![]() | ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ, ຂົນຂວາຍປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ |
![]() | ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ |
ຕາມການລາຍງານຂອງບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ, ນອກຈາກບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາຂະແໜງການອຸດສາຫະກຳ golf ຫວຽດນາມ, ທ່ານ Jang Chin Hyuk ກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການກຸສົນ ແລະ ຄວາມຮັບຜິດຊອບທາງສັງຄົມ.
ປີ 2021, ທ່ານໄດ້ມອບເງິນຈຳນວນ 500 ລ້ານດົ່ງໃຫ້ຄະນະກຳມະການປະຊາຊົນນະຄອນ ເຈືອງໝີ(ຮ່າໂນ້ຍ) ເພື່ອໜູນຊ່ວຍການຕ້ານພະຍາດໂຄວິດ-19. ປີ 2022, ທ່ານໄດ້ສືບຕໍ່ບໍລິຈາກ 100 ລ້ານດົ່ງໃຫ້ລາຍການ “ລະດູບານໃໝ່ແຫ່ງການກຸສົນ” ແລະ ອຸປະຖຳຂອງຂວັນທີ່ມີມູນຄ່າ 100 ລ້ານດົ່ງໃຫ້ບັນດາຄອບຄົວທຸກຍາກຢູ່ຄະນະກຳມະການປະຊາຊົນຕາແສງ ຮ່ວາງວັນທູ (ເມືອງ ເຈືອງມີ, ຮ່າໂນ້ຍ). ໃນປີ 2024, ພາຍຫຼັງພາຍຸ Yagi ໄດ້ພັດເຂົ້າຝັ່ງ, ທ່ານເຂົ້າຮ່ວມການສະໜອງອຸປະກອນ, ໂຕະຮຽນ, ຕັ່ງນັ່ງ, ເຄື່ອງໃຊ້ຈຳເປັນ, ໄດ້ບໍລິຈາກ 100 ລ້ານດົ່ງເພື່ອໜູນຊ່ວຍປະຊາຊົນຢູ່ເຂດຖືກປະສົບໄພ.
ນອກຈາກນັ້ນ, ຍັງໄດ້ປະກອບສ່ວນເຂົ້າໃນບັນດາກອງທຶນ, ການເຄື່ອນໄຫວການກຸສົນຄືກອງທຶນ “ຫົວໃຈໃຫ້ນ້ອງ” ເພື່ອຊ່ວຍເຫຼືອເດັກນ້ອຍທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ, ໄດ້ສະໜັບສະໜູນຄ່າໃຊ້ຈ່າຍໃນການຈັດການແຂ່ງຂັນ ກ໊ອຟ ເພື່ອລະດົມທຶນຊ່ວຍເຫຼືອຄົນເຈັບທີ່ເປັນມະເຮັງ ເອີ້ນວ່າ ການແຂ່ງຂັນ ກ໊ອຟ ການກຸສົນຈາກ ໂຮງໝໍ K.
ໃນບັນດາການເຄື່ອນໄຫວພັດທະນາການສຶກສາ ແລະ ແລກປ່ຽນວັດທະນະທຳ, ທ່ານໄດ້ໜູນຊ່ວຍ 200 ລ້ານດົ່ງ/ປີ ໃຫ້ແກ່ງານບຸນເສັ້ນທາງວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ. ປີ 2020, ທ່ານໄດ້ໜູນຊ່ວຍ 500 ລ້ານດົ່ງໃຫ້ໂຮງຮຽນສາກົນສ.ເກົາຫຼີ (2020) ເພື່ອໜູນຊ່ວຍການສຶກສາ ແລະ ບຳລຸງສ້າງໃຫ້ແກ່ລຸ້ນໜຸ່ມ.
ນອກຈາກບັນດາການເຄື່ອນໄຫວກຸສົນ, ທ່ານ Jang Chin Hyuk ກໍ່ຕັ້ງໜ້າຊຸກຍູ້ທາງການທູດ, ເສດຖະກິດ ແລະ ວັດທະນະທຳລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ. ທ່ານເຂົ້າຮ່ວມ ແລະ ສະໜັບສະໜູນບັນດາລາຍການເຊື່ອມຕໍ່ວິສາຫະກິດ, ສະໜັບສະໜູນການເຈລະຈາການຮ່ວມມື, ລົງນາມໃນບັນດາຂໍ້ຕົກລົງຮ່ວມມືທີ່ສຳຄັນ, ສະໜັບສະໜູນການຈັດຕັ້ງບັນດາເຫດການ ແລະ ບັນດາລາຍການແລກປ່ຽນວັດທະນະທຳ. ຜ່ານນັ້ນ, ທ່ານກໍ່ເຂົ້າຮ່ວມເຜີຍແຜ່ ຫວຽດນາມ ເປັນຈຸດໝາຍປາຍທາງທີ່ເປັນມິດ, ດຶງດູດນັກທ່ອງທ່ຽວ ແລພ ນັກລົງທຶນ ສ.ເກົາຫຼີ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນດ້ານເສດຖະກິດ, ການແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.
![]() |
ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ (ເບື້ອງຂວາ) ໄດ້ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ Jang Chin Hyuk, ວັນທີ 18 ມິຖຸນາ ຢູ່ຮ່າໂນ້ຍ. (ຮູບ: ດີ່ງຮວາ) |
ກ່າວຄຳປາໃສທີ່ພິທີມອບຫຼຽນກາລະນຶກ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ໄດ້ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ ໃນ 33 ປີແຫ່ງນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ (22 ທັນວາ 1992 – 22ທັນວາ 2025). ທ່ານກ່າວວ່າ, ຫວຽດນາມສາມາດອີງໃສ່ຮູບແບບ, ປະສົບການການພັດທະນາເສດຖະກິດຂອງ ສ.ເກົາຫຼີ ໃນໄລຍະພັດທະນາໃນປະຈຸບັນຂອງປະເທດ.
ຕາມທ່ານຟານແອງເຊີນແລ້ວ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນແມ່ນໜຶ່ງໃນບັນດາເສົາຄ້ຳຂອງການພົວພັນສອງຝ່າຍ. ຄຽງຂ້າງບັນດາການເຄື່ອນໄຫວດຳເນີນທຸລະກິດ, ນັກວິສາຫະກິດ ສ.ເກົາຫຼີ ຫຼາຍຄົນກໍ່ຕັ້ງໜ້າໜູນຊ່ວຍ, ເຂົ້າຮ່ວມບັນດາການເຄື່ອນໄຫວກຸສົນ, ປະກອບສ່ວນເຂົ້າໃນຂົງເຂດຮັບປະກັນສັງຄົມຢູ່ ຫວຽດນາມ. ໃນນັ້ນ, ທ່ານ Jang Chin Hyuk ແມ່ນນັກທຸລະກິດທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນບັນດາການເຄື່ອນໄຫວໜູນຊ່ວຍຄອບຄົວທຸກຍາກ, ເດັກນ້ອຍມີສະພາບການທີ່ທຸກຍາກ, ຜູ້ເປັນພະຍາດມະເຮັງຢູ່ ຫວຽດນາມ.
ທ່ານ Jang Chin Hyuk ແບ່ງປັນວ່າ: ໃນເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານໄດ້ເຫັນປະຈັກຕາການພັດທະນາເສດຖະກິດສັງຄົມທີ່ປະທັບໃຈຂອງຫວຽດນາມ. ນີ້ກໍແມ່ນໜຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ຫວຽດນາມ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດບັນດາວິສາຫະກິດ, ນັກລົງທຶນ ສ.ເກົາຫຼີ.
ທ່ານ Jang Chin Hyuk ປາດຖະໜາຢາກສືບຕໍ່ຮັກສາການພົວພັນຮ່ວມມືທີ່ດີເລີດກັບບັນດາຄູ່ຮ່ວມມືຂອງຫວຽດນາມ, ໃນນັ້ນ ມີສະຫະພັນບັນດາອົງການມິດຕະພາບຫວຽດນາມ. ທ່ານຢືນຢັນຈະສືບຕໍ່ມານະພະຍາຍາມປະຕິບັດໜ້າທີ່ຮັບຜິດຊອບດ້ວຍຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ແລະ ມານະພະຍາຍາມປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງປະເທດ.
![]() | ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ ຍສໝ - ວັນທີ 8 ມິຖຸນາປີ 2025, ຫ້ອງການຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ (EPS) ສົມທົບກັບສະຫະພັນບານເຕະ ຫວຽດນາມ ປະຈຳ ສ.ເກົາຫຼີ (VFAK) ໄດ້ຈັດຕັ້ງງານບຸນກິລາແຮງງານ EPS ເປີດກວ້າງຄັ້ງທີ 2 ຢູ່ນະຄອນ Hwaseong. ເຫດການໄດ້ດຶງດູດຜູ້ແທນ, ນັກກິລາ 200 ກວ່າຄົນ ... |
![]() | ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ ຍສໝ - ຫວ່າງມໍ່ໆມານີ້, ສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ ຫາກໍ່ຈັດຕັ້ງກອງປະຊຸມພົບປະໃນຕົ້ນປີຢູ່ນະຄອນ Incheon, ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງຫວຽດນາມ ແລະ ສ.ເກົາຫຼີ. |
ແທັງຮັ່ງ