ຫວຽດນາມ-ນິວຊີແລນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

13:22 | 23/09/2025

ຍສໝ - ໃນລະຫວ່າງວັນທີ 22-25 ກັນຍາ, ທ່ານ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ໄປຢ້ຽມຢາມນິວຊີແລນ-ການຢ້ຽມຢາມຂັ້ນສູງຄັ້ງທໍາອິດ ພາຍຫຼັງທີ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງກາລະໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ.

ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ
ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ

ນັບແຕ່ເມື່ອການພົວພັນລະຫວ່າງຫວຽດນາມ ແລະນິວຊີແລນ ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນກຸມພາ 2025, ສອງປະເທດພວມມານະພະຍາຍາມເພື່ອເຮັດໃຫ້ການພົວພັນສອງຝ່າຍໃນຂອບເຂດໃໝ່ເລິກເຊິ່ງຂຶ້ນກວ່າເກົ່າ. ໃນສະພາບການດັ່ງກ່າວນີ້, ທ່ານ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ຈະນໍາໜ້າຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະເຮັດວຽກຢູ່ນິວຊີແລນ ໃນລະຫວ່າງວັນທີ 22-25 ກັນຍາ 2025.

ເນື່ອງໃນໂອກາດນີ້, ນັກຂ່າວສະຖານີວິທະຍຸກະຈາຍສຽງຫວຽດນາມ ໄດ້ສຳພາດທ່ານ ຟານມີງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ນິວຊີແລນ ກ່ຽວກັບການຢ້ຽມຢາມຄັ້ງນີ້.

ຫວຽດນາມ-ນິວຊີແລນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ທ່ານ ຟານມີງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ:ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະເຮັດວຽກ ຢູ່ນິວຊີແລນ ຂອງຄະນະຜູ້ແທນຂັ້ນສູງ ໂດຍທ່ານ ຫງວຽນຈ້ອງເຫງ້ຍ ນຳໜ້າ?

ທ່ານ ຟານມີງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ນິວຊີແລນ: ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ຈະນໍາໜ້າຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະເຮັດວຽກຢູ່ນິວຊີແລນ ໃນລະຫວ່າງວັນທີ 22-25 ກັນຍາ 2025. ການຢ້ຽມຢາມມີຄວາມໝາຍສໍາຄັນຍິ່ງ.

ນີ້ແມ່ນການຢ້ຽມຢາມນິວຊີແລນ ຄັ້ງທຳອິດຂອງການນຳຂັ້ນກໍາມະການກົມການເມືອງຂອງຫວຽດນາມ ພາຍຫຼັງສອງປະເທດໄດ້ເຫັນດີຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ກຸມພາ 2025, ກໍ່ຄື ໄດ້ດຳເນີນໄປພາຍຫຼັງທີ່ທ່ານ Gerry Brownlee ປະທານສະພາແຫ່ງຊາດນິວຊີແລນ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງຈົບງາມ ໃນທ້າຍເດືອນສິງຫາ ຜ່ານມາ.

ການຢ້ຽມຢາມໄດ້ດໍາເນີນກົງກັບໂອກາດທີ່ຫວຽດນາມ ແລະນິວຊີແລນ ພວມຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975-2025) ໃນຕະຫຼອດປີ 2025. ພ້ອມກັນນັ້ນ, ການຢ້ຽມຢາມກໍ່ດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງສອງປະເທດພວມສືບຕໍ່ພັດທະນາຢ່າງແຂງແຮງ ແລະຮອບດ້ານໃນທຸກຂົງເຂດຮ່ວມມື, ໂດຍອີງໃສ່ພື້ນຖານອັນໝັ້ນແກ່ນຂອງ 50 ປີແຫ່ງການພົວພັນ, ພ້ອມກັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະຄວາມເຊື່ອໝັ້ນຍຸດທະສາດລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ.

ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ໂດຍທ່ານ ຫງວຽນຈ້ອງເຫງ້ຍ ນໍາໜ້າໄດ້ຮັບການຖືເປັນສໍາຄັນ, ສົມທົບ, ກະກຽມຢ່າງຮອບຄອບຈາກທັງຫວຽດນາມ ແລະນິວຊີແລນ. ຝ່າຍນິວຊີແລນ ໄດ້ເນັ້ນໜັກເຖິງການຖືເປັນສໍາຄັນຂອງການຢ້ຽມຢາມ, ສະຫງວນການຕ້ອນຮັບທ່ານ ຫງວຽນຈ້ອງເຫງ້ຍ ແລະຄະນະໃນນາມທີ່ເປັນແຂກຖືກເຊີນຂອງລັດຖະບານນິວຊີແລນ ຢ່າງສົມກຽດ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ບັນດາການເຄື່ອນໄຫວທີ່ເປັນໜ້າເອົາໃຈໃສ່ຂອງຄະນະໃນການຢ້ຽມຢາມນິວຊີແລນ, ພ້ອມທັງການຕັ້ງຄວາມຫວັງຂອງທ່ານເອກອັກຄະລັດຖະທູດ ມີຄືແນວໃດຕໍ່ການຢ້ຽມຢາມຄັ້ງນີ້?

ທ່ານ ຟານມີງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ນິວຊີແລນ: ໃນຂອບເຂດການຢ້ຽມຢາມ, ຄາດວ່າ, ທ່ານ ຫງວຽນຈ້ອງເຫງ້ຍ ພ້ອມດ້ວຍຄະນະປະຕິບັດງານ ຈະເຂົ້າຢ້ຽມຂໍ່ານັບທ່ານປະທານສະພາແຫ່ງຊາດນິວຊີແລນ, ພົບປະ ແລະເຮັດວຽກກັບບັນດາລັດຖະມົນຕີຮັບຜິດຊອບການສຶກສາຂັ້ນມະຫາວິທະຍາໄລ, ການປ່ຽນແປງຂອງດິນຟ້າອາກາດຂອງນິວຊີແລນ, ເຮັດວຽກກັບຄະນະການນຳມະຫາວິທະຍາໄລ Victoria Wellington ແລະມະຫາວິທະຍາໄລເຕັກໂນໂລຢີ Auckland…

ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ແທດຈິງຄືແນວນັ້ນ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະເພີ່ມກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ-ນິວຊີແລນ ຕື່ມອີກເພື່ອສືບຕໍ່ພັດທະນາຢ່າງແຂງແຮງ, ຕັ້ງໜ້າ ແລະຮອບດ້ານ, ຜ່ານນັ້ນເພີ່ມທະວີການຮ່ວມມືດ້ານການເມືອງ ຜ່ານການແລກປ່ຽນຂັ້ນສູງເປັນປະຈຳໃນຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ຮັບການສ້າງຕັ້ງຢ່າງມີປະສິດທິຜົນ. ໃນຂອບເຂດໃໝ່ນີ້, ສອງປະເທດຈະຕັ້ງໜ້າສົມທົບກັນ, ໝູນໃຊ້ຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນເພື່ອສ້າງບາດກ້າວບຸກທະລຸໃນຂົງເຂດການຮ່ວມມື, ນຳຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ.

ນັກຂ່າວ: ໜຶ່ງໃນບັນດາເສົາຄໍ້າຂອງການຮ່ວມມື ຫວຽດນາມ-ນິວຊີແລນ ແມ່ນການສຶກສາ ແລະບຳລຸງສ້າງ. ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບແງ່ຫວັງເພື່ອຊຸກຍູ້ການຮ່ວມມືໃນຂົງເຂດນີ້ຜ່ານການຢ້ຽມຢາມ?

ທ່ານ ຟານມີງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ນິວຊີແລນ: ໃນຫຼາຍປີຜ່ານມາ, ການສຶກສາ ແລະບຳລຸງສ້າງຍາມໃດກໍ່ແມ່ນຈຸດພົ້ນເດັ່ນໃນການຮ່ວມມືລະຫວ່າງຫວຽດນາມ ແລະນິວຊີແລນ. ທຶນການສຶກສາຂອງລັດຖະບານນິວຊີແລນ ນັບຮ້ອຍທຶນໄດ້ມອບໃຫ້ນັກສຶກສາ, ນັກຮຽນຫວຽດນາມ. ພະນັກງານ, ລັດຖະກອນຂອງຫວຽດນາມ ຫຼາຍຮ້ອຍຄົນໄດ້ຮັບການບໍາລຸງສ້າງພາສາອັງກິດ ແລະວິຊາສະເພາະ ຢູ່ນິວຊີແລນ ນັບແຕ່ປີ 1992 ຈົນມາຮອດດຽວນີ້ ແລະໄດ້ກັບຄືນມາປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ.

ໃນຂອບເຂດການຢ້ຽມຢາມ, ຄາດວ່າ, ທ່ານ ຫງວຽນຈ້ອງເຫງ້ຍ ແລະຄະນະປະຕິບັດງານຈະເຮັດວຽກກັບລັດຖະມົນຕີຮັບຜິດຊອບການສຶກສາຂັ້ນມະຫາວິທະຍາໄລນິວຊີແລນ ແລະຄະນະການນຳບາງສູນການສຶກສາ, ບໍາລຸງສ້າງທີ່ມີຊື່ສຽງ, ຄື: ມະຫາວິທະຍາໄລ Victoria Wellington, ມະຫາວິທະຍາໄລເຕັກໂນໂລຢີ Auckland… ຄຽງຂ້າງນັ້ນ, ທ່ານ ຫງວຽນຈ້ອງເຫງ້ຍ ຍັງຈະມີການພົບປະ, ລະດົມກໍາລັງໃຈບັນດາພະນັກງານ, ນັກຮຽນຫວຽດນາມ ທີ່ພວມຮໍ່າຮຽນ, ບໍາລຸງສ້າງຢູ່ມະຫາວິທະຍາໄລ Victoria Wellington, ເຊິ່ງແມ່ນໂຮງຮຽນທີ່ມີນັກສຶກສາຫວຽດນາມ ມາຮຽນຫຼາຍກວ່າໝູ່ໃນບັນດາມະຫາວິທະຍາໄລທີ່ຢູ່ນິວຊີແລນ.

ບັນດາການເຄື່ອນໄຫວທີ່ແທດຈິງ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືສອງຝ່າຍກ່ຽວກັບການສຶກສາ ແລະບຳລຸງສ້າງໃຫ້ເຂົ້າສູ່ລວງເລິກ ແລະມີປະສິດທິຜົນກວ່າອີກ, ໂດຍຜ່ານຫຼາຍໂຄງການຮ່ວມມືຫຼາຍຮູບຫຼາຍແບບກ່ຽວກັບການຮ່ວມສຳພັນໃນການບໍາລຸງສ້າງ, ໜູນຊ່ວຍຍົກສູງກຳລັງຄວາມສາມາດ, ການແລກປ່ຽນດ້ານວິຊາສະເພາະ, ວິຊາການດ້ານການສຶກສາ, ແບ່ງປັນບົດຮຽນ, ມີທຶນການສຶກສາຫຼາຍຮູບແບບທີ່ຈັບອົກຈັບໃຈ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມຜັນຂະຫຍາຍມະຕິເລກທີ 71-NQ/TW ລົງວັນທີ 22 ສິງຫາ 2025 ກ່ຽວກັບການບຸກທະລຸການພັດທະນາການສຶກສາ ແລະບຳລຸງສ້າງ ພ້ອມກັບໂຄງການດໍາເນີນງານຂອງລັດຖະບານເພື່ອປະຕິບັດມະຕິສະບັບນີ້ໃຫ້ມີປະສິດທິຜົນ.

ນັກຂ່າວ: ຂໍຂອບໃຈທ່ານ!

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ

ທ່ານ Nanaia Mahuta, ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1

ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ

ນີ້ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເຖິງ ນິວຊີແລນ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ