ບາງຈຸດພິເສດໃນການພົວພັນຫວຽດນາມ - ໄທ

17:44 | 16/08/2025

ຍສໝ - 'ຈຸດບາດລ້ຽວໃໝ່, ສິ່ງທ້າທາຍແຕ່ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ' - ນັ້ນແມ່ນສິ່ງທີ່ຂ້າພະເຈົ້າບອກຕົນເອງເມື່ອຮູ້ວ່າຈະໄປເຮັດວຽກຢູ່ປະເທດໄທ.

ວົງຄະນາຍາດຊາວ​ໄທ ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ​ຮ່ວມເດີນທາງ​ຊຸກ​ຍູ້ການພົບປະ​ແລກ​ປ່ຽນລະຫວ່າງ​ປະຊາຊົນ ຫວຽດ​ນາມ - ໄທ.
ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ
ບາງຈຸດພິເສດໃນການພົວພັນຫວຽດນາມ - ໄທ

ວັນທີ 22 ມິຖຸນາ 2024, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸງ ໄດ້ແຈ້ງໃບມອບໝາຍຫາເຈົ້າຊີວິດ Maha Vajiralongkorn Phra Vajiraklaochaoyuhua ອານາຈັກໄທ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ໄທ)

ໃນຖານະເປັນຜູ້ທີ່ຊ່ຽວຊານດ້ານພາສາ ແລະ ການພົວພັນກັບແຫຼມເກົາຫຼີ, ມີຄວາມຕິດພັນກັບພາກພື້ນອາຊີຕາເວັນອອກສຽງເໜືອເປັນເວລາຫຼາຍປີນັບຕັ້ງແຕ່ມື້ທໍາອິດທີ່ຂ້າພະເຈົ້າໄດ້ເຮັດວຽກຢູ່ກະຊວງການຕ່າງປະເທດ, ຂ້າພະເຈົ້າບໍ່ເຄີຍຄິດເລີຍວ່າມື້ໜຶ່ງຂ້າພະເຈົ້າຈະຖືກມອບໝາຍຢູ່ປະເທດອາຊີຕາເວັນອອກສຽງໃຕ້ທີ່ຟົດເຟືອນ ແລະ ມີສີສັນຄືໄທ – ເປັນສະຖານທີ່ທີ່ຂ້າພະເຈົ້າບໍ່ເຄີຍໄດ້ມາ.

ຄວາມຫນາຂອງປະຫວັດສາດ ແລະ ການພົວພັນທີ່ເຊື່ອຖື

ເວົ້າ​ເຖິງ​ການ​ພົວ​ພັນ​ຫວຽດ​ນາມ - ໄທ, ນັບ​ແຕ່​ສັດ​ຕະ​ວັດ​ທີ 12 ໄດ້​ມີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊຸມ​ຊົນຊາວ​ຫວຽດ​ນາມ ແລະ ຊາວໄທ. ​ໃນ​ຂະບວນການ​ເຄື່ອນ​ໄຫວ​ປະຕິວັດ, ປີ 1928, ປະທານ ​ໂຮ່ຈີ​ມິນ ​ໄດ້​ມາ​ຢ້ຽມຢາມ ​ໄທ ​ແລະ ​ເຜີຍ​ແຜ່​ນ້ຳ​ໃຈ​ຮັກ​ຊາດ​ໃນ​ປະຊາ​ຄົມ​ຊາວຫວຽດນາມ. ທ່ານ ໄດ້ສະ​ເໜີ​ນະ​ໂຍ​ບາຍ​ມິດ​ຕະ​ພາບ​ໄທ - ຫວຽດ​ນາມ ແລະ ຕັກເຕືອນ​ໃຫ້​ບັນ​ດາຊາວ​ຫວຽດ​ນາມອາໄສຢູ່ຕ່າງປະເທດ ​ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ປະ​ຊາ​ຊົນ​ໄທ.

ບາງຈຸດພິເສດໃນການພົວພັນຫວຽດນາມ - ໄທ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ຟ້າມຫວຽດຮຸງ. (ທີ່ມາ: ສະຖານທູດຫວຽດນາມ ປະຈໍາ ໄທ)

​ໂດຍ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ປະຫວັດສາດ, ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໄທ ​ໄດ້​ພັດທະນາ​ຢ່າງ​ຕັ້ງໜ້າ, ​ເຮັດ​ໃຫ້ 2 ປະ​ເທດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ກັນ ແລະ ກັນ. ພາຍຫຼັງ​ເກືອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ພິ​ເສດ​ແມ່ນ​ໃນ 10 ປີ​ທີ່​ຜ່ານ​ມາ, 2 ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເປັນ 3 ເທື່ອ (ປີ 2013), ພາຍຫຼັງ 2 ປີ​ຕໍ່​ມາ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດເພີ່ມ​ທະວີ​ ​ແລະ 10 ປີ​ຕໍ່​ມາເປັນ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ ໃນໂອກາດໄປຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ໄທ ໃນເດືອນພຶດສະພາ 2025 ຢ່າງເປັນທາງການ.

ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ຕິດຕໍ່ ​ແລະ ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທຸກ​ຂັ້ນ. ຄວາມ​ເຂົ້າ​ໃຈ ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ​ແລະ ​ກັນ​ໄດ້​ຮັບ​ການ​ເອົາໃຈໃສ່ກໍ່ສ້າງ ແລະ​ ນັບ​ມື້​ນັບປັບປຸງຢ່າງ​ຮັດ​ແໜ້ນ. ຫຼາຍ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ​ເສີມຂະຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພິ​ເສດ, ກົນ​ໄກ​​ປະຊຸມຄະນະລັດຖະບານຮ່ວມ​ແມ່ນ​ກົນ​ໄກ​ຮ່ວມ​ມືສອງຝ່າຍສະເພາະມີຂອງຫວຽດນາມ ກັບ​​ນາຍົກລັດຖະມົນຕີ 2 ປະ​ເທດ​ເປັນ​ຜູ້ກຳກັບບັນຊາ​ຮ່ວມ, ວາງອອກບັນດາທິດທາງ​ສຳຄັນໃຫຍ່​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື.

ທາງດ້ານເສດຖະກິດ, ໄທ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ ອາຊຽນ ແລະ ອັນດັບ 9 ຂອງໂລກ, ດ້ວຍວົງເງິນການຄ້າ 2 ສົ້ນບັນລຸກວ່າ 20,2 ຕື້ USD ໃນປີ 2024. ໄທ ກໍ່ແມ່ນໜຶ່ງໃນ 10 ປະເທດລົງທຶນ FDI ໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍກວ່າ 700 ໂຄງການຍັງຄຸນສັກສິດ ດ້ວຍຍອດຈຳນວນລົງທຶນຈົດທະບຽນກວ່າ 14 ຕື້ USD.

ບາງຈຸດພິເສດໃນການພົວພັນຫວຽດນາມ - ໄທ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດ​ຮຸງ ຖ່າຍຮູບ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ຫໍ​ລະ​ລຶກ​ ໂຮ່​ຈິ​ມິນ ຢູ່ Nakhon Phanom. (ທີ່ມາ: ສະຖານທູດຫວຽດນາມ ປະຈໍາ ໄທ)

ພື້ນທີ່ວັດທະນະທໍາ - ປະຫວັດສາດ ແລະ "ນັກການທູດຂອງປະຊາຊົນທີ່ມີອິດທິພົນ"

ປະຊາ​ຄົມ​​ຊາວ​ຫວຽດ​ນາມ ແລະ ມີເຊື້ອຊາດຫວຽດ​ນາມ ຢູ່​ໄທ ຄາດ​ວ່າ​ມີ​ປະ​ມານ 100.000 ຄົນ, ເປັນຫນຶ່ງໃນບັນດາຊຸມຊົນທີ່ມີປະຫວັດສາດອັນຍາວນານໃນການສ້າງຕັ້ງ, ໄດ້ເປັນພະຍານ ແລະ ຮ່ວມເດີນທາງກັບປະເທດຂອງພວກເຮົາໂດຍຜ່ານການຂຶ້ນລົງຂອງປະຫວັດສາດຫຼາຍຢ່າງ.

ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຢາມ​ເມືອງ​ຫວຽດນາມ (Vietnam Town) ຢູ່ Udon Thani, ​ວັດ​ໜຶ່ງ​ເສົາ ​ຢູ່​ Khon Kaen; ຢ້ຽມຢາມບັນດາເດັກນ້ອຍ ແລະ ບັນດາຄູອາສາສະໝັກສອນພາສາຫວຽດນາມ ຢູ່ໂຮງຮຽນ ແຄງອ່ານ; ເຂົ້າ​ຮ່ວມ​ງານ​ບຸນປີໃໝ່ປະຈຳຊາດ​, ງານ​ບຸນສະເຫຼີມສະຫຼອງ​ວັນ​ເກີດຂອງ ​ປະ​ທານ​ໂຮ່​ຈິ​ມິນ ພ້ອມກັບບັນ​ດາ​ລາຍການ​ທີ່​ມີ​ຄວາມ​ໝາຍ​ອື່ນໆ.

ບໍ່​ພຽງ​ແຕ່​ຮັກສາ​ສີສັນ​ວັດທະນະທຳ​​ເທົ່າ​ນັ້ນ, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ໄທ ​ຍັງ​ແມ່ນ​ຂົວ​ເຊື່ອມຕໍ່​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບລະຫວ່າງສອງປະເທດ​ຫວຽດນາມ - ​ໄທ. ຄົນ​ໃນ​ຊຸມ​ຊົນ​ຫຼາຍ​ຄົນ​ໄດ້​ບືນຕົວຂຶ້ນບັນລຸຄາດໝາຍ, ສ້າງ​ທີ່​ຕັ້ງ ​ແລະ ກຽດ​ສັກ​ສີ​ໃນ​ສັງຄົມ, ປະກອບສ່ວນ​ເຂົ້າໃນ​ການ​ພັດທະນາຂອງພື້ນຖານ​ເສດຖະກິດ​ຂອງ​ໄທ.

ຜ່ານ​ເຄືອ​ຂ່າຍ​ວິ​ສາ​ຫະກິດ, ຄະນະສະມາຄົມ, ບຸກຄົນ​ດີ​ເດັ່ນ ​ແລະ ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ - ສັງຄົມ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດຢ່າງເລິກເຊິ່ງກວ່າອີກ.

ປະຊາຄົມຊາວຫວຽດນາມ ຢູ່ ໄທ ບໍ່ພຽງແຕ່ແມ່ນພາກສ່ວນໜຶ່ງຂອງປະເທດຊາດ, ເປັນແຫຼ່ງກຳລັງເພື່ອພັດທະນາປະເທດຊາດເທົ່ານັ້ນ, ຫາກຍັງເປັນ “ນັກການທູດຂອງປະຊາຊົນ”, ພວມນັບມື້ນັບເຊີດຊູພາບພົດອັນດີງາມທີ່ສຸດກ່ຽວກັບຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນຂອງຊາວຫວຽດນາມ ໃນສັງກາດໃໝ່.

ປີ 2026 ຈະ​ຂີດໝາຍ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ (6 ສິງຫາ 1976 – 6 ສິງຫາ 2026). ພາຍຫຼັງເຄິ່ງສັດຕະວັດແຫ່ງການພັດທະນາການພົວພັນດ້ວຍບັນດາຜົນງານພິເສດໃນການຮ່ວມມື ພ້ອມກັບມິດຕະພາບອັນແໜ້ນແຟ້ນ, ນີ້ຈະເປັນກາລະໂອກາດອັນໃຫຍ່ຫຼວງເພື່ອໃຫ້ 2 ປະເທດໄດ້ເບິ່ງຄືນໃນການເດີນທາງທີ່ຜ່ານມາ ແລະ ພ້ອມກັນອອກແບບເສັ້ນທາງກ້າວສູ່ອະນາຄົດເພື່ອສັນຕິພາບ, ມິດຕະພາບ ແລະ ຄວາມວັດທະນາຖາວອນລວມຂອງປະຊາຊົນສອງຊາດຫວຽດນາມ ແລະ ໄທ.

ຂ້າພະ​ເຈົ້າ ​ແລະ ກົມກອງລວມໝູ່ພະນັກງານ​ສະຖານທູດ​ຫວຽດນາມ ປະຈຳ ​ໄທ ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ສ່ວນ​ນ້ອຍ​ໃນ​ໄລຍະ​ປະຫວັດສາດນັ້ນ ​ແລະ ຈະ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມືຝ່າຍໄທ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​, ປະກອບສ່ວນ​ນຳມາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ນັບມື້ນັບພັດທະນາ, ໃຫ້​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າອີກ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ

ຍ​ສໝ -

ບໍ​ລິ​ເວນ​ເຕັມ​ໄປ​ດ້ວຍວັດ​ທະ​ນະ​ທຳ ໄທ “ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ບໍ​ລິ​ເວນ​ເຕັມ​ໄປ​ດ້ວຍວັດ​ທະ​ນະ​ທຳ ໄທ “ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”

ຍ​ສ​ໝ - ໂຄງ​ການ​ໄດ້​ຈັດ​ຂຶ້ນຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໜ້າ​ດຶງ​ດູ​ດ​ໃຈ ໂດຍ​ບໍ່​ເສຍ​ຄ່າ ຄື​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ໄທ, ສະ​ແດງ​ອາ​ຫານ​ໄທ ແລະ ຊີມ​ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ໄທ, ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນ​ສົງ​ການ ແລະ ການ​ເຄື່ອນ​ໄຫວ​ຫັດ​ຖະ​ກຳ…

ແທັງຮັ່ງ