ປີ 2025, ໜ້າທີ່ວຽກງານການພົວພັນຕ່າງປະເທດຂອງແຂວງເຊີນລາ ແມ່ນສືບຕໍ່ຍູ້ແຮງໃຫ້ຂຶ້ນສູ່ລະດັບສູງໃໝ່. ຜັນຂະຫຍາຍວຽກງານການພົວພັນຕ່າງປະເທດຂອງພັກ ສົມທົບກັບການທູດລັດ ແລະການທູດປະຊາຊົນ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງສາຍພົວພັນຮ່ວມມືມິດຕະພາບແບບພິເສດກັບ 9 ແຂວງຂອງ ສປປ ລາວ, ອົງການຈັດຕັ້ງສາກົນ ແລະບັນດາອົງການຜູ້ຕາງໜ້າການທູດຕ່າງປະເທດ ປະຈໍາ ຫວຽດນາມ, ເປັນຂົວຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ການແພດ, ວິທະຍາສາດ ແລະໜູນຊ່ວຍປະຊາຊົນໃນແຂວງຜ່ານບັນດາລາຍການ, ໂຄງການ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດພັດທະນາຂອງແຂວງ.
ຍສໝ - ວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ສະຖານທູດ ສປປ. ເກົາຫຼີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີງານລ້ຽງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສສ ຫວຽດນາມ ແລະ ສປປ. ເກົາຫຼີ (31 ມັງກອນ 1950 – 31 ມັງກອນ 2025).
ວັນທີ 4 ກຸມພາ 2025, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ບຸ່ຍເລຖາຍ ໄດ້ແລກປ່ຽນກັບນັກການທູດສຳນັກວາຕີກັງ, ທ່ານ Michael W BANACH - ຫົວໜ້າຄະນະການທູດ ປະຈຳ ຮົງກາລີ ກ່ຽວກັບການພົວພັນ ຫວຽດນາມ - ຮົງກາລີ, ຫວຽດນາມ - ວາຕີກັງ ແລະ ສົມທົບກັນເຄື່ອນໄຫວໃນຂອບເຂດຂອງຄະນະການທູດ ປະຈຳ ຮົງກາລີ.
ຍສໝ - ເນື່ອງໃນໂອກາດປີໃໝ່ 2025, ທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ຕອບສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ນີ້ແມ່ນເນື້ອໃນສໍາພາດ:
ຍສໝ - ວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຕະກວາງໂດ່ງ ມີການເຮັດວຽກກັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ - ສະຫະພັນ ລັດເຊຍ ໃນປີ 2024 ແລະ ກຳນົດທິດຮອດປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງທາບ ຫາກໍ່ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ແລະ ວິທະຍາໄລຊຸມຊົນ ດົ່ງທາບ ຈັດຕັ້ງການພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ.
ຍສໝ - ທ່ານ Park Hang Seo ອະດີດຫົວໜ້າຄູຝຶກທີມບານເຕະແຫ່ງຊາດ ຫວຽດນາມ ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກຂອງແຂວງ Jeolla ເໜືອ (Jeonbuk) ເພື່ອຊ່ວຍຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ.
ຍສໝ - ຄະນະຜູ້ແທນພັກ, ອຳນາດການປົກຄອງນະຄອນ ດົ່ງຊິ່ງ (ຈີນ) ແລະ ເຂດ ຟາງຈ່າງ (ຈີນ) ໄດ້ໄປຢ້ຽມຢາມ ແລະ ອວຍພອນອົງຄະນະພັກ, ລັດຖະບານ ແລະ ປະຊາຊົນນະຄອນ ມ໋ອງກ໋າຍ (ຫວຽດນາມ) ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ຕ້ອນຮັບລະດູບານໃໝ່ ປີມະເສັງ 2025.
ຍສໝ - ວັນທີ 12 ມັງກອນນີ້, ຢູ່ແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ແຂວງ ບັກຢາງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ, ພ້ອມກັນນັ້ນ ກໍ່ສະຫຼຸບວຽກງານການທູດປະຊາຊົນປີ 2024 ແລະ ວາງອອກທິດທາງການເຄື່ອນໄຫວ ປີ 2025.
ຍສໝ - ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານ Mikhail Vladimirovich Mishustin ຈະມີການພົບປະ ແລະເຈລະຈາກັບບັນດາການນຳຫວຽດນາມ.
ຍສໝ - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 22 – 28 ທັນວາ 2024, ຄະນະຜູ້ແທນສະພາສັນຕິພາບ ແລະ ຄວາມສາມັກຄີ ເນປານ ໂດຍທ່ານ Rabinndra Adhikari, ປະທານສະພານຳໜ້າ ໄດ້ປະຕິບັດການເດີນທາງທີ່ມີຄວາມໝາຍພ້ອມກັບບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ຢ້ຽມຢາມບັນດາມໍລະດົກປະຫວັດສາດ ຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ ແລະ ທ້ອງຖິ່ນອື່ນ. ການເດີນທາງໄປຢ້ຽມຢາມໂດຍສະມາຄົມມິດຕະພາບ ຫວຽດນາມ - ເນປານ ຈັດຕັ້ງ, ໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນ 2 ປະເທດ.
ຍສໝ - ຕອນເຊົ້າວັນທີ 8 ມັງກອນ ປີ 2025, ກຸ່ມແມ່ຍິງປະຊາຄົມ ອາຊຽນ ປະຈຳ ຮ່າໂນ້ຍ (AWCH) ໄດ້ຈັດຕັ້ງການພົບປະອັນສະຫນິດສະຫນົມເນື່ອງໃນໂອກາດປີໃໝ່ 2025.
ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະເດີນທາງໄປຢ້ຽມຢາມລາວ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ໃນລະຫວ່າງວັນທີ 9-10 ມັງກອນ 2025.
ຍສໝ - ເພື່ອເລີ່ມຕົ້ນໃຫ້ການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສີລັງກາ (1970-2025), ສະຖານທູດ ຫວຽດນາມ ປະຈຳ ສີລັງກາ ໄດ້ສົມທົບກັບກະຊວງການຕ່າງປະເທດ ສີລັງກາ ແລະ ໜັງສືພິມ Colombo Times ໄດ້ຈັດຕັ້ງພິທີປຸກລະດົມການເສັງຊອກຮູ້ກ່ຽວກັບການພົວພັນ ຫວຽດນາມ - ສີລັງກາ ແລະ ການເສັງອອກແບບ Logo ກ່ຽວກັບການພົວພັນລະຫວ່າງ 2 ປະເທດ.
ຍສໝ - ທ່ານ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີບົດຂຽນ “ວຽກງານການຕ່າງປະເທດ ຫວຽດນາມ ໃນປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ໄດ້ເນັ້ນໜັກເຖິງບັນດາຜົນງານ “ຄວາມສຳຄັນ, ຄວາມໝາຍທາງປະຫວັດສາດ” ຂອງວຽກງານການຕ່າງປະເທດຕັ້ງແຕ່ຕົ້ນອາຍຸການຈົນເຖິງປະຈຸບັນ. ບົດຂຽນມີເນື້ອໃນດັ່ງຕໍ່ໄປນີ້:
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຕອບສໍາພາດກ່ຽວກັບການເດີນທາງໄປຢ້ຽມຢາມລາວ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ.
ຍສໝ - ວັນທີ 7 ມັງກອນ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Nicholas Berggruen, ຜູ້ກໍ່ຕັ້ງ, ປະທານບໍລິສັດລົງທຶນ Berggruen Holdings ແລະ ສະຖາບັນ Berggruen ພ້ອມກັບທ່ານນາງ ຫງວຽນທິລຽນຮັ່ງ, ຜູ້ອໍານວຍການສະຖາບັນຄົ້ນຄວ້າອາຊີຕາເວັນອອກ Weatherhead, ມະຫາວິທະຍາໄລ Columbia, ອາເມລິກາ.
ຍສໝ - ຕອນຄ່ຳວັນທີ 6 ມັງກອນ ປີ 2025, ຢູ່ທີ່ເຮືອນ ອີຕາລີ (Casa Italia), ຮ່າໂນ້ຍ, ສະຖານທູດ ອີຕາລີ ໄດ້ຈັດພິທີປະດັບຫຼຽນໄຊກຽດຕິຄຸນອັນສະຫງ່າລາສີຂອງສາທາລະນະລັດ ອີຕາລີ - ຊັ້ນອັດສະວິນ ໃຫ້ທ່ານ ປອ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ - ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ.
ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.
ຍສໝ - ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 23 – 24 ທັນວາ.