ບັນດາຜູ້ຕາງໜ້າເຜີຍແຜ່ພາສາຫວຽດນາມ, ເຊື່ອມຕໍ່ການພົວພັນຫວຽດນາມ - ລາວ

10:31 | 10/09/2025

ຍສໝ - ຫ້ອງ​ຮຽນ​ພາສາຫວຽດນາມ​ໂດຍ​ບໍ່​ເສຍ​ຄ່າ​ດ້ວຍການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາຄູ​ອາຈານສາ​ສະໝັກ ​ໄດ້​ກາຍ​ເປັນ​ຫຼັກຖານພະຍານຢ່າງມີຊີວິດຊີວາໃຫ້​​ນ້ຳໃຈ​ແບ່ງປັນ ​ແລະ ອຸທິດສ່ວນ.

63 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ: ເປັນຫຼັກຖານທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບທີ່ເປັນແບບຢ່າງ, ຊື່ສັດ ແລະ ບໍລິສຸດ.
ງານບຸນໃຫຍ່ ວູລານ ຢູ່ວັດ ເຟິດຕິກ: ການປົກປັກຮັກສາວັດທະນະທຳ, ຮັດແໜ້ນຄວາມສາມັກຄີຫວຽດນາມ - ລາວ
ບັນດາຜູ້ຕາງໜ້າເຜີຍແຜ່ພາສາຫວຽດນາມ, ເຊື່ອມຕໍ່ການພົວພັນຫວຽດນາມ - ລາວ

ຫ້ອງ​ຮຽນ​ພາ​ສາ​ຫວຽດ​ສໍາ​ລັບ​ເດັກ​ນ້ອຍ​ຫວຽດ​ນາມ​​ຢູ່​ຕ່າງ​ປະ​ເທດ ແລະ ປະຊາຊົນ​ລາວ​ ໂດຍ​ທ່ານ​ນາງ ຫງວຽນທິທູຮວຽນ ຂຶ້ນຫ້ອງທີ່​ວັດ ເຟິດຕິກ, ນະ​ຄອນ​ຫຼວງ​ວຽງ​ຈັນ. (ພາບ: Do Ba Thanh/ TTXVN)

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການເຄື່ອນໄຫວໂຄສະນາພາສາຫວຽດນາມ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ຢູ່​ລາວ, ​ໄດ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ “​ບັນດາຜູ້ຕາງໜ້າພາສາ​ຫວຽດນາມ”, ຜູ້​ມີ​ຄວາມເມົາມົວຫຼົງໄຫຼ ​ແລະ ຄວາມຈິງໃຈ​ກັບພາສາຫວຽດ, ພ້ອມ​ກັນ​ນັ້ນ ​ກໍ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ວັດທະນະທຳ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ວັນເຊີດຊູພາສາຫວຽດໃນປະຊາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (8 ກັນຍາ), ​ນາງ ຫງວຽນ​ທິທູ​ຮວຽນ - ​ຜູ້ຕາງໜ້າພາສາ​ຫວຽດນາມ ປະຈຳ ​ປີ 2023 ​ໄດ້​ແບ່ງປັນ​ກັບ​ນັກ​ຂ່າວຂອງ TTXVN ຢູ່​ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃນໃຈ​​ນາງ ຄືການ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​​ຕໍ່​ພາສາ​ຫວຽດນາມ​ໃນ​ຊຸມ​ຊົນຢ່າງເຂັ້ມແຂງ.

​ນາງ ທູ​ຮວຽນ​ເນັ້ນ​ໜັກ​ວ່າ: “ທຸກໆ​ການ​ເຄື່ອນ​ໄຫວ, ທຸກ​ຄວາມ​ມານະ​ພະຍາຍາມ, ບໍ່​ວ່າ​ຈະ​ໜ້ອຍ​ພຽງ​ໃດ​ກໍ່​ສາມາດ​ສ້າງຄວາມ​ເຜີຍ​ແຜ່​ຢ່າງ​ໃຫຍ່​ຫຼວງ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ຕໍ່​ວັດທະນະທຳ ​ແລະ ​ບຳລຸງສ້າງ​ມິດຕະພາບ​ທີ່​ຍິ່ງໃຫຍ່​ລະຫວ່າງ ຫວຽດນາມ - ລາວ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເຜີຍແພ່​ພາສາ​ຫວຽດນາມ​ຢູ່​ລາວ​ບໍ່​ແມ່ນເມື່ອໃດກໍ່​ງ່າຍ​. ຕາມ​​ນາງ ທູ​ຮວຽນ ແລ້ວ, ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ແມ່ນ​ຂາດບັນດາເອກະສານ​ການ​ສອນ​ທີ່​ເໝາະ​ສົມ​ກັບ​ຜູ້​ຮຽນ. ​ເຖິງ​ວ່າ ຫວຽດນາມ ​ແລະ ລາວ ​ແມ່ນ​ຢູ່​ໃກ້​ກັບ​ວັດທະນະທຳ ​ແລະ ປະຊາຊົນ​ກໍ່ຕາມ, ​ແຕ່​ລະບົບ​ການ​ຂຽນ ​ແລະ ວິທີການ​ຜັນສຽງ​ແມ່ນ​ແຕກ​ຕ່າງ​ກັນ​ຢ່າງສົມບູນ, ​ເຮັດ​ໃຫ້​ການ​ເຂົ້າ​ເຖິງ​ໃນ​ເບື້ອງ​ຕົ້ນ​ປະສົບອຸປະສັກຫຼາຍຢ່າງ.

​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນີ້, ​ນາງ ທູ​ຮວຽນຕ້ອງ​ສອນ, ຮຽບຮຽງ ​ແລະ ດັດ​ແປງ​ເອກະສານ​ຕາມ​ສະພາບ​ຕົວ​ຈິງ​ຂອງ​ຫ້ອງ​ຮຽນ; ພ້ອມ​ກັນ​ນັ້ນ, ໝູນໃຊ້ການ​ໜູນ​ຊ່ວຍ​ຂອງ​ບັນດາຄູ​ອາ​ສາ​ສະ​ໝັກ ແລະ ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ​ຂອງ 2 ປະ​ເທດ​ເພື່ອ​ຊ່ວຍ​ໃຫ້​ຜູ້ຮຽນຮ້ສຶກໃກ້ຊິດ ແລະ ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ພາສາຫວຽດ​ນາມກວ່າເກົ່າ.

​ນາງ ທູ​ຮວຽນ ​ໄດ້​ສັງ​ເກດ​ເຫັນ​ວ່າ ຄວາມ​ສົນ​ໃຈ​ຂອງ​ຊາວ​ລາວ​ສຳລັບ​ພາສາ​ຫວຽດນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ໃນ​ເມື່ອ​ກ່ອນ, ມີ​ຫຼາຍ​ຄົນ​ຮຽນ​ພາສາ​ຫວຽດນາມ ພຽງ​ແຕ່​ເພື່ອ​ສື່ສານ ຫຼື ​ເຮັດ​ວຽກ​ເທົ່າ​ນັ້ນ, ​ແຕ່​ປະຈຸ​ບັນ, ​ໄວ​ໜຸ່ມ​ຫຼາຍ​ຄົນ​ຮຽນ​ພາສາ​ຫວຽດນາມ ດ້ວຍ​ຄວາມ​ສົນ​ໃຈ ​ແລະ ຮັກແພງ​ວັດທະນະທຳ​ຫວຽດນາມ. ການ​ເຂົ້າ​ຮ່ວມ​ຂອງບັນດາ​ຄູ​ອາ​ສາ​ສະ​ໝັກ​ນັບ​ມື້​ນັບຫຼວງຫຼາຍ​ໄດ້​ເຮັດ​ໃຫ້​ພາສາ​ຫວຽດ​ນາມ​ມີ​ຄວາມໃກ້ຊິດ ແລະ ເຜີຍ​ແຜ່​​ໃນ​ຊຸມ​ຊົນ.

​ໃນ​ຂະນະ​ນັ້ນ, ນາງ ​​ລານນີ ​​ລານນີ ​ເພັດ​ນິນ, ​ຜູ້ຕາງໜ້າພາສາຫວຽດນາມ ປະຈຳ ປີ 2024 ​ໄດ້​ປະຕິບັດ​ຫຼາຍ​ຂໍ້​ລິ​ເລີ່​ມ​ເພື່ອ​ເຜີຍ​ແຜ່​ພາສາ ​ແລະ ວັດທະນະທຳ ຫວຽດນາມ.

​ໂດຍ​ເຫັນ​ດີ​ເຖິງ​ຄວາມ​ຕ້ອງການ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ຮູ້​ພາສາ​ຫວຽດນາມ ​ໃນ​ສະພາບການມີ​ວິ​ສາ​ຫະກິດ ຫວຽດນາມ - ລາວ ຫຼາຍ​ແຫ່ງ, ນາງ ​​ລານນີ​ໄດ້​ສ້າງ​ຕັ້ງ​ສູນສອນ​ພາສາ​ຫວຽດນາມ, ສົມທົບ​ກັບ​ບັນດາ​ຫ້ອງຮຽນໂດຍກົງ ແລະ ພື້ນຖານດີ​ຈີ​ຕອນ​ຄື Facebook, TikTok, YouTube... ບັນດາວິດິໂອນີ້​ໄດ້​ດຶງ​ດູດ​ຜູ້​ຕິດຕາມ​ນັບ​ພັນ​ຄົນ, ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ພາສາ ​ແລະ ວັດທະນະທຳ ຫວຽດນາມ ກັບ​ປະຊາ​ຄົມ​ຊາວ​ລາວ.

ບໍ່​ຢຸດ​ຢັ້ງຢູ່ນັ້ນ, ນາງ​ ລານ​ນີ ຍັງ​ໄດ້ຮຽບຮຽງ​ປຶ້ມ​ຮຽນ​ພາສາ​ຫວຽດນາມດ້ວຍຕົນເອງ ​ແບບ​ສັ້ນ, ຈື່​ຈຳ​ໄດ້​ງ່າຍ​ກວ່າ 10 ຫົວ ​ໂດຍ​ມີ​ຄລິບ​ການ​ແນະນຳ, ຊ່ວຍ​ໃຫ້​ຜູ້​ຮຽນ​ເຂົ້າ​ເຖິງ​ຄວາມ​ຮູ້​ໄດ້​ທຸກ​ເວລາ, ທຸກ​ບ່ອນ. ​ນາງ​ໄດ້​ເຂົ້າ​ຮ່ວມ​ແປພາສາ, ​ແນະນຳລາຍການ​ສອງ​ພາສາ ຫວຽດນາມ - ລາວ, ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.

ບັນດາຜູ້ຕາງໜ້າເຜີຍແຜ່ພາສາຫວຽດນາມ, ເຊື່ອມຕໍ່ການພົວພັນຫວຽດນາມ - ລາວ

ນາງ ຫງວຽນ​ທິ​ທູ​ຮວຽນ (ເບື້ອງຂວາ) ຊີ້​ນຳ​ນັກ​ສຶກ​ສາ​ລາວ​ຝຶກ​ຊ້ອມ​ຮ້ອງ​ເພງ​ຫວຽດ​ນາມ. (ພາບ: Do Ba Thanh/ TTXVN)

ແບ່ງປັນກ່ຽວກັບແຜນການທີ່ຈະມາເຖິງ, ນາງ ລານນີ ໃຫ້ຮູ້ວ່າ: ຈະເຂົ້າຮ່ວມຜະລິດລາຍການສອງພາສາ “LaoViet360” ຢູ່ຊ່ອງໂທລະພາບນະຄອນຫຼວງວຽງຈັນ (Vte9) ເພື່ອແນະນຳວັດທະນະທໍາ, ຮີດຄອງປະເພນີ, ສະຖານທີ່ທ່ອງທ່ຽວຂອງສອງປະເທດ, ພ້ອມທັງຊ່ວຍໃຫ້ຜູ້ຊົມໄດ້ຝຶກຟັງ, ອອກສຽງ, ຂະຫຍາຍຄໍາສັບພາສາຫວຽດນາມ ຜ່ານບັນດາສະຖານະການສື່ສານທີ່ຄຸ້ນເຄີຍ.

ຄຽງຂ້າງບັນດາການເຄື່ອນໄຫວພື້ນເມືອງ ແລະ ລາຍການໂທລະພາບ, ນາງ ລານນີ ຍັງມີແຜນການເປີດກວ້າງຫ້ອງຮຽນອອນໄລນ໌, ຈັດຕັ້ງການພົບປະແລກປ່ຽນວັດທະນະທຳ, ຜະລິດເນື້ອໃນດີຈີຕອນ ແລະ ເຊື່ອມຕໍ່ກັບບັນດາອົງການຈັດຕັ້ງການສຶກສາພ້ອມກັບປະຊາຄົມຊາວຫວຽດນາມ ຢູ່ລາວ, ສ້າງເຄືອຂ່າຍໜູນຊ່ວຍຢ່າງແຂງແຮງເພື່ອປົກປັກຮັກສາ ແລະ ເຜີຍແຜ່ຄວາມງາມຂອງພາສາຫວຽດນາມ.

ນາງ​ແບ່ງປັນ​ວ່າ ສິ່ງ​ສຳຄັນ​ທີ່​ສຸດ​ເມື່ອ​ສອນ​ພາສາ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ແມ່ນ​ຊ່ວຍ​ໃຫ້​ຜູ້​ຮຽນ​ຮູ້ສຶກ​ວ່າ​ພາສາ​ຫວຽດນາມ​ບໍ່​ພຽງ​ແຕ່​ແມ່ນ​ພາສາ​ໜຶ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວັດທະນະທຳ​ທີ່​ມີ​ຊີວິດ​ຊີວາ - ຕິດ​ພັນ​ກັບ​ເລື່ອງ​ລາວ, ດົນຕີ, ອາຫານ ​ແລະ ຊີວິດ.

ພາສາຫວຽດ​ນາມ ຢູ່ ລາວ ພວມ​ຄ່ອຍໆ​ກາຍ​ເປັນ​ພາ​ສາບໍ່ພຽງ​ສື່​ສານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນພາຫະນະ​ທີ່​ເຊື່ອມ​ໂຍງ​ຄວາມຮັກແພງ, ເຜີຍ​ແຜ່​ວັດ​ທະ​ນະ​ທຳ ແລະ ສະໜິດຕິດພັນກັບ​ປະ​ຊາ​ຄົມ. ຍ້ອນ​ຄວາມ​ມານະ​ພະຍາຍາມ​ຂອງຜູ້ຕາງໜ້າພາສາຫວຽດນາມ, ພາສາ ​ແລະ ວັດທະນະທຳ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ຮັກ​ແພງ, ​ເຄົາລົບ ​ແລະ ​ສະໜິດສະໜົມ​ກັບ​ປະຊາ​ຄົມ​ຊາວ​ລາວຫຼາຍກວ່າ.

​ເຂົາ​ເຈົ້າ​ໄດ້ ແລະ ພວມ​ພິສູດ​ໃຫ້​ເຫັນ​ວ່າ, ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ຜູ້ຕາງໜ້າພາສາຫວຽດນາມແຕ່ລະຄົນ​ສາມາດ​ປະກອບສ່ວນ​ສ້າງ​ການ​ປ່ຽນ​ແປງ​ຢ່າງຕັ້ງໜ້າ​ແລະ ເຮັດ​ໃຫ້ພາສາ​ຫວຽດນາມ ​ໃນ​ໃຈ​ເພື່ອນ​ມິດ​ສາກົນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ເອື້ອມອອກກ່ວາ​ອີກ.

ທ່ານເອກອັກຄະລັດຖະທູດຈີນ ຍ້ອງຍໍຜົນງານ ແລະ ເສັ້ນທາງພັດທະນາຂອງຫວຽດນາມ ທ່ານເອກອັກຄະລັດຖະທູດຈີນ ຍ້ອງຍໍຜົນງານ ແລະ ເສັ້ນທາງພັດທະນາຂອງຫວຽດນາມ

ຍສໝ - ເນື່ອງໃນໂອກາດຄົບຮອບ 80 ປີ ວັນຊາດຂອງປະເທດຫວຽດນາມ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ແຮເວິຍ ໄດ້ມີການພົບປະກັບສື່ມວນຊົນ ໃນວັນທີ 28 ສິງຫາ. ທ່ານໄດ້ສົ່ງຄໍາອວຍພອນໄປຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ທ່ານໄດ້ຕີລາຄາສູງ ບັນດາຜົນສໍາເລັດອັນຍິ່ງໃຫຍ່ ທີ່ຫວຽດນາມໄດ້ບັນລຸ. ທ່ານໄດ້ຢືນຢັນ ຄວາມສຳພັນສອງຝ່າຍພວມເຂົ້າສູ່ໄລຍະການພັດທະນາໃໝ່, ຢ່າງເລິກຊຶ້ງ ແລະ ຮອບດ້ານ.

ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ ແລະ ລາວ ແມ່ນຊັບສິນອັນລ້ຳຄ່າຂອງສອງປະເທດ. ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ ແລະ ລາວ ແມ່ນຊັບສິນອັນລ້ຳຄ່າຂອງສອງປະເທດ.

ຍສໝ - ທ່ານ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ລາວ ຢືນຢັນ​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ 2 ກັນຍາ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ຜາ​ສຸກ​ທົ່ວ​ປວງ​ຊົນ​ຂອງ​ປະຊາຊົນ​ລາວ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ