ຫວຽດ​ນາມ - ເນ​ປານ: ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ

15:00 | 08/05/2025

ຍສໝ - ວັນ​ທີ 15 ພຶດສະພາ 1975, ຫວຽດນາມ ​ແລະ ​ເນ​ປານ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ. 50 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ເນ​ປານ ສືບ​ຕໍ່​ໄດ້​ຮັບ​ການປັບປຸງ ແລະ ພັດ​ທະ​ນາ​ຢ່າງ​ແທດ​ຈິງ​ໃນ​ຫລາຍ​ຂົງ​ເຂດ...

ເພື່ອນ​ມິດສາ​ກົນສະເໜີຄວາມເຫັນ​ເພື່ອ​ຊ່ວຍ​ຫວຽດ​ນາມ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຄ້າ Halal
ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ ມຸ່ງໄປສູ່​ການ​ຜະ​ລິດ​ແບບ​ຍືນ​ຍົງ

ຫວຽດນາມ ​ແລະ ​ເນ​ປານ ມີ​ລັກສະນະ​ຄ້າຍຄື​ກັນ​ຫຼາຍ​ຢ່າງ​ໃນ​ດ້ານ​ຮີດຄອງ​ປະ​ເພນີ ​ແລະ ປະຫວັດສາດພັດທະນາ. ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ ເພື່ອ​ກອບ​ກູ້​ປະ​ເທດ​ຊາດ, ຊາວ​ເນ​ປານ ​ໄດ້​ສະ​ແດງ​ຄວາມ​ສາມັກຄີ​ຢ່າງ​ເລິກ​ເຊິ່ງ, ສະໜັບສະໜູນ​ວິວັດ​ການ​ຕໍ່ສູ້​ເພື່ອ​ເອກະລາດ, ໂຮມ​ປະ​ເທດ​​ຊາດ​ຫວຽດ​ນາມ. ສະພາ​ແຫ່ງ​ຊາດ​ເນ​ປານ ​ເຄີຍ​ຜ່ານ​ມະຕິ​ກ່າວ​ປະນາມ​ການ​ວາງ​ລະ​ເບີດ​ຂອງ​ອາ​ເມ​ລິ​ກາ​ໃສ່​ຫວຽດນາມ​ເໜືອ; ໜູນ​ຊ່ວຍ​ລັດ​ຖະ​ບານ​ປະ​ຕິ​ວັດ​ຊົ່ວ​ຄາວ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ.

ພາຍຫຼັງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, 2 ປະ​ເທດ​ໄດ້​ຮັກສາ​ການ​ສົມທົບ​ກັນ ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ - ເນ​ປານ ໄດ້​ພັດ​ທະ​ນາ​ຢ່າງ​ຕັ້ງໜ້າ. ຫວຽດນາມ ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ເນ​ປານ​ເຊັ່ນ: ໝາກພິກ​ໄທ, ປຼາສະຕິກ, ນ້ຳ​ດື່ມ​ອັດກວດ... ແລະ ນຳ​ເຂົ້າ​ແຜ່ນ​ແພ, ເກີບ​ໜັງ, ອາຫານ, ​ເຄື່ອງ​ຫັດຖະກຳ​ຈາກ​ເນ​ປານ.

ຕາມ​ຂໍ້​ມູນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ໃນ​ໄລຍະ 2012-2017, ການ​ຄ້າ​ສອງ​ສົ້ນ​ໄດ້​ເພີ່ມ​ຂຶ້ນ 400% (ຈາກ 9,35 ລ້ານ USD ຂຶ້ນ​ເປັນ 47 ລ້ານ USD), ​ເຖິງ​ວ່າ​ຂະ​ໜາດ​ຍັງ​ໜ້ອຍ​ກໍ່ຕາມ.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ວິທະຍາສາດ​ເຕັກ​ນິກ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຍັງ​ມີ​ຄວາມ​ຈຳກັດ ​ແລະ ບໍ່​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ.

​ເຖິງ​ວ່າ​ໄດ້​ມີ​ການ​ຢ້ຽມຢາມ​ຂັ້ນ​ສູງ​ບໍ່​ຫຼາຍ​ປານ​ໃດ​ກໍ່ຕາມ, ​ແຕ່​ສອງ​ຝ່າຍ​ຍັງ​ຄົງ​ຮັກສາ​ການ​ຮ່ວມ​ມື​ໂດຍ​ຜ່ານ​ຊ່ອງ​ທາງ​ຂອງ​ພັກ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ກະຊວງ ​ແລະ ທ້ອງ​ຖິ່ນ. ເນປານ ໄດ້ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດ (ເດືອນຕຸລາ 2014), ສະໜັບສະໜູນຫວຽດນາມ ໄດ້ຮັບການສະໝັກເຂົ້າເປັນສະມາຊິກສະພາສິດທິມະນຸດ (ເດືອນພະຈິກ 2013), ECOSOC (2016-2018) ແລະ ກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ (2020-2021). ຫວຽດນາມ ກໍ່​ສະໜັບສະໜູນ​ການ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ ​ເນ​ປານ ​ເຂົ້າ​ຮ່ວມ​ສະພາ​ສິດທິ​ມະນຸດ ສປຊ (2018-2020).

ຂີດໝາຍສຳຄັນອັນໜຶ່ງແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເນປານ Khadga Prasad Sharma Oli ໃນເດືອນ ພຶດສະພາ 2019. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານຜູ້ນຳຂັ້ນສູງ ເນປານ ນັບແຕ່ປີ 1975. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ ແລະ ຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ພິເສດແມ່ນການທ່ອງທ່ຽວ - ຊຸກຍູ້ບັນດາແຂກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ Lumbini, ເຂດ Everest ຂອງເນປານ ແລະ ບັນດາແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງ ເນປານ.

​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາການຍົກເວັ້ນວີຊາສໍາລັບຜູ້ຖືຫນັງສືຜ່ານແດນທາງການທູດ ແລະ ທາງການ; ຂໍ້ຕົກລົງກ່ຽວກັບການສ້າງຕັ້ງກົນໄກປຶກສາຫາລືສອງຝ່າຍລະຫວ່າງກະຊວງການຕ່າງປະເທດຫວຽດນາມ; ຈົດໝາຍເຈດຈຳນົງກ່ຽວກັບສັນຍາການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ເນປານ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ​ຍັງ​ ໄດ້​ເຂົ້າ​ຮ່ວມ​ພິທີໃຫຍ່ວັນວິສາຂະບູຊາສະຫະປະຊາຊາດ Vesak 2019 ຢູ່ຫວຽດນາມ.

ການ​ເປີດ​ກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳ​ເນ​ປານ ​ແລະ ການ​ສ້າງ​ຕັ້ງ​ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ ຢູ່ ອິນ​ເດຍ ​ແລະ ​ເນ​ປານ ​ໃນ​ວັນ​ທີ 23 ຕຸລາ 2016 ​ແມ່ນ​ບາດກ້າວ​ຢ່າງຕັ້ງໜ້າ, ສ້າງ​ພື້ນຖານ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ຝ່າຍ​ເນ​ປານ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ລົງທຶນ​ເຂົ້າ​ເນ​ປານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ໄຟຟ້າ​ນ້ຳຕົກ, ພະລັງງານ​ທົດ​ແທນ, ການທ່ອງທ່ຽວ, ກະສິກຳ. ຂະນະ​ດຽວ​ກັນ, ​ເນ​ປານ​ສະ​ເໜີ​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ​ແລະ​ລົງ​ນາມ​ໃນ​ສັນຍາ​ຂອບ​ການ​ຄ້າ​ ແລະ​ ການ​ລົງທຶນ (TIFA).

ໃນ​ເດືອນພຶດສະພາ2023, ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ​ໂດຍ​ທ່ານ ເຈີ່ນແອງຕ໋ວນ, ປະທານ​ສະມາຄົມ​ໄດ້​ໄປ​ຢ້ຽມຢາມ ​ເນ​ປານ ​ແລະ ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ​ເນ​ປານ Ganesh Prasad Timilsina. ທ່ານ Ganesh Prasad Timilsina ຕີ​ລາຄາ​ວ່າ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງກຳລັງ​ໜູນ​ໃນ​ການ​ຕໍ່ສູ້​ເພື່ອ​ເອກະລາດ​ແຫ່ງ​ຊາດ, ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ເທົ່ານັ້ນ ຫາກຍັງເປັນ​ຕົວ​ຢ່າງ​ປົກກະຕິ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ເປີດສະຖານທູດ 2 ປະເທດ ປະຈຳ ຫວຽດນາມ ແລະ ເນປານ; ເປີດ​ການ​ບິນ​ໂດຍ​ກົງ​ລະຫວ່າງ​ຫວຽດນາມ ​ແລະ ​ເນ​ປານ ​ເພື່ອ​ໃຫ້​ຊາວ​ພຸດ ​ແລະ ປະຊາຊົນ​ຫວຽດນາມ ​ແລະ ​ເນ​ປານ ມີ​ໂອກາດ​ໄປ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ 2 ຝ່າຍ.

ຫວຽດ​ນາມ - ເນ​ປານ: ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ

ທ່ານປະທານສະພາແຫ່ງຊາດເນປານ Ganesh Prasad Timilsina (ທີ 5 ຈາກຂວາ) ຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ເນປານ, ວັນທີ 8 ພຶດສະພາ 2023. (ພາບ: ດຶກມິງ)

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເນ​ປານ ຫວັງ​ວ່າ ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ຈະເສີມຂະຫຍາຍບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ບັນດາ​ອົງການ, ວິ​ສາ​ຫະກິດ ​ແລະ ບຸກຄົນ​ຂອງ 2 ປະ​ເທດ. ການ​ສ້າງ​ຕັ້ງ​ສະມາຄົມ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ຍສໝ - ​ເນື່ອງ​ໃນ​ໂອກາດການ​ຢ້ຽມຢາມ​ທາງ​ລັດຖະກິດໄປຍັງສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ, ການ​ຢ້ຽມຢາມຢ່າງເປັນທາງການຄະນະ​ເລຂາ ອາ​ຊຽນ ​ແຕ່​ວັນ​ທີ 9-11 ມີນາ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ, ພົບ​ປະ​ກັບ​ ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ເພີ່ມ​ຂົວ​ຕໍ່​ພັດ​ທະ​ນາ​ພາ​ສາ​ຫວຽດ ​ຢູ່​ຍີ່​ປຸ່ນ​ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ເພີ່ມ​ຂົວ​ຕໍ່​ພັດ​ທະ​ນາ​ພາ​ສາ​ຫວຽດ ​ຢູ່​ຍີ່​ປຸ່ນ​ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ

ຍສໝ​ - ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາ ແລະ ບຳລຸງສ້າງສາກົນ (ມະຫາວິທະຍາໄລສ້າງຄູຮ່າໂນ້ຍ) ໄດ້ລົງນາມໃນບົດບັນທຶກກັບສູນສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (ມະຫາວິທະຍາໄລ Osaka, ປະເທດ ຍີ່ປຸ່ນ) ເພື່ອຜັນຂະຫຍາຍການຄົ້ນຄວ້າ, ສອນພາສາຫວຽດນາມ ແລະ ຈັດຕັ້ງການສອບເສັງເພື່ອຕີລາຄາກຳລັງ​ຄວາມ​ສາ​ມາດພາສາຫວຽດນາມ ໃຫ້ແກ່ຊາວຕ່າງປະເທດຢູ່ຍີ່ປຸ່ນ.

ມີງດຶກ