ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ

09:30 | 24/06/2025

ຍສໝ - ວັນທີ 22 ມິຖຸນາ, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສັນຖະວະໄມຕີການທູດອາເມລິກາ ປະຈໍາ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ສົມທົບກັນຈັດຕັ້ງລາຍການແລກປ່ຽນມິດຕະພາບ ຫວຽດນາມ - ອາເມລິກາ. ການເຄື່ອນໄຫວນີ້ແມ່ນສ່ວນໜຶ່ງຂອງບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ, ດຶງດູດຜູ້ແທນ, ຊາວ, ແຂກທ່ອງທ່ຽວປະມານ 3.000 ຄົນທີ່ເຂົ້າຮ່ວມ.

ສົມທົບກັນກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ
ສ້າງບາດກ້າວບຸກທະລຸ ແລະ ຊຸກຍູ້ຄວາມຕ້ອງການໃຫ້ການທ່ອງທ່ຽວ ຫວຽດນາມ - ລາວ ພັດທະນາ

ໂດຍ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ; ທ່ານ Marc E. Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ; ທ່ານ ​ໂຮ່ກີ​ມິນ, ຮອງ​ປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າຫ​ນັງ; ພ້ອມກັບການ​ນຳ​ບັນດາພະແນກ, ຄະນະ, ຂະແໜງການ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ທ້ອງ​ຖີ່​ນ, ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ, ວິ​ສາ​ຫະກິດ ຫວຽດນາມ - ອາ​ເມ​ລິ​ກາ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ບຸກຄົນ ​ແລະ ຄອບຄົວ​ອາ​ເມ​ລິ​ກາ ຢູ່​ນະຄອນ ດ່າຫ​ນັງ, ຜູ້ຮຽນ, ນັກ​ສຶກສາ, ນັກຮຽນ ​ແລະ ປະຊາຊົນ​ທ້ອງ​ຖິ່ນ.

​ໃນ​ລາຍການ​ລວມມີ​ຫຼາຍ​ການ​ເຄື່ອນ​ໄຫວ​ຄື: ການ​ແລກປ່ຽນສິລະປະ, ກິລາ, ບັນດາການ​ລະຫຼິ້ນພື້ນ​ເມືອງ​ຂອງ​ສອງ​ປະ​ເທດ; ງານ​ວາງສະ​ແດງບັນດາ​ຮ້ານວາງສະ​ແດງ​ວັດທະນະທຳ​, ອາຫານ​ການ​ກິນ ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນການພົວພັນທາງການຕ່າງປະເທດຫວຽດນາມ - ອາ​ເມ​ລິ​ກາ, ​ໄດ້​ແນະນຳ​ນະຄອນ ດ່າໜັງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ແລະ ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ , ສັນຖະວະໄມຕີການທູດ ປະຈຳ ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ - ອາ​ເມ​ລິ​ກາ... ​ລາຍການ​ເພື່ອ​ແນ​ໃສ່​ເຊີດ​ຊູ​ພື້ນຖານ​ວັດທະນະທຳ ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ອາ​ເມ​ລິ​ກາ, ສຶກສາ​ໃຫ້​ລຸ້ນໜຸ່ມ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງປະຊາຊົນຫວຽດນາມ - ອາ​ເມ​ລິ​ກາ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຊຸກຍູ້ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ

ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ກ່າວ​ຄຳ​ປາໄສ​ທີ່​ລາຍການ. (ພາບ: VOV)

ກ່າວ​ຄຳ​ປາໄສທີ່​ໄຂ​ລາຍການ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ເນັ້ນ​ໜັກ​ວ່າ: 3 ທົດ​ສະ​ວັດ​ຜ່ານ​ມາ, ນັບ​ແຕ່​ເວລາ​ປະຫວັດສາດ​ວັນ​ທີ 12 ກໍລະກົດ 1995, 2 ປະ​ເທດ​ທີ່​ປະສົບ​ກັບ​ສົງຄາມ ​ໄດ້​ມານະ​ພະຍາຍາມ​ຮ່ວມ​ກັນ “​ເອົາ​ອະດີດ​ໄວ້, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ, ເສີມຂະຫຍາຍ​ຄວາມ​ຄ້າຍຄື​ກັນ, ມຸ່ງ​ໄປ​ເຖິງ​ອະນາຄົດ”. ການຮ່ວມແຮງຮ່ວມໃຈຊຸກ​ຍູ້​ການ​ເດີນ​ທາງ​ປອງ​ດອງ​ກັນ, ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື, ສະ​ເໝີ​ພາບ ແລະ ສອງ​ຝ່າຍ​​ມີ​ຜົນ​ປະ​ໂຫຍດດຽວກັນ.

ການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ ດ້ວຍບັນດາຜົນງານອັນໃຫຍ່ຫຼວງໃນຫຼາຍຂົງເຂດ, ຈາກການເມືອງ - ການທູດ, ເສດຖະກິດ - ການຄ້າ ເຖິງວັດທະນະທຳ - ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການແກ້ໄຂຜົນຮ້າຍຫຼັງຈາກສົງຄາມ. ບັນດາອົງການຈັດຕັ້ງຂອງຊາວ ຫວຽດນາມ, ໃນນັ້ນ ມີສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມ ຫວຽດນາມ - ອາເມລິກາ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ສົມທົບກັບບັນດາຄູ່ຮ່ວມມື ອາເມລິກາ ປະຕິບັດຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນແກ້ໄຂຜົນສະທ້ອນຂອງສົງຄາມ, ການແລກປ່ຽນວັດທະນະທຳ, ການສຶກສາ, ການເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນ...

ທ່ານ ຟານ​ແອງ​ເຊີນ ​ສະແດງຄວາມເຊື່ອ​ໝັ້ນຢ່າງເຂັ້ມແຂງ​ວ່າ ໃນ​ໄລຍະ​ໃໝ່, ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ, ສ້າງ​ພື້ນຖານ​ສັງຄົມ​ຢ່າງ​ຕັ້ງໜ້າ ​ແລະ ສະດວກ​ສະບາຍ, ຊຸກຍູ້ການ​ພົວພັນ “​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ”. ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຍິນ​ດີ​ເປັນ​ພາກສ່ວນ​ທີ່​ຕັ້ງໜ້າ​ໃນ​ຂະ​ບວນການ​ພັດທະນາ​ຂອງ​ສາຍ​ພົວພັນ​ນັ້ນ.

ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ

ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Marc Knapper ກ່າວ​ຄຳ​ປາໄສທີ່​ລາຍການ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ເຫດການພົບປະແລກປ່ຽນມິດຕະພາບນີ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການພົວພັນລະຫວ່າງປະຊາຊົນ ແລະ ປະຊາຊົນ, ເຊິ່ງເປັນພື້ນຖານຂອງການພົວພັນ ຫວຽດນາມ - ອາເມລິກາ ”.

ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Marc Knapper ຢ້ຽມ​ຢາມ​ບັນ​ດາ​ຮ້ານວາງສະແດງ​ຢູ່​ບັນ​ດາ​ລາຍການ. (ພາບ: ໜັງສືພິມ ໄວໜຸ່ມ)

ທ່ານ ​ໂຮ່ກິ​ມິນ, ຮອງ​ປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ມິດຕະພາບ​ ລະຫວ່າງ​ນະຄອນ ດ່າ​ນັງ ກັບ ​ບັນດາ​ທ້ອງ​ຖິ່ນ ​ແລະ ບັນດາ​ອົງການ​ຂອງ​ອາ​ເມ​ລິ​ກາ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ ​ໂດຍ​ຜ່ານ​ການ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ຄະນະ​ລະຫວ່າງ​ສອງ​ປະ​ເທດ.

ອາ​ເມ​ລິ​ກາ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ລົງທຶນ​ແຖວ​ໜ້າ​ຢູ່​ນະຄອນ ດ່າ​ຫນັງ. ມາ​ຮອດ​ປະຈຸ​ບັນ, ນະຄອນ ດ່າຫ​ນັງ ​ໄດ້​ດຶງ​ດູດ 89 ​ໂຄງການ FDI ຂອງ ອາ​ເມ​ລິ​ກາ ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ 511 ລ້ານ USD, ຢືນ​ອັນ​ດັບ​ທີ 3 ກ່ຽວ​ກັບ​ແຫຼ່ງທຶນ FDI ຂອງ​ນະຄອນ.

ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ

ການສະແດງຢູ່ໃນເຫດການ. (ພາບ: KT)

ທ່ານ ໂຮ່ກິມິນ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທາງດ້ານອະວະກາດ ແລະ ແຫຼ່ງກຳລັງ ໃນໄລຍະຈະມາເຖິງ, ນະຄອນ ດ່າໜັງ ຈະກາຍເປັນໜຶ່ງໃນບັນດາທ້ອງຖິ່ນທີ່ສົດໃສຂອງຫວຽດນາມ ເຂົ້າຮ່ວມການສ້າງໂຄງປະກອບລະບົບຕ່ອງໂສ້ທົ່ວໂລກຄືນໃໝ່ ໂດຍອາເມລິກາ ໄດ້ລິເລີ່ມ; ດ່າໜັງ ​ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ມີບາດກ້າວຍາວກວ່າ, ໝັ້ນແກ່ນກວ່າໃນໃນຊຸມປີXຕໍ່ຫນ້າ ເພື່ອຈັບຈຸດທີ່ຕັ້ງ​ການ​ພົວພັນ​ມິດຕະພາບ​, ຮອບດ້ານ, ໝັ້ນຄົງ ​ແລະ ຍາວ​ນານ.

ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 22 ກັນຍາ​ນີ້, ຄະນະ​ຊີ້​ນຳ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ ພັດທະນາ​ຊົນນະບົດ​ຮອບດ້ານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ນຳ​ໂດຍ​ທ່ານ​ພົນ​ໂທ ບົວ​ໄລ - ພົມມະ​ວົງ, ຫົວໜ້າ​ກົມ​ກໍ່ສ້າງ​ພື້ນຖານ, ກົມ​ໃຫຍ່​ການ​ເມືອງ. ຄະນະ​ຜູ້​ແທນ​ກອງທັບ​ປະຊາຊົນ​ລາວ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກອງ​ບັນຊາ​ການ​ທະຫານ​ເຂດ 15.

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ຍສໝ - ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ