ທ່ານນາຍົກລັດຖະມົນຕີ ອິນເດຍ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບຫວຽດນາມ ສ້າງປະກົດການດ້ານວັດທະນະທຳ

09:20 | 04/07/2025

ຍສໝ - ທ່ານນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ​ເນັ້ນ​ໜັກ​ວ່າ: ຂໍ້​ລິ​ເລີ່ມ​ແບ່ງປັນ​ພະທາດຂອງພຣະພຸດທະເຈົ້າ​ກັບ ຫວຽດນາມ ​ໄດ້​ສ້າງ​ປະກົດ​ການ​ວັດທະນະທຳ ​ແລະ ຈິດ​ໃຈ, ດ້ວຍ​ຈຳນວນຜູ້​ໄປນະມັດສະການພະທາດ 15 ລ້ານ​ກວ່າ​ເທື່ອ​ຄົນ​ຢູ່ 9 ​ແຫ່ງຕ່າງກັນ​ໃນ​ທົ່ວປະເທດ ​ຫວຽດນາມ.

ບັນດາໄລຍະງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ: ການເດີນທາງເຊື່ອມຕໍ່ປະຊາຊົນສອງປະເທດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ນັກ​ຂ່າວ ສຳນັກຂ່າວສານ ຫວຽດນາມ ທີ່​ນະຄອນ New Delhi ​ໃຫ້​ຮູ້​ວ່າ: ​ໃນ​ລາຍການ​ວິທະຍຸ​ກະຈາຍສຽງ Mann Ki Baat ຕອນ​ທີ 123, ທ່ານ​ນາຍົກລັດຖະມົນຕີ Modi ​ກ່າວວ່າ: “ພວກເຈົ້າ​ສາມາດ​ວາດ​ພາບ​ໄດ້​ວ່າ, ຢູ່ ຫວຽດນາມ ​ເຊິ່ງມີ​ປະຊາກອນ​ປະມານ 100 ລ້ານ​ຄົນ, ມີ​ກ່ວາ 15 ລ້ານ​ຄົນ​ໄດ້​ມານະມັດສະການພະທາດ. ບັນດາຮູບພາບ ແລະ ວິດິໂອເຊິ່ງໃຫ້ເຮົາເຫັນໃນສື່ສັງຄົມເຮັດໃຫ້ເຮົາຮູ້ວ່າຄວາມເຄົາລົບນັບຖືແມ່ນບໍ່ມີຂອບເຂດ. ເຖິງວ່າຝົນຕົກ ຫຼື ອາກາດຮ້ອນ, ເດັກນ້ອຍ, ຜູ້ອາວຸໂສ, ຄົນພິການ… ທຸກຄົນໄດ້ເຂົ້າແຖວອັນຍາວໆເພື່ອສະແດງຄວາມເຄົາລົບນັບຖືເປັນຊົ່ວໂມງ. ຄວາມ​ເຄົາລົບ​ນັບຖື​ຂອງ​ປະຊາຊົນ​ຢູ່​ທີ່​ນັ້ນ​ຕໍ່​ການ​ນະມັດສະການຢ່າງ​ເລິກ​ເຊິ່ງນີ້້ ເຮັດໃຫ້ລັດຖະບານ​ຫວຽດນາມ ​ໄດ້​ຮຽກຮ້ອງຕໍ່ກຳນົດເວລາ​ພະທາດຂອງພຣະພຸດທະເຈົ້າ​ຕໍ່​ໄປ​ອີກ 12 ວັນ, ​ແລະ ອິນ​ເດຍກໍ​ເຫັນ​ດີ​ຢ່າງ​ດີ​ໃຈ.”

ທ່ານນາຍົກລັດຖະມົນຕີ ອິນເດຍ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບຫວຽດນາມ ສ້າງປະກົດການດ້ານວັດທະນະທຳ

ຕອນເຊົ້າວັນທີ 17 ພຶດສະພາ 2025, ມີປະຊາຊົນ ແລະ ພຸດທະສາສະນິກະຊົນນັບພັນຄົນໄດ້ເຂົ້າຮ່ວມຂະບວນແຫ່​ພະທາດຂອງພຣະພຸດທະເຈົ້າ ເຖິງວັດ ຕາມຈຸກ. (ພາບ: ດາຍຫງຽງ/ສຳນັກຂາວສານ ຫວຽດນາມ)

ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Modi ແລ້ວ, ເຫດ​ການ​ດັ່ງ​ກ່າວ​ໄດ້​ຜັນ​ຂະ​ຫຍາຍ​ເປັນ​ງານ​ບຸນ​ຢູ່​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ອິດ​ທິ​ພົນ​ຢ່າງ​ເລິກ​ເຊິ່ງ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ ອິນ​ເດຍ ໃນ​ເວ​ທີ​ສາ​ກົນ. ການ​ແບ່ງ​ປັນພະ​ທາດ​ຂອງພະ​ພຸດ​ທະ​ເຈົ້າ​ກັບ​ຫວຽດ​ນາມ ໄດ້ເນັ້ນຫນັກການພົວພັນຢ່າງ​ເລິກ​ເຊິ່ງ​ຕໍ່ກັບ​ວັດ​ທະ​ນະ​ທຳ ແລະ ຈິດ​ວິນ​ຍານ​ ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ມໍ​ລະ​ດົກ​ຂອງ​ອິນ​ເດຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ​ຍັງ​ໄດ້​ ສົ່ງເສີມໃຫ້​ຊາວ​ອິນ​ເດຍ​ໄປ​ຢ້ຽມ​ຢາມ​ບັນດາສະ​ຖານ​ທີ່​ພຸດ​ທະ​ສາ​ສະ​ໜາ​ໃນ​ລັດ​ຂອງ​ຕົນ, ​ເນັ້ນໜັກ​ໃຫ້​ເຫັນ​ເຖິງ​ການ​ເສີມ​ຂະ​ຫຍາຍ​ດ້ານຈິດໃຈ ​ແລະ​ ວັດ​ທະ​ນະ​ທຳ ທີ່ບັນດາການຢ້ຽມຢາມຄືນີ້ ສາມາດນຳເອົາມາໃຫ້. ການ​ແບ່ງ​ປັນພະ​ທາດ​ຂອງ​ພະ​ພຸດ​ທະ​ເຈົ້າ​ກັບ​ບັນ​ດາ​ປະ​ເທດ​ຄື​ຫວຽດ​ນາມ, ໄທ ແລະ ມົງ​ໂກລີ ໄດ້​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ງານ​ຂອງ​ພຸດ​ທະ​ສາ​ສະ​ໜາ​ໃນການເຊື່ອມຕໍ່​ເຊື່ອມ​​ກັບບັນດາພື້ນຖານ​ວັດ​ທະ​ນະ​ທຳ ແລະ ປະ​ເທດ​ຊາດ.

ສະເຫຼີມສະຫຼອງ 80 ປີແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຢູ່ ລັດເຊຍ, ອິນເດຍ ແລະ ອົດສະຕາລີ ສະເຫຼີມສະຫຼອງ 80 ປີແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຢູ່ ລັດເຊຍ, ອິນເດຍ ແລະ ອົດສະຕາລີ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ ຫວຽດນາມ, ສະຖານທູດ ​ຫວຽດນາມ ປະຈຳ ລັດ​ເຊຍ, ອິນ​ເດຍ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວລະນຶກ ທວນຄືນ​ການ​ເດີນທາງ​ອັນ​ສະຫງ່າ​ລາສີ​ຂອງ​ກອງທັບ​ປະຊາຊົນ ​ຫວຽດນາມ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາດອັນເລິກ​ເຊິ່ງ ລະຫວ່າງ ຫວຽດນາມ ກັບບັນດາປະເທດ.

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ອິນເດຍ ແລະແຂວງຮວ່າບິ່ງ ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ອິນເດຍ ແລະແຂວງຮວ່າບິ່ງ

ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງຮວ່າບິ່ງ ໄດ້ຈັດຕັ້ງກອງປະຊຸມ “ການພົບປະອິນເດຍ ປີ 2024”.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
ອ່ານຫຼາຍທີ່ສຸດ