ການພົວພັນລະຫວ່າງຫວຽດນາມ - ບຣາຊິນ: ສະໜິດສະໜົມ ແລະ ທາດແທ້ຈາກພື້ນຖານປະຊາຊົນ

17:11 | 11/07/2025

ຍສໝ - ກອງ​ປະຊຸມ​ໃຫຍ່​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດຕັ້ງ​​ພາຍຫຼັງ​ທ່ານ​ນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າ​ມມິ​ງ​ຈິງ ​ໄປ​ຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດບັນດາປະເທດທີ່ກຳລັງເຕີບໂຕ BRICS ​ແຕ່​ວັນ​ທີ 4-8 ກໍລະກົດ. ນີ້​ແມ່ນ​ເຫດການ​ສຳຄັນ, ສືບທອດບັນດາຂີດໝາຍ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ: ຫວຽດນາມ - ບຣາຊິນ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (ເດືອນພະຈິກ 2024); ບຣາຊິນ ໄດ້ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດ ແລະ ການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານປະທານາທິບໍດີ Lula da Silva (ເດືອນມີນາ 2025).

​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ຫວຽດນາມ ຢູ່​ງານຕະຫຼາດນັດສາກົນ ອາຫານ​ - ວັດທະນະທຳ​ຢູ່ ບຣາຊິນ
ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ

ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ລະດັບ​ສູງ ພ້ອມກັບ​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ​ທີ່​ໄດ້​ລົງ​ນາມ​ໃນບັນດາ​ຂົງ​ເຂດ:​ ກະສິກຳ, ​ເຕັກ​ໂນ​ໂລ​ຊີ​ສູງ, ກິລາ, ວັດທະນະທຳ, ຮັບມື​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ​ໄດ້​ສະ​ແດງ​ໃຫ້​ເຫັນ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

ປະຈຸບັນ, ບຣາຊິນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ອາເມລິກາລາຕິນ, ດ້ວຍວົງເງິນການຄ້າສອງຝ່າຍບັນລຸກວ່າ 8 ຕື້ USD ໃນປີ 2024, ພວມມຸ່ງໄປເຖິງ 10 ຕື້ USD ໃນປີນີ້ ແລະ ຄາດໝາຍໄດ້ 15 ຕື້ USD ໃນປີ 2030. ສອງປະເທດພວມຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ມີທ່າ ແຮງ ແລະ ຄວາມຕ້ອງການລວມຄື: ກະສິກຳ, ພະລັງງານ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະນະທຳ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້​ແມ່ນ​ເສົາ​ຄ້ຳ​ສຳຄັນ​ຂອງ​ແຜນການ​ເຄື່ອນ​ໄຫວ​ປະຕິບັດ​ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄລຍະ 2025-2030, ພ້ອມ​ກັນ​ນັ້ນ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ​ແລກປ່ຽນ​ບັນດາ​ທິດ​ທາງ​ໃຫຍ່​ເພື່ອ​ຊຸກຍູ້​ການ​ຄ້າ, ການ​ລົງທຶນ, ປະຕິບັດ​ຍຸດ​ທະ​ສາດ​ຫັນ​ຕະຫຼາດຢ່າງຫຼາກຫຼາຍ, ຜະລິດ​ຕະພັນ ​ແລະ ຕ່ອງ​ໂສ້​ການ​ສະໜອງ​​ໃນ​ສະພາບ​ການ​ຜັນ​ແປ​ຂອງ​ພື້ນຖານ​ເສດຖະກິດໃນ​ໂລກ.

ນັບ​ແຕ່​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 8 ພຶດສະພາ 1989, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ບຣາ​ຊິນ ໄດ້​ມີ​ບາດ​ກ້າວ​ກ້າວ​ຢ່າງ​ໃຫຍ່​ຫຼວງ. ຖ້າ​ຫາກ​ວ່າ​ໃນ​ຕົ້ນ​ຊຸມ​ປີ 2000, ການ​ພົວພັນ​ດ້ານ​ການ​ເມືອງ​ຫາ​ກໍ່​ໄດ້​ຮັບ​ການ​ພັດທະນາ, ແລ້ວພາຍຫຼັງແມ່ນບັນດາການ​ຢ້ຽມຢາມ​ລະດັບ​ສູງ, ພ້ອມ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່​ພົ້ນ​ເດັ່ນ​ຄື: ວົງ​ເງິນ​ການ​ຄ້າ​ຈາກ​ຫຼາຍ​ສິບ​ລ້ານ​ USD ​ໄດ້​ບັນລຸ​ເຖິງ 10 ຕື້ USD. ຜົນສຳເລັດ​ດັ່ງກ່າວ​ແມ່ນ​ໝາກຜົນ​ຂອງ​ທັງການ​ພົວພັນ​ທາງ​ການ​ເມືອງ, ການ​ທູດ​ເສດຖະກິດ ​ແລະ ການ​ທູດ​ປະຊາຊົນ.

ການພົວພັນລະຫວ່າງຫວຽດນາມ - ບຣາຊິນ: ສະໜິດສະໜົມ ແລະ ທາດແທ້ຈາກພື້ນຖານປະຊາຊົນ

ພິທີເປີດຕົວວັດຈະນານຸກົມ ປອກຕຸຍການ - ຫວຽດນາມ ໂດຍສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ເປັນຜູ້ຮັບຜິດຊອບຈັດຕັ້ງ ໃນ ວັນທີ 6 ກັນຍາ 2023. (ພາບ: ທູຮ່າ)

​ໃນ 15 ປີ​ແຫ່ງ​ນັບແຕ່ການ​ສ້າງ​ຕັ້ງ (2010), ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ຫວຽດນາມ ​ໄປຍັງ ບຣາຊິນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ເພື່ອ​ເຊື່ອມ​ຕໍ່​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ປະຈຳ​ຖິ່ນ; ສົມທົບ​ກັນ​ຕ້ອນຮັບ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ຫວຽດນາມ; ເພີ່ມທະວີ​ການ​ພົວ​ພັນ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ບຣາ​ຊິນ - ຫວຽດ​ນາມ, ສູນ​ສັນ​ຕິ​ພາບ ແລະ ຄວາມ​ສາ​ມັກ​ຄີ​ ບຣາ​ຊິນ ແລະ ກຸ່ມ​ຜູ້ແທນມິດ​ຕະ​ພາບ​ ບຣາ​ຊິນ - ຫວຽດ​ນາມ.

ຈາກ​ບັນດາ​ການ​ເຄື່ອນ​ໄຫວ​ຕົວ​ຈິງ ​ແລະ ດ້ວຍ​ກ່ວາ 20 ປີ​ແຫ່ງ​ການ​ຕິດຕາມ​ກວດກາ​ການ​ພົວພັນ ຫວຽດນາມ - ບຣາຊິນ, ຂ້າພະ​ເຈົ້າ​ຢາກ​ສະ​ເໜີ​ບາງ​ຂໍ້​ສະ​ເໜີ​ແນະ​ເພື່ອ​ຊຸກຍູ້​ບົດບາດ​ຂອງ​ສະມາຄົມ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ:

ກ່ອນ​ອື່ນ​ໝົດ, ສະມາຄົມ​ຕ້ອງ​ຍູ້​ແຮງວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ກ່ຽວ​ກັບ​ປະ​ເທດຊາດ, ປະຊາຊົນ ​ແລະ ຄວາມ​ສາມາດບົ່ມຊ້ອນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ກິລາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ.

ທີສອງ, ປັບປຸງອົງການຈັດຕັ້ງ ແລະ ຍົກສູງປະສິດທິພາບຂອງການດໍາເນີນງານ, ໂດຍສະເພາະແມ່ນຄະນະເລຂາຂອງສະມາຄົມ, ສະໂມສອນທຸລະກິດ, ແລະ ສະໂມສອນຂອງຜູ້ທີ່ໄດ້ເຮັດວຽກ ຫຼື ຮ່ຳຮຽນໃນບຣາຊິນ. ສະມາຄົມ​ຕ້ອງຍູ້ແຮງການເຊື່ອມຕໍ່ກັບ​ບັນດາ​ຄູ່​ຮ່ວມ​ມື, ​ເພື່ອນ​ມິດ​ຊາວ ບຣາຊິນ, ສະມາຄົມຊາວຫວຽດນາມ ອາໄສຢູ່ ບຣາຊິນ, ​ແລະ ປະຊາ​ຄົມ​ຊາວ ບຣາຊິນ ອາໄສຢູ່ ຫວຽດນາມ.

ທີ​ສາມ, ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ບັນດາ​ອົງການ​ຂອງ​ຫວຽດນາມ ​ເຊັ່ນ: ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ; ຮັກ​ສາ​ການ​ພົວ​ພັນຢ່າງແໜ້ນແຟ້ນ​ກັບ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ບຣາຊິນ ແລະ ສະ​ຖານ​ທູດ ບຣາຊິນປະ​ຈຳ ຫວຽດ​ນາມ.

ທີ​ສີ່, ລະດົມບັນດາ​ແຫຼ່ງທຶນ​ຢ່າງ​ຕັ້ງໜ້າ​ເພື່ອ​ຮັບປະກັນ​ການ​ດຳ​ເນີນ​ງານ​ຂອງ​ສະມາຄົມ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ໝັ້ນຄົງ ​ແລະ ​ຄ່ອງ​ຕົວ.

ທີ​ຫ້າ, ຕັ້ງໜ້າ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮໍ່າຮຽນ​ພາສາ​ປອກຕຸຍ​ການ​ ຢູ່​ຫວຽດນາມ ​ແລະ ພາສາ​ຫວຽດນາມ ຢູ່​ບຣາຊິນ - ເປັນພື້ນຖານ​ອັນ​ສຳຄັນ​ໃນ​ການ​ເປີດ​ກວ້າງ​ການ​ແລກປ່ຽນ​ວັດທະນະທຳ, ການ​ສຶກສາ ​ແລະ ການທູດປະຊາຊົນ.

ການພົວພັນລະຫວ່າງຫວຽດນາມ - ບຣາຊິນ: ສະໜິດສະໜົມ ແລະ ທາດແທ້ຈາກພື້ນຖານປະຊາຊົນ

ພິທີ​ເປີດ​ສະຫຼອງ​ສະ​ໂມ​ສອນ​ຊາວ​ຫວຽດນາມ​ທີ່​ໄປ​ເຮັດ​ວຽກ/ຮ່ຳຮຽນ​ຢູ່ ບຣາຊິນ ​ໃນ​ປີ 2019. (​ພາບ: ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ)

ກ່າວ​ຄຳ​ປາໄສທີ່​ເວ​ທີ​​ເສດ​ຖະ​ກິດ​ຫວຽດ​ນາມ - ບຣາ​ຊິນ (29 ມີນາ 2025), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ໄດ້ຮ່ວມຕົວ​ 5 ຈຸດຄ້າຍຄືກັນ, ເພີ່ມເຕີມທີ່ມີລັກສະນະເປັນເຈົ້າພາທາງ. ນັ້ນແມ່ນ ມີອຸດົມການ ແລະ ຄວາມເຊື່ອໃຈທີ່ຄ້າຍຄືກັນ; ມີສີສັນວັດທະນະທຳ​ທີ່​ໃກ້ຊິດ, ພິ​ເສດ​ແມ່ນ​ນ້ຳ​ໃຈ​ຮັກ​ຊາດ, ​ເຄົາລົບ​ນັບຖື​ເພື່ອນ​ມິດ, ຄວາມ​ສັດ​ຊື່, ​ແລະ ການ​ພັດທະນາມຸ່ງໄປເຖິງ​ປະຊາຊົນ; ມີ​ພື້ນຖານເສດຖະກິດຊ່ວຍຊູກັນ ​ແລະ ຊຸກຍູ້​ເຊິ່ງກັນ ​ແລະ ກັນ, ທ່າແຂງ​ຂອງ​ປະ​ເທດນີ້​ແມ່ນ​ຄວາມ​ຕ້ອງການ​ຂອງ​​ປະ​ເທດນັ້ນ; ມີຄວາມຮັກແພງອົບອຸ່ນ ແລະ ຈິງໃຈ; ​ມີ​ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ດຽວ​ກັນ​ໃນ​ການ​ຕໍ່ສູ້​ກັບ​ຄວາມທຸກ​ຍາກ, ສ້າງສາ​ປະ​ເທດ​ຊາດ​ເຂັ້ມ​ແຂງ, ຮັ່ງມີ, ວັດທະນາ​ຖາວອນ, ມຸ່ງ​ໄປ​ເຖິງ​ສັນຕິພາບ, ການ​ຮ່ວມ​ມື, ພັດທະນາ, ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ນຳ​ຄວາມ​ຜາ​ສຸກ ​ແລະ ຄວາມ​ວັດທະນາ​ຖາວອນ​ມາ​ໃຫ້​ປະຊາຊົນ.

​ໃນການ​ຢ້ຽມຢາມ​ ຫວຽດນາມ, ທ່ານ​ປະທານາທິບໍດີ Lula da Silva ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ປະທານ ​ໂຮ່ຈີ​ມິນ - ນັກ​ວິລະ​ຊົນ​ປົດ​ປ່ອຍ​ຊາດ ​ແລະ ບຸລຸດວັດທະນະທຳຜູ້ມີຊື່ສຽງໃນໂລກ. ທ່ານ​ຢືນຢັນ​ວ່າ ມາ​ຫວຽດນາມ​ບໍ່​ພຽງ​ແຕ່​ໃນ​ຖານະ​ປະມຸກ​ລັດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເພື່ອນ​ມິດ​ທີ່​ສະໜິດສະໜົມ​ອີກ​ດ້ວຍ.

ນີ້​ແມ່ນ​ກຳລັງ​ຍູ້​ແຮງ​ໃໝ່ ​ແລະ ​ເປັນ​ພື້ນຖານ​ເພື່ອ​ນຳ​ການ​ພົວພັນ ຫວຽດນາມ - ບຣາຊິນ ​ເຂົ້າ​ສູ່​ໄລຍະ​ພັດທະນາ​ຢ່າງບຸກທະລຸ. ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ຈະສືບຕໍ່ເປັນພື້ນຖານສຳຄັນໃນຂະບວນການນີ້, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດເລິກເຊິ່ງກວ່າອີກ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ແທດຈິງ ແລະ ຮອບດ້ານ.

ຫວຽດນາມ ​ແລະ ບຣາຊິນ ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ ​ແລະ ບຣາຊິນ ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຍສໝ​ - ​ໃນ​ຂອບ​ເຂດ​ການ​ໄປປະຕິບັດງານຢູ່ ບຣາຊິນ, ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຢູ່​ນະຄອນ Rio de Janeiro, ວັນ​ທີ 17 ພະຈິກ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva. 2 ຝ່າຍ​ໄດ້​ເຫັນ​ດີເປັນເອກະພາບຍົກ​ລະດັບ​ການ​ພົວພັນ ...

ເປີດສະຫຼອງປ້າຍທີ່ລະນຶກ, ເຊີດຊູປະທານປະເທດ ໂຮ່ຈີມິນ ຢູ່ ບຣາຊິນ ເປີດສະຫຼອງປ້າຍທີ່ລະນຶກ, ເຊີດຊູປະທານປະເທດ ໂຮ່ຈີມິນ ຢູ່ ບຣາຊິນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ພະຈິກ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ G20 ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ບຣາຊິນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງຈິ​ງ ​ໄດ້​ເຂົ້າ​ຮ່ວມ​ພິທີເປີດປ້າຍ​ທີ່​ລະນຶກ, ​ເຊີດຊູປະທານປະເທດ ​ໂຮ່ຈີ​ມິນ ຢູ່​ເຂດຖະໜົນ Santa Teresa, ນະຄອນ Rio de Janeiro. ນີ້​ແມ່ນ​ບ່ອນ​ທີ່​ທ່ານ​ເຄີຍເຮັດ​ວຽກ​ໃນ​​ການ​ເດີນ​ທາງ​ຊອກຫາເສັ້ນທາງກູ້ຊາດ​ໃນ​ ...

ແທັງຮັ່ງ

ທ່ານອາດຈະມັກ