ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

09:34 | 05/08/2025

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມິດຕະພາບ​ ສ.​ເກົາຫຼີ ​ແຕ່​ວັນ​ທີ 29 ກໍລະກົດ ​ຫາ​ວັນ​ທີ 2 ສິງຫາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ປະທານ ​ໂດ​ວັນ​ຈ້ຽນ ນຳ​ໜ້າ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025”
​ເຜີຍ​ແຜ່, ສະເຫຼີຍດ້ານກົດໝາຍ​ໃຫ້​ແກ່​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ
ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ກັບ​ພະນັກງານ, ລັດຖະກອນ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ​ ພ້ອມກັບຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມພວມ ອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ຕອນ​ເຊົ້າ​ວັນ​ທີ 2 ສິງຫາ, ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ສຳນັກ​ງານ​ໃຫຍ່​ສະຖານທູດ​ຫວຽດນາມ ປະຈຳ ​ເຊ​ອຸນ, ​ໄດ້​ພົບ​ປະ​ກັບ​ພະນັກງານ, ລັດຖະກອນ​ຂອງ​ອົງການ​ຕາງໜ້າ ພ້ອມກັບຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມພວມ ອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ຫວູໂຮ່ ​ໄດ້​ລາຍ​ງານກ່ຽວກັບ​ສະພາບ​ການ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ເຖິງ​ການ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມຫຼາຍ 300.000 ກວ່າ​ຄົນ ​ແລະ ບົດບາດ​ໃຈກາງ​ຂອງບັນດາ​ສະມາຄົມ​ໃນ​ການ​ເຊື່ອມ​ໂຍງ ​ແລະ ໜູນ​ຊ່ວຍ​ປະຊາຊົນ. ສະຖານທູດ ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ​ພາຍ​ໃນ ​ແລະ ສ.​ເກົາຫຼີ ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ຊາວ ຫວຽດນາມ ​ເຂັ້ມ​ແຂງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ.

ຜູ້ຕາງໜ້າບັນດາສະມາຄົມຄື: ສະມາຄົມໃຫຍ່ຊາວຫວຽດນາມ, ສະຫະພັນແມ່ຍິງຫວຽດນາມ, ສະມາຄົມນັກສຶກສາຫວຽດນາມ, ສະມາຄົມພຸດທະສາສະໜາຫວຽດນາມ ຢູ່ ສ.ເກົາຫຼີ… ໄດ້ແບ່ງປັນບັນດາຄວາມມານະພະຍາຍາມໃນການຈັດຕັ້ງບັນດາການເຄື່ອນໄຫວເຊື່ອມຕໍ່ປະຊາຄົມ, ໂຄສະນາວັດທະນະທໍາຫວຽດນາມ, ໜູນຊ່ວຍຊີວິດດ້ານຈິດໃຈ - ວັດຖຸຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ມຸ່ງໄປເຖິງບ້ານເກີດເມືອງນອນ. ເນື່ອງ​ໃນ​ໂອ​ກາດນີ້, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ປະ​ຈຳ ສ.ເກົາ​ຫຼີ ໄດ້​ມອບ​ເງິນ 2 ລ້ານ ​ວອນ ເພື່ອ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ແຂວງ ເຫງ້​ອານ ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ​ເລກ 3.

ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

ແມ່ຂາວ ທິກໜືເຢຍແຕັງ ປະທານ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ປະຈຳ ສ.​ເກົາຫຼີ ​ໄດ້​ມອບ​ເງິນ 2.000.000 ວອນ ​ໂດຍ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ປະຈຳ ສ.​ເກົາຫຼີ ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ແຂວງ ເຫງ້​ອານ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກພະ​ຍຸ 3. (ພາບ: ສຳນັກຂາວສ່ານ ຫວຽດນາມ)

ກ່າວ​ຄຳ​ປາໄສ​ກັບ​ປະຊາ​ຄົມ, ທ່ານ ​ໂດ​ວັນ​ຈ້ຽນ ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​​ໄດ້​ເຫັນ​ນ້ຳ​ໃຈ​ສາມັກຄີ ​ແລະ ຄວາມ​ມານະ​ພະຍາຍາມບືນຕົວຂຶ້ນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ.​ເກົາຫຼີ. ທ່ານແບ່ງປັນກ່ຽວກັບບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດ, ພິເສດແມ່ນຂະບວນການປ່ຽນແປງໃໝ່ຮອບດ້ານທີ່ພວມດຳເນີນໄປ, ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ທີ່ຍາມໃດກໍ່ຖືຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງກຸ່ມກ້ອນມະຫາສາມັກຄີທົ່ວປະເທດຊາດ.

ຕອນ​ເຊົ້າ​ວັນ​ທີ 2 ສິງຫາ, ທ່ານ ​ໂດ​ວັນ​ຈ້ຽນ ​ແລະ ຄະນະ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ເມືອງ Bonghwa (​ແຂວງ​ Gyeongsang ເໜືອ) ​ແລະ ຜູ້ຕາງໜ້າ​ເຊື້ອສາຍ ຫຼີຮວ່າເຊີນ ​ເພື່ອ​ຮັບ​ຟັງຄຳ​ແນະນຳກ່ຽວ​ກັບ​ໂຄງການ​ບ້ານ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ຢູ່​ທ້ອງ​ຖິ່ນ. ທ່ານຕີ​ລາຄາ​ສູງ​ຄວາມ​ໝາຍ​ດ້ານ​ວັດທະນະທຳ ​ແລະ ປະຫວັດສາດ​ຂອງ​ໂຄງການ, ຢືນຢັນ​ວ່າ ນີ້​ແມ່ນ​ຮູບ​ແບບ​ອັນ​ນັບຖືຢ່າງສູງ, ປະກອບສ່ວນ​ໂຄສະນາ​ພາບ​ພົດ​ຂອງ​ຫວຽດນາມ ຢູ່ ສ.​ເກົາຫຼີ, ພ້ອມ​ກັນ​ນັ້ນ ກໍ່​ໄດ້​ສະ​ເໜີ​ບາງ​ວິທີ​ແກ້​ໄຂ​ເພື່ອ​ເສີມ​ຂະຫຍາຍ​ຄວາມສາມາດບົ່ມຊ້ອນ​ພັດທະນາ​ການທ່ອງທ່ຽວ ​ແລະ ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ.

ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

ທ່ານ​ ໂດ​ວັນ​ຈຽນ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ຂອງ​ເມືອງ​ Bonghwa (​ແຂວງ​ Gyeongsang ເໜືອ, ສ.​ເກົາຫຼີ) ​ແລະ ຜູ້ຕາງໜ້າ​ເຊື້ອສາຍ ຫຼີຮວ່າເຊີນ. (ພາບ: ສຳນັກຂາວສ່ານ ຫວຽດນາມ)

ໃນວັນທີ 31 ກໍລະກົດ ແລະວັນທີ 1 ສິງຫາ, ຄະນະຜູ້ແທນໄດ້ມີການເຮັດວຽກກັບທ່ານປະທານສະພາເສດຖະກິດ, ສັງຄົມ ແລະ ແຮງງານ ສ.ເກົາຫຼີ Kwon Gi Seop, ທ່ານຮອງປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ Lee Sang Seok, ແລະ ທ່ານ ປະທານສະມາຄົມແລກປ່ຽນເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ Kwon Seong Taek. ບັນດາ​ຄູ່​ຮ່ວມ​ມື ສ.​ເກົາຫຼີ ລ້ວນ​ແຕ່​ປາດ​ຖະໜາ​ຢາກ​ສືບ​ຕໍ່​ລົງ​ເລິກ​ການພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ​ແຮງ​ງານ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ

ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ...

ຜັນຂະຫຍາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຂົນຂວາຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ຜັນຂະຫຍາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຂົນຂວາຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ

ຍສໝ - ແຕ່​ວັນ​ທີ 13-14 ມິຖຸນາ 2025, ຄະນະປະຕິບັດງານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໂດຍ​ທ່ານ​ປະທານຄະນະ​ກຳມະການ ຫງວຽນຈຸງກຽນ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ສ.​ເກົາຫຼີ ​ເພື່ອຜັນຂະຫຍາຍການເຄື່ອນໄຫວໜູນ​ຊ່ວຍ ​ແລະ ຂົນຂວາຍ​ປະຊາ​ຄົມ. ຢູ່​ທີ່​ນີ້, ຄະນະ​ໄດ້​ມີ​ການ​ພົບ​ປະ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 20 ຄົນ ​ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ຂອງ​ບັນດາ​ສະມາຄົມ​ໃຫຍ່ ​ແລະ ຢ້ຽມຢາມ​ບັນດາ​ວິ​ສາ​ຫະກິດທີ່ດີເດັ່ນຂອງ ຫວຽດນາມ.

ແທັງຮັ່ງ

ທ່ານອາດຈະມັກ