ໄປປະເທດລາວ, 'ຊ້າລົງ' ເພື່ອ...ຮັກ!

23:36 | 11/02/2025

ຍສໝ - ຂ້າພະເຈົ້າເຄີຍເຮັດກາເຟເຮ່ຍໃສ່ເສື້ອຂອງຜູ້ຊາຍເຖົ້າຄົນລາວ. ຂ້າ​ພະ​ເຈົ້າໄດ້​ເຫັນ​​ພຽງ​ແຕ່​ຮອຍ​ຍິ້ມ​ທີ່​ອ່ອນ​ໂຍນ​: 'ບໍ່ເປັນຫຍັງ​'. ສາມຄຳນີ້ 'ບໍ່ເປັນຫຍັງ' ເປັນກຸນແຈເປີດປະຕູສູ່ວັດທະນະທຳ ລາວ - ເຊິ່ງເປັນບ່ອນທີ່ບໍ່ຮີບບໍ່ຮ້ອນ (ຫຼືມີຄວາມໂອບອ້ອມອາລີ) ບໍ່ແມ່ນອຸປະນິໄສ, ແຕ່ເປັນຈັງຫວະຫາຍໃຈທີ່ເປັນທຳມະຊາດຂອງດິນຟ້າ.

ການ​ລາດ​ຕະ​ເວນ​ສອງ​ປະ​ເທດ ເພື່ອ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ຫວຽດ​ນາມ - ລາວ
ຫວຽດ​ນາມ ພ້​ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ສະ​ຖຽນ​ລ​ະ​ພາບ ແລະ ສັນ​ຕິ​ພາບ​ໃນ​ໂລກ
ໄປປະເທດລາວ, 'ຊ້າລົງ' ເພື່ອ...ຮັກ!

ທ່ານ ປອ ຈິ້ງເລແອັງ ຢືນຈຶ້ງ​ຢູ່​ໃນພື້ນທີ່ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ລາວ. (ພາບ: TGCC)

ຄົນເຮົາປຽບທຽບອາຊີຕາເວັນອອກສຽງໃຕ້ເປັນຮູບພາບທີ່ມີຫຼາກຫຼາຍສີສັນ: ປະເທດ ໄທ ແມ່ນຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍແສງສີເວທີການສະແດງ, ຫວຽດນາມ ຫົວຂິດຫົວໄຖກັບຈັງຫວະພາຫະນະ, ສ່ວນປະເທດ ລາວ ແມ່ນຄ້າຍຄືບົດດົນຕີທຳມະທີ່ງຽບສະຫງົບ. ມາທີ່ນີ້, ພວກເຈົ້າບໍ່ພຽງແຕ່ໄປທ່ອງທ່ຽວ, ຫາກຍັງ"ດໍາລົງຊີວິດ" ໄປພ້ອມກັບເວລາ. ໂມງຫຼາຍໜ່ວຍຄືຈັ່ງວ່າຢຸດໝູນ ຕໍ່ພາບພະສົງທີ່ນຸ່ງຜ້າເຫຼືອງໄປບິນພະບາດຢູ່ ຫຼວງພະບາງ ທຸກໆຮຸ່ງເຊົ້ົ້າ. ນັກທ່ອງທ່ຽວທີ່ຮີບຮ້ອນທີ່ສຸດກໍ່ຍັງອົດຫາຍໃຈໃຫ້ຄ່ອຍໆ, ຢ້ານວ່າສຽງດັງເຮັດໃຫ້ເສຍຊ່ວງເວລາທີ່ສັກສິດນັ້ນ.

ແມ່ນໍ້າຂອງແມ່ນຈິດວິນຍານຂອງເລື່ອງ “ການດໍາລົງຊີວິດແບບຊ້າໆ”. ຄົນລາວເອີ້ນແມ່ນ້ຳວ່າ ແມ່ນ້ຳຂອງ - ແມ່ຂອງບັນດາກະແສນ້ຳ. ເຂົາເຈົ້າປ່ອຍຕົວໄປຕາມ “ແມ່”, ເພື່ອໃຫ້ເຮືອເຮັດດ້ວຍໄມ້ລ່ອງລອຍເຄວ້ງຄວ້ງທ່າມກາງນ້ຳຄ້າງຂອງວັງວຽງ, ເພື່ອໃຫ້ຍາມສາຍັນຍ້ອມໜ້ານ້ຳເປັນສີມ່ວງ ກາຍເປັນເໝືອນເຫຼົ້າແວງຂອງດິນຟ້າ.

ຢ່າງໃດກໍຕາມ, ຢ່າຄິດຜິດວ່າ "ຊ້າໆ" ມີຄວາມໝາຍຄືກັນກັບ ຊັກຊ້າ. ຢູ່ແຂວງ ສະຫວັນນະເຂດ - ເປັນເມືອງເກົ່າແກ່ທີ່ຄົດຕົວລຽບຕາມແມ່ນໍ້າຂອງ, ເວລາເບິ່ງຄືວ່າຖືກອັດໄວ້ໃນເຮືອນຂອງຝຣັ່ງ ທີ່ມີອາຍຸ 100 ປີ. ເມື່ອຊາວ ຝຣັ່ງ ໄດ້ນໍາ baguettes ແລະ ສະຖາປັດຕະຍະກໍາ Baroque ມາ, ແລະແລ້ວເພື່ອໃຫ້ເວລາໄດ້ປ່ຽນພວກມັນກາຍເປັນມໍລະດົກປະສົມທີ່ເຕັມໄປດ້ວຍຄວາມຫຼົງໄຫຼ. ຄົນລາວບໍ່ປະຖິ້ມອະດີດໄວ້ເບື້ອງຫຼັງ ເພື່ອເລີ່ມຕົ້ນໃໝ່, ເຂົາເຈົ້າໃຫ້ປະຫວັດສາດເວົ້າດ້ວຍຕົວມັນເອງ ຜ່ານຮອຍແຕກໃນຝາໄຄຫີນ ແລະ ຜ່ານກິ່ນຫອມຂອງກາເຟໃນຮ້ານນ້ອຍໆແຄມທາງ.

ທົ່ງໄຫຫິນ - ຄວາມລຶກລັບທາງຂອງບູຮານຄະດີທີ່ເຮັດໃຫ້ວົງການຄົ້ນຄວ້າເຈັບຫົວ ພັດເປັນສິ່ງພິສູດໃຫ້​ຄວາມອົດທົນ. ໄຫຫີນໃຫຍ່ໂຕນັບພັນໄຫນອນກະແຈກກະຈາຍຢູ່ທົ່ວພູພຽງ ຊຽງຂວາງ, ງຽບສະຫງົບຢູ່ທ່າມກາງຕົ້ນໄມ້ໃບຫຍ້າ. ຄວາມລຶກລັບທີ່ບໍ່ຕ້ອງການຄໍາຕອບ, ມັນຄົງຕົວຄືເປັນຂອງຂວັນໃຫ້ຈິນຕະນາການ.

ວັດທະນະທໍາ ລາວ ແມ່ນສິລະປະຂອງການຊອກຫາຄວາມສຸກໃນສິ່ງທີ່ງ່າຍດາຍ. ມີສິ່ງທີ່ຄືວ່າຜິດແຕ່ບໍ່ຜິດທີ່ຫນ້າສົນໃຈລະຫວ່າງໂລກທີ່ຍົກສູງຄວາມໄວ, ແຕ່ປະເທດ ລາວ "ເດີມພັນ" ເຂົ້າໃນຄວາມຊ້າ. ສິ່ງນີ້ບໍ່ໄດ້ເລີ່ມຕົ້ນຈາກຄວາມຂີ້ຄ້ານຄືບາງມຸມມອງ, ແຕ່ຫາກຍັງມາຈາກປັດຊະຍາທາງພຸດທະສາສະໜາທີ່ເຂັ້ມຂຸ້ນໃນແຕ່ລະລົມຫາຍໃຈວ່າ: ຄວາມສຸກບໍ່ແມ່ນຈຸດໝາຍປາຍທາງ, ຫາກຍັງເປັນວິທີທີ່ເຮົາກ້າວເດີນ.

ເມື່ອຍາມສາຍັນຢູ່ຂົວມິດຕະພາບ, ຂ້າພະເຈົ້າໄດ້ພົບກັບນັກຖ່າຍຮູບຊາວຝຣັ່ງ. ລາວເວົ້າວ່າ "ຂ້າພະເຈົ້າມາລາວເພື່ອຄົ້ນຫາສິ່ງທີ່ເອີຣົບ ໄດ້ສູນເສຍ - ຄວາມເມດຕາຂອງການເວລາ". ຖືກຕ້ອງແລ້ວ, ໃນປະເທດນີ້, ຄົນເຮົາບໍ່ຕ້ອງລຽນແຖວຢູ່ຕໍ່ໜ້າຮ້ານ iPhone ໃໝ່, ແຕ່ລຽນແຖວເພື່ອຖວາຍດອກໄມ້ບູຊາພະພຸດທະເຈົ້າ. ເຂົາເຈົ້າບໍ່ຫ້າວຫັນທີ່ຈະເຊັກອິນສໍາລັບ "ຊີວິດສະເໝືອນ", ແຕ່ພ້ອມແລ້ວທີ່ຈະນັ່ງຫມົດມື້ຢູ່ແຄມແມ່ນ້ໍາ, ເບິ່ງເດັກນ້ອຍອາບນ້ໍາຝົນ.

ໃນຖ້ຽວບິນທີ່ອອກຈາກ ນະຄອນຫຼວງ ວຽງຈັນ, ຂ້າພະເຈົ້າຄິດອອກວ່າ ພຣະສົງອົງໜຶ່ງໄດ້ຕອບຄຳຖາມວ່າ ເປັນຫຍັງຄົນລາວຈຶ່ງ “enjoy the unhurry” (ຊົມໃຊ້ຄວາມບໍ່ຟ້າວຟັ່ງ): “ພວກເຮົາບໍ່ຢ້ານຄວາມຊ້າ, ເພາະວ່າຕາເວັນຍັງຂຶ້ນເປັນປະຈຳທຸກໆມື້.” ປະເທດລາວ ສອນເຮົາບົດຮຽນກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ - ເຊື່ອໝັ້ນວ່າ ຈັກກະວານເຄື່ອນໄຫວຢ່າງສົມບູນແບບ, ເຊື່ອວ່າ ທຸກບາດກ້າວທີ່ຊ້າໆ ລ້ວນແຕ່ມີຄວາມໝາຍຂອງມັນເອງ. ບາງຄັ້ງ, ມະນຸດຕ້ອງຫຼົງທາງເພື່ອຊອກຫາຕົວເອງ, ຕ້ອງມິດງຽບເພື່ອໄດ້ຍິນສຽງກະຊິບຂອງຫົວໃຈ. ບາງທີ, ນັ້ນແມ່ນຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດຈາກແຜ່ນດິນລ້ານຊ້າງ - ບ່ອນທີ່ເວລາບໍ່ຢຸດພັກ, ພຽງແຕ່ງຽບສະຫງັດຝັງໄວ້ ...

ເຮືອບິນໄດ້ລົງຈອດຢູ່ ໂນ້ຍບ່າຍ, ຈະບໍ່ໄດ້ຍິນຄຳເວົ້າ ລາວ ຢ່າງ ເຊື່ອຍຊ້າ “ບໍ່ເປັນຫຍັງ”, ແຕ່ຂ້າພະເຈົ້າໄດ້ຮຽນຮູ້ວີທີທີ່ຈະປ່ອຍເອງ ເພື່ອເຊື່ອມຕົວເຂົ້າກັບລົມຫາຍໃຈຂອງດິນຟ້າ, ເຊິ່ງຂ້າພະເຈົ້າເອີ້ນເອງວ່າ “the unhurry” - ສະພາບທີ່ບໍ່ຟ້າວຟັ່ງ.

Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ

Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ

ຍ​ສ​ໝ - ການ​ດຳ​ລົງ​ຊີ​ວິດ​ທີ່​ຄຶກ​ຄື້ນ​ມ່ວ​ນ​ຊືນ ແລະ ມີ​ຈຸດ​ໃໝ່​ອ່ຽມຫຼາຍ​ຢ່າງ​ຂອງ​ຄອບ​ຄົວໜຸ່ມ ຜົວ​ຊາວ​ຫວຽດ​ນາມ - ເມຍ​ຊາວ​ຢູ​ແກຼນ ເຊິ່ງແມ່ນ​ທ້າວ ຟານ​ຫວູ​ເຊີນ ແລະ ນາງ Sophia ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊື່​ສັງ​ຄົມ​ອອນ​ໄລ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ບັນ​ດາ​ຄຼິ​ບ​ວີ​ດີ​ໂອ ຖ່າຍ​ເອງ, Sophia ຍັງ​ມີ​ຄວາມ​ກະ​ຕື້​ລືລົ້ນ​ເມື່ອ​ເລົ່າ​ເລື່ອງ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​​ກັບ ຜົວ ແລະ ລູກ​ສາວ Alisa ຂອງ​ຕົນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ເພື່ອ​ມີ​ຄວາມ​ຜາ​ສຸກ​ຄື​ໃນ​ປັດ​ຈຸ​ບັນ, ລູກ​ໄພ້ ...

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

ວັນທີ 22 ທັນວາ ແມ່ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 78 ປີ (22/12/1944 – 22/12/2022) ແລະ ວັນມູນເຊື້ອທົ່ວປວງຊົນປ້ອງກັນຊາດ ຄົບຮອບ 33 ປີ (22/12/1989 – 22/12/2022). ໂດຍໄດ້ເລີ່ມມາຈາກກອງທະຫານທຳອິດທີ່ເຄື່ອນໄຫວໃນຂະບວນການປະຕິວັດຂອງພັກຄອມມູນິດ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ລ້ຳເລີດຫຼາຍຢ່າງ ແລະ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ
ເຫດການ