫ້ລູກໄດ້ຮ່ຳຮຽນ, ຫຼາຍຄອບຄົວເຖິງວ່າທຸກຍາກກໍ່ຕາມ, ແຕ່ກໍ່ຍັງປະຢັດເງິນ ເພື່ອສົ່ງເສີມໃຫ້ລູກຫຼານໄປຮຽນ, ເປັນຄົນດີຂອງສັງຄົມ. ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຊາວຫວຽດນາມ ບໍ່ວ່າຈະດຳລົງຊີວິດຢູ່ແຫ່ງຫົນໃດໃນໂລກ ກໍ່ລ້ວນແຕ່ເອົາໃຈໃສ່ເຖິງການຮ່ຳຮຽນ ແລະສູ້ຊົນເພື່ອໃຫ້ກາຍເປັນຄົນດີ, ມີປະໂຫຍດຢູ່ປະເທດປະຈໍາຖິ່ນ. ຢູ່ລາວກໍ່ເຊັ່ນດຽວກັນ, ໃນແຕ່ລະປີມີນັກຮຽນເກັ່ງຫຼາຍຄົນ ທີ່ມີເຊື້ອຊາດຫວຽດນາມ.

ຕາມທ່ານ ຄຳວິສັນ ແກ້ວສຸວັນ ແລ້ວ, ພ້ອມກັບນິດໄສອື່ນ ເປັນຕົ້ນແມ່ນຈິດໃຈຮັກຊາດ, ເຈດຈໍານົງສ້າງຄວາມເຂັ້ມແຂງຂອງຊາດດ້ວຍຕົນເອງ, ຈິດໃຈສາມັກຄີ, ສະຕິຂອງວົງຄະນະຍາດຊຸມຊົນ..., ວັດທະນະທຳພາກພຽນໃນການຮໍ່າຮຽນຂອງຊາວຫວຽດນາມ ແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ຊ່ວຍໃຫ້ຊາວຫວຽດນາມ ມີປະຫວັດສາດອັນອົງອາດກ້າຫານ ແລະເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາ ແລະ ເປັນໜ້າເອກອ້າງທະນົງໃຈທີ່ສຸດ ໃນຕະຫຼອດໄລຍະ 4.000 ກວ່າປີແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຈົນມາຮອດປັດຈຸບັນ.

ມູນເຊື້ອວັດທະນະທຳ ແລະປະຫວັດຄວາມເປັນມາແຕ່ດົນນານນັ້ນໄດ້ ແລະກໍາລັງເປັນພື້ນຖານອັນໜັກແໜ້ນເພື່ອຊ່ວຍໃຫ້ປະເທດຫວຽດນາມ ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະໄດ້ຮັບການຕີລາຄາສູງຈາກບັນດາປະເທດໃນພາກພື້ນ ແລະປະຊາຄົມສາກົນ.

ບູນມີ

ເຫດການ
302 Found

Found

The document has moved here.