ສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ ຊຸກຍູ້ການຮ່ວມມື, ສະໜິດຕິດພັນການພົວພັນ 2 ຝ່າຍ

23:19 | 24/04/2025

ຍສໝ - ຕອນບ່າຍວັນທີ 22 ເມສາ, ຢູ່ນະຄອນຫຼວງ ໂຕກຽວ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງການພົບປະກັບຄະນະຜູ້ແທນສະຫະພັນຜູ້ແທນ​ມິດຕະພາບຍີ່ປຸ່ນ - ຫວຽດນາມ (ສະຫະພັນ) ໂດຍທ່ານປະທານ Obuchi Yuko ນຳໜ້າ, ພ້ອມກັບຄະນະການນຳ ແລະ ບັນດາສະມາຊິກຂອງສະຫະພັນ. ທີ່​ການ​ພົບ​ປະ, ທ່ານ​ນາງ Obuchi Yuko ຢືນຢັນ​ວ່າ ສະຫະພັນ ​ຈະ​ຖື​ເປັນ​ສຳຄັນ ​ແລະ ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ກັບ ຫວຽດນາມ, ປະກອບສ່ວນ​ກປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຊຸກຍູ້ການຮ່ວມມື
ຫວຽດນາມ ຍົກ​ສູງ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຫຼາຍ​ຝ່າຍ

ກ່າວ​ຄຳ​ປາໄສທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຫຽວ ​ໄດ້​ຊົມ​ເຊີຍ​ທ່ານ​ນາງ​ Obuchi Yuko ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​ຜູ້ແທນ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຕີ​ລາຄາ​ສູງ​ການຮ່ວມເດີນທາງ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ສະມາຊິກ​ສະຫະພັນ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ.

ສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ ຊຸກຍູ້ການຮ່ວມມື, ສະໜິດຕິດພັນການພົວພັນ 2 ຝ່າຍ

ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ເຮັດວຽກກັບຄະນະຜູ້ແທນສະຫະພັນຜູ້ແທນ​ມິດຕະພາບຍີ່ປຸ່ນ - ຫວຽດນາມ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ເນັ້ນໜັກເຖິງຄວາມໝາຍຂອງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ແລະ ໃນໂລກຂອງສອງປະເທດ, ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ບັນດາຜູ້ແທນຂອງສະຫະພັນບໍ່ວ່າຈະຢູ່ຖານະຕຳແໜ່ງໃດ, ຈະສືບຕໍ່ສວມບົດບາດສຳຄັນເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ຕາງໜ້າການນຳຫວຽດນາມ, ທ່ານເອກອັກຄະລັດຖະທູດ ຟ້າມກວາງຫ້ຽວ ໄດ້ໃຫ້ກຽດຕ້ອນຮັບທ່ານນາງ Obuchi Yuko ນຳໜ້າຄະນະຜູ້ແທນສະຫະພັນມາຢ້ຽມຢາມ ຫວຽດນາມ ໃນປີ 2025. ການຢ້ຽມຢາມຄັ້ງນີ້ ແນໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ໃນນັ້ນ ມີບັນດາຂົງເຂດວິທະຍາສາດເຕັກໂນໂລຊີ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ - 2 ເສົາຄ້ຳສຳຄັນໃນໄລຍະການຮ່ວມມືໃໝ່.

ທ່ານ​ນາງປະທານ​ສະຫະພັນ Obuchi Yuko ຢືນຢັນ​ຈະ​ສືບ​ຕໍ່​ສືບ​ທອດ​ມູນ​ເຊື້ອຕິດພັນກັນ, ຖືເປັນສຳຄັນ ແລະ ຊຸກຍູ້​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ກັບ​ຫວຽດນາມ ຂອງ​ບັນດາ​ການ​ນຳ​ລຸ້ນກ່ອນ, ​ໃນ​ນັ້ນ ​ມີ​ພໍ່-​ແມ່​ຂອງທ່ານນາຍົກລັດຖະມົນຕີ ນາງ Obuchi Keizo, ອະດີດ​ປະທານ​ສະຫະພັນ ເປັນຜູ້ເຄີຍ​​ມາ​ຢ້ຽມຢາມ ຫວຽດນາມ ​ເມື່ອ​ປີ 1998 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 1998 ).

ສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ ຊຸກຍູ້ການຮ່ວມມື, ສະໜິດຕິດພັນການພົວພັນ 2 ຝ່າຍ

ທ່ານນາງ​ປະທານ​ສະຫະພັນຜູ້ແທນ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ Obuchi Yuko ​ໄດ້​ລົງ​ນາມ​ໃນ​ປຶ້ມ​ທີ່ລະນຶກຢູ່​ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ທ່ານ​ນາງ Obuchi Yuko ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ກັບບັນດາ​ຄວາມ​ຄືບ​ໜ້າ​ຢ່າງ​ເຂັ້ມແຂງ​​ໃນການ​ພົວພັນ ​ຫວຽດນາມ - ຍີ່ປຸ່ນ ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການ​ທູດ, ປ້ອງ​ກັນ​ປະ​ເທດ, ​ເສດຖະກິດ, ວິທະຍາສາດ​ເຕັກນິກ, ການ​ສຶກສາ, ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ. ການ​ເຂົ້າ​ຮ່ວມ​ສະຫະພັນຂອງ​ບັນດາ​ຜູ້ແທນ​ທີ່​ມາ​ຈາກ​ຫຼາຍ​ຝ່າຍ​ຂອງ​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ ​ແລະ ຄວາມຫວັງດີ​ອັນ​ເລິກ​ເຊິ່ງ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ກັບ ຫວຽດນາມ.

ທ່ານ​ນາງ Obuchi Yuko ກໍ່​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ກ່ວາ 600.000 ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ ຕໍ່ກັບການພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຍີ່ປຸ່ນ. ທ່ານ​ນາງ​ຫວັງ​ວ່າ ​ຈະ​ມີ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ​ໃນ​ເວລາ​ທີ່​ເໝາະ​ສົມ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ຫ້ຽວ ພ້ອມກັບບັນດາ​ສະມາຊິກ​ຂອງສະຫະພັນ​ ​ໄດ້​ປຶກສາ​ຫາລືກ່ຽວກັບ​ບັນດາ​ມາດ​ຕະການ​​ສະ​ເພາະ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຫວຽດນາມ - ອິນ​ໂດ​ເນ​ເຊຍ ທິດ​​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 15 ຕື້ USD

ຫວຽດນາມ - ອິນ​ໂດ​ເນ​ເຊຍ ທິດ​​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 15 ຕື້ USD

ຍສໝ - ຕອນບ່າຍວັນທີ 4 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 43, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ

ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ

ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ

ຍສໝ - ຕອນ​ບ່າຍ​ວັນ​ທີ 12 ກໍລະກົດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ມີ​ບັນດາການ​ພົບ​​ກັບ ​​ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ອິນ​ເດຍ Subrahmanyam Jaishankar ​ແລະ ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ ອົດ​ສະ​ຕາ​ລີ ທ່ານ Penny Wong ໃນໂອກາດບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມ AMM-56 ຢູ່ ຈາກາຕາ, ປະເທດອິນໂດເນເຊຍ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ