ຍສໝ - ປີ 2018, ໃນຖານະບົດບາດເປັນປະທານຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV), ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດ CLMV ຄັ້ງທີ 8 ສຳເລັດຜົນດ້ວຍການເຫັນດີເປັນເອກະພາບມອບໃຫ້ບັນດາລັດຖະມົນຕີເສດຖະກິດສົມທົບກັບຄະນະເລຂາອາຊຽນ ແລະໜ່ວຍທີ່ປຶກສາສ້າງກອບພັດທະນາ CLMV ແລະລາຍງານຕໍ່ການນໍາຂັ້ນສູງ ເພື່ອອະນຸມັດຜ່ານ. ນີ້ແມ່ນເອກະສານມີລັກສະນະກໍານົດທິດທາງຍຸດທະສາດກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດ CLMV, ເປັນຄັ້ງທຳອິດທີ່ໄດ້ຮັບການສ້າງຕັ້ງນັບແຕ່ມີກົນໄກຮ່ວມມື CLMV.
ຍສໝ - ວັນທີ 2 ພະຈິກ, ຢູ່ນະຄອນ ຟ່ານທຽດ (ບິ່ງທ້ວນ), ຄະນະຜູ້ແທນທີ່ເຂົ້າຮ່ວມໂຄງການເດີນທາງຄອບຄົວຊາວຫວຽດນາມ ແລະ ນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຫໍພິພິທະພັນ ໂຮ່ຈີມິນ - ສາຂາ ບິ່ງທ້ວນ.
ຍສໝ - ປະເທດໄທກຳລັງເຊື່ອມຕໍ່ທາງລົດໄຟແຫ່ງຊາດກັບຕາໜ່າງທາງລົດໄຟລາວ-ຈີນ ເພື່ອສົ່ງເສີມການຄ້າລະຫວ່າງສາມປະເທດ ໂດຍຄາດວ່າໄທຈະເປັນສູນກາງທາງດ້ານການຂົນສົ່ງຂອງພາກພື້ນ.
ຍສໝ -
ພາຍຫຼັງ 6 ປີແຫ່ງການເຄື່ອນໄຫວຢູ່ເທິງຍອດພູທີ່ອັນຕະລາຍ, ສະພາບອາກາດທີ່ຮ້າຍແຮງ, ດ້ວຍຄວາມຕັດສິນໃຈ ແລະຈິດໃຈສະໜັບສະໜູນເຊິ່ງກັນ ແລະກັນ, ກຳລັງຂີດເສັ້ນ, ປັກຫຼັກໝາຍຊາຍແດນຂອງທັງສອງຝ່າຍໄດ້ເຮັດສຳເລັດໜ້າທີ່. ລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງສຳເລັດ 202 ຫຼັກ/ 2.067 ກິໂລເມັດ
ຍສໝ - ຕອນບ່າຍວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2. ບັນດາຄໍາຄິດເຫັນທີ່ກອງປະຊຸມຕີລາຄາສູງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ໄດ້ຈັດຂຶ້ນດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະມີຄວາມໝາຍ. ຈຸດພົ້ນເດັ່ນຂອງງານພົບປະຄັ້ງນີ້ ນັ້ນແມ່ນເປັນຄັ້ງທຳອິດທີ່ສອງຝ່າຍໄດ້ສົມທົບກັນຈັດຕັ້ງການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມຂອງກອງທັບສອງປະເທດດ້ວຍຫົວຂໍ້ວ່າ “ຄວາມເຊື່ອໝັ້ນທີ່ບໍລິສຸດຢ່າງສະເໝີຕົ້ນສະເໝີປາຍ” ດ້ວຍຮູບການໂອ້ລົມສົນທະນາ ແລະໄດ້ຮັບການຖ່າຍທອດສົດທາງໂທລະພາບ.
ຍສໝ - ກ້າວຂຶ້ນສູ່ເວທີຂອງລາຍການ “ພົບປະແລກປ່ຽນວຽກງານການເມືອງ ແລະ ນາຍທະຫານຫນຸ່ມຂອງກອງທັບສອງປະເທດ ຫວຽດນາມ - ລາວ: ຄວາມເຊື່ອໝັ້ນທີ່ຊື່ສັດຈິງໃຈ” ໃນເດືອນຕຸລາ ປີ 2024 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ, ນາງ ຕຸ່ນແພງ ຄຳສີ, ນັກຮຽນຊັ້ນ ມ6 ຂອງໂຮງຮຽນມັດທະຍົມປາຍ ກຸ່ມສີບຸນເຮືອງ, ເມືອງ ສົບເບົາ, ແຂວງຫົວພັນ (ລາວ) ຍິ້ມແຍ້ມ ເມື່ອໄດ້ພົບປະກັບທະຫານປ້ອງກັນຊາຍແດນຫວຽດນາມອີກ.
ຍສໝ - ໃນຊຸມປີຜ່ານມາ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະລາວ ນັບມື້ນັບດີຂຶ້ນ ແລະເຕີບໂຕຢ່າງແຂງແຮງ.3
ຍສໝ - ນີ້ແມ່ນໜ້າທີ່ຈຸດສຸມໜຶ່ງຂອງໂຮງຮຽນມິດຕະພາບ T78 ໃນສົກຮຽນ 2024-2025 ທີ່ທ່ານ ເລຟູຖັງ, ອຳນວຍການໂຮງຮຽນມິດຕະພາບ T78 ໃຫ້ຮູ້ໃນພິທີເປີດສົກຮຽນໃໝ່ ໃນວັນທີ 29 ຕຸລານີ້.
ຍສໝ - ລະບົບຊົນລະປະທານເມືອງໜອງບົກ ເປີດນໍາໃຊ້ຢ່າງເປັນທາງການ ແລະ ມອບ-ຮັບ ເດືອນຕຸລາ 2024, ໂຄງການມີເງິນລົງທຶນທັງໝົດກວ່າ 290 ຕື້ດົ່ງ.
ຍສໝ - ນີ້ແມ່ນເນື້ອໃນພິເສດນອນໃນຂອບເຂດ “ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ໂດຍກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ສົມທົບກັນຈັດຕັ້ງ.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ຕອນບ່າຍວັນທີ 28 ຕຸລາ, ຢູ່ກອງພັນການຝຶກອົບຮົມ-ເຄື່ອນທີ່ (ຕາແສງ ເຮືອງເຖາະ), ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມວິຊາສະເພາະປ້ອງກັນຊາຍແດນໃຫ້ພະນັກງານກອງບັນຊາການທະຫານແຂວງ ສາລະວັນ - ລາວ. ທ່ານພັນໂທ ເຈີ່ນມິງຕວານ, ກໍາມະການຄະນະປະຈໍາ - ຮອງຫົວໜ້າຜູ້ບັນຊາການ, ທັງເປັນຫົວໜ້າເສນາທິການທະຫານປ້ອງກັນຊາຍແດນແຂວງ ເຂົ້າຮ່ວມ ແລະ ຊີ້ນໍາພິທີ.
ຍສໝ - ສະຫາຍ ນາງ ດິງທິຮົ່ງມິງ, ຮອງເລຂາພັກແຂວງ ໄດ້ຕ້ອນຮັບຄະນະປະຕິບັດງານຂອງຄະນະກຳມະການແນວລາວສ້າງຊາດ ແຂວງ ເຊກອງ ໄປຢ້ຽມຂ່ຳນັບການນຳແຂວງ.
ຍສໝ - ຕອນບ່າຍວັນທີ 27 ຕຸລາ, ຢູ່ສຳນັກງານຄະນະຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງ ຢາລາຍ ໄດ້ຕ້ອນຮັບຄະນະຜູ້ແທນແຂວງ ສາລະວັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ).
ຍສໝ - ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດຳເນີນການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ, ຫາຍເຢືອງ ແລະ ແທັງຮ໋ວາ ໄດ້ຈັດຕັ້ງການພົບປະທົບທວນຄືນມູນເຊື້ອທີ່ຢູ່ຄຽງບ່າຄຽງໄຫຼ່ຊາວ ລາວ ໃນການຕໍ່ສູ້ປົກປັກຮັກສາເອກະລາດ.
ຍສໝ - ຕ້ອງຢັ້ງຢືນວ່າ ປະຫວັດສາດຕິດພັນກັນສະໜິດແໜ້ນອັນຍາວນານ ແລະມູນເຊື້ອສາມັກຄີຊ່ວຍເຫຼືອ, ອຸ້ມຊູ້ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງຊາດພວກເຮົາບໍ່ແມ່ນຍ້ອນຄວາມປາດຖະໜາຢຢາກພາວະວິໄສຂອງຝ່າຍໃດຝ່າຍໜຶ່ງ ເຊິ່ງເລີ່ມຈາກຕົວຈິງວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຕິດພັນກັນສະໜິດແໜ້ນ, ພູຜາປ່າດົງແມ່ນ້ຳລຳເຊຫຼາຍສາຍຕິດຈອດກັນ, ອີງຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ຮ່ວມກິນນ້ຳແມ່ນ້ຳຂອງ, ມີຫຼາຍຈຸດຄ້າຍຄືກັນດ້ານປະຫວັດສາດ, ເສດຖະກິດ, ວັດທະນະທຳ, ປະຊາຊົນສອງປະເທດອົງອາດກ້າແກ່ນຕ້ານສັດຕູຜູ້ຮຸກຮານ, ເຕັມໄປດ້ວຍຄວາມເມດຕາ, ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ ແລະຄວາມມຸ່ງມາດປາດຖະໜາອັນຊອບທຳກ່ຽວກັບສັນຕິພາບ, ພັດທະນາ.
ຍສໝ - ປະຫວັດສາດຂອງການພົວພັນສາກົນມີການພົວພັນຮ່ວມມື, ເປັນພັນທະມິດ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອຄວາມຄົງຕົວ ແລະຂະຫຍາຍຕົວຂອງປະເທດຕົນໃນດ້ານຕ່າງໆເປັນຕົ້ນດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ, ການຄ້າ, ການລົງທຶນ ແລະວັດທະນະທຳສັງຄົມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງຢູ່ໃນໂລກ ຊຶ່ງເປັນກົດເກນແຫ່ງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະລວງກວ້າງ.
ຍສໝ - ວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ, ຈັດຕັ້ງການສຳມະນາວິທະຍາສາດດ້ວຍຫົວຂໍ້: “ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ - ຄວາມໝາຍປະຫວັດສາດ ແລະ ບົດຮຽນປະສົບການ”.
ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ Khurelsukh Ukhna, ປະທານາທິບໍດີ ມົງໂກລີ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ແລະ ຄະນະຜູ້ແທນ ໄດ້ມີການຢ້ຽມຢາມທາງລັດຖະກິດຢູ່ ມົງໂກລີ ນັບແຕ່ວັນທີ 11 – 12 ມິຖຸນານີ້ ເພື່ອຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ.