ຫວຽດນາມ-ໂມຣັອກໂກ: ຄວາມຕັດສິນໃຈຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ຍືນຍົງ

23:28 | 01/08/2025

ຍສໝ - ສະຖານທູດ ໂມ​ຣັອກ​ໂກ ປະຈຳ ຫວຽດນາມ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ເພື່ອສະເຫຼີມສະຫຼອງ 26 ປີແຫ່ງວັນທີ່ກະສັດ Mohammed VI ຂຶ້ນຄອງບັນລັງ (30 ກໍລະກົດ 1999 – 30 ກໍລະກົດ 2025).

ສ້າງປະຊາຄົມອາຊຽນ ພັດທະນາຢ່າງແຮງ, ຍືນຍົງ
ນໍາການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ
ຫວຽດນາມ-ໂມຣັອກໂກ: ຄວາມຕັດສິນໃຈຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ຍືນຍົງ

​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມິງຮັ່ງ, ​ທ່ານເອກ​ອັກຄະ​ລັດຖະທູດ ໂມ​ຣັອກ​ໂກ ປະຈຳ ຫວຽດນາມ Jamale Chouaibi, ​ແຂກ​ຈາກບັນດາ​ອົງການຕາງໜ້າການ​ທູດ ພ້ອມກັບເພື່ອນ​ມິດ ​ແລະ ປະຊາຊົນ 2 ປະ​ເທດ. (ພາບ: ຈຸ່ງເຫງຍ)

ກ່າວຄຳປາໄສທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ໂມຣັອກໂຄ ປະຈຳ ຫວຽດນາມ Jamale Chouaibi ຢືນຢັນວ່າ ພາຍໃຕ້ການນຳພາຂອງກະສັດ Mohammed VI ໃນໄລຍະ 26 ປີຜ່ານມາ, ເສັ້ນທາງພັດທະນາຂອງ Rabat ແມ່ນການເດີນທາງແຫ່ງການຫັນປ່ຽນຢ່າງແຂງແຮງ, ຍ້ອນການປະຕິຮູບຢ່າງກ້າຫານ, ຍຸດທະສາດພັດທະນາທີ່ມີຄວາມທະເຍີທະຍານ ແລະ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ. ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຈິດໃຈຄວາມ​ອົດທົນ, ໂມຣັອກໂຄ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຫັນປ່ຽນ​ເສດຖະກິດ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ພະລັງງານ​ທົດ​ແທນ ​ແລະ ການ​ເຊື່ອມ​ຕໍ່​ພາກ​ພື້ນ.

ໂມຣັອກໂຄ ພວມກະກຽມຢ່າງຕັ້ງໜ້າ ຈັດການບັນດາເຫດການກິລາສາກົນທີ່ສຳຄັນເຊັ່ນ: ຂັນເຕະບານ ອາຟຣິກາ 2025 ແລະ ເຕະບານໂລກ 2030. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ມາດຕະຖານ​ສາກົນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ຢັ້ງຢືນ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ Rabat ​ໃນ​ການ​ພັດທະນາ, ໄວ້ໃຫ້ມໍລະດົກ​ພື້ນຖານ​ໂຄງ​ລ່າງ​ທີ່​ໝັ້ນຄົງ​ໃຫ້​ແກ່​ລຸ້ນອະນາຄົດ.

ຫວຽດນາມ-ໂມຣັອກໂກ: ຄວາມຕັດສິນໃຈຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ຍືນຍົງ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Morocco ປະ​ຈຳ ​ຫວຽດ​ນາມ Jamale Chouaibi ກ່າວ​ຄຳ​ປາ​ໄສ​ເປີດ​ກອງ​ປະ​ຊຸມ. (ພາບ: ຈຸ່ງເຫງຍ)

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Jamale Chouaibi ​ແລ້ວ, ພິທີ​ສະ​ເຫຼີ​ມສະຫຼອງນີ້ກົງກັບຂີດໝາຍ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ Morocco - ຫວຽດນາມ (1961 – 2026) ​ແມ່ນ​ສາຍ​ພົວພັນ​ທີ່ໄດ້ສ້າງອີງຕາມພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ, ບັນດາຫຼັກການ​ລວມ ​ແລະ ປະຫວັດສາດ​ແຫ່ງ​ການ​ຮ່ວມ​ມື​ອັນ​ດີງາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ Jamale Chouaibi ປາດ​ຖະໜາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຂງ​ແຮງ, ບົນ​ພື້ນຖານ​ຄວາມ​ຕັດສິນ​ໃຈ​ຮ່ວມ​ມື​ເພື່ອ​ກໍ່ສ້າງ​ອະນາຄົດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ໝັ້ນຄົງ. ສອງ​ປະ​ເທດ​ສາມາດ​ຜ່ານ​ຜ່າບັນດາ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ​ຢ່າງ​ຄົບ​ຖ້ວນ, ດ້ວຍ​ຈິດ​ໃຈ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຮ່ວມ​ມື​ຢ່າງ​ຈິງ​ໃຈ ​ແລະ ຄວາມ​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນ.

ຫວຽດນາມ-ໂມຣັອກໂກ: ຄວາມຕັດສິນໃຈຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ຍືນຍົງ

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມິງຮັ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ Morocco ຈະສືບ​ຕໍ່​ພັດທະນາ​ຢ່າງ​ແຮງ ​ແລະ ນັບມື້ນັບຢືນຢັນ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຕົນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. (ພາບ: ຈຸງເຫງຍ)

ກ່າວ​ຄຳ​ປາໄສທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມິງຮັ່ງ ຢືນຢັນ​ວ່າ ໃນ​ຖານະ​ເປັນ​ເພື່ອນ​ມິດ​ຂອງ Morocco, ຫວຽດນາມ ຊົມ​ເຊີຍ Rabat ​ໃນ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການເດີນທາງ​ປະຕິບັດ​ບັນດາ​ເປົ້າໝາຍ “ວິ​ໄສ​ທັດ 2030”, ພິ​ເສດ​ແມ່ນ​ການ​ຫັນ​ເປັນ​ອຸດສາຫະກຳ, ນະວັດ​ຕະກຳ, ການ​ຫັນປ່ຽນ​ພະລັງງານ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ ​ແລະ ຈິດ​ໃຈ​ຂອງ​ການ​ປະຕິ​ຮູບ​ຢ່າງ​ບໍ່​ຢຸດ​ຢັ້ງ, Morocco ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ ​ແລະ ນັບມື້ນັບ​ຢັ້ງຢືນ​ບົດບາດ ​ແລະ ທີ່​ຕັ້ງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ນາງຮອງ​ລັດຖະມົນຕີ ຫງວຽນ​ມິງຮັ່ງ ​ແບ່ງປັນ​ວ່າ, “ຂ້າພະ​ເຈົ້າ​ຍັງ​ມີ​ຮັກສາໄວ້ບັນດາຄວາມ​ປະ​ທັບ​ໃຈ​ທີ່​ດີ​ຕໍ່ Morocco ​ໃນການເດີນທາງໄປຢ້ຽມຢາມ​ເດືອນ ຕຸລາ 2023. ​ເມື່ອ​ມາ​ຮອດ​ນະຄອນ Marrakech, ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ສະຖາປັດຕະຍະ​ກຳທີ່ງາມຕາ ​ແລະ ບັນດາເຂດຕະຫຼາດ​ທີ່ເຕັມໄປດ້ວຍ​ສີສັນ​ ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ປະຫວັດສາດ​ອັນ​ຍາວ​ນານ, ພື້ນຖານວັດທະນະ​ທຳ​ທີ່​ອຸດົມສົມບູນ, ຂະຫຍັນຂັນເຂື່ອນ, ມີ​ຈິດ​ໃຈ​ກ້າແກ່ນ ​ແລະ ວິ​ໄສ​ທັດ​ທີ່​ຈະ​ແຈ້ງໄດ້ເປັນຮູບເປັນຮ່າງ ​ຊາວ Morocco.”

ປີ 2025 ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - Morocco, ​ເມື່ອ 2 ປະ​ເທດ​ຮ່ວມ​ມື​ເພື່ອ​ກະ​ກຽມ​ສະ​ເຫຼີມ​ສະ​ຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ຜ່ານ 6 ທົດສະວັດ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕັ້ງໜ້າ ບົນຈິດໃຈເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ແບ່ງປັນຜົນປະໂຫຍດຮ່ວມກັນ. ສອງ​ປະ​ເທດ​ໄດ້​ຮັກສາບັນດາ​ກົນ​ໄກ​ສົນທະນາ​ເປັນ​ປະຈຳ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ການຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ສຶກສາ - ບຳລຸງ​ສ້າງ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ມິງຮັ່ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດຖະບານ Rabat ທີ່​ໄດ້​ໃຫ້​ທຶນ​ສຶກສາ​ຫຼາຍ​ທຶນ​ໃຫ້​ນັກ​ສຶກສາ ຫວຽດນາມ ​ໄປ​ຮ່ຳຮຽນ​ຢູ່ Morocco, ພ້ອມກັນນັ້ນ ກໍ່ຢືນຢັນ​ຄວາມ​ເຊື່ອ​ໝັ້ນ​ວ່າ ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ຈະ​ເປັນ​ຂົວ​ເຊື່ອມຕໍ່​ທີ່​ໝັ້ນຄົງ, ປະກອບສ່ວນ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍາວ​ນານ​ຂອງ​ສາຍ​ພົວພັນ​ອັນ​ດີງາມ​ນີ້ໃນ​ອະນາຄົດ.

ຫວຽດນາມ-ໂມຣັອກໂກ: ຄວາມຕັດສິນໃຈຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ຍືນຍົງ

ບັນດາແຂກຊິມອາຫານທີ່ສັນຍະລັກພິເສດຂອງ Morocco. (ພາບ: ຈຸງເຫງຍ)

ແຂວງເຊກອງ ຕັ້ງໃຈເນັ້ນໃຫ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ຍືນຍົງ ແຂວງເຊກອງ ຕັ້ງໃຈເນັ້ນໃຫ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ຍືນຍົງ

ຍສໝ - ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ການນໍາເມືອງ ແລະ ພະນັກງານລົງກໍ່ສ້າງຮາກຖານ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ນໍາພາປະຊາຊົນຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງ, ຍົກສະມັດຖະພາບການຜະລິດໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕະຫລາດພາຍໃນໃຫ້ພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຂາຍເປັນສິນຄ້າສົ່ງອອກຕ່າງແຂວງ ກໍຄື ຕ່າງປະເທດ.

ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ” ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ”

ປີ 2022, ມີຄວາມໝາຍສຳຄັນພິເສດສຳລັບການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ຂີດໝາຍ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022).

ແທັງຮັ່ງ