ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມໃຫຍ່ບານເຕະຊາວ ຫວຽດນາມ ຢູ່ເຂດ Kanto ປີ 2024 ໄດ້ເປີດຢ່າງເປັນທາງການຢູ່ສະໜາມກິລາ Redsland, ແຂວງ Saitama (ຍີ່ປຸ່ນ). ເຫດການຄັ້ງນີ້ ມີການເຂົ້າຮ່ວມຂອງ 76 ທີມ, ໂດຍໄດ້ຮັບການຄັດເລືອກຈາກເກືອບ 100 ທີມບານເຕະສະໝັກຫຼິ້ນໃນຂົງເຂດ.
ຍສໝ - ທີ່ກອງປະຊຸມຂອງສະພານິຕິບັນຍັດ ຮົງກົງ (ຈີນ) ໃນວັນທີ 20 ມີນານີ້, ຫົວໜ້າກົມຮັກສາຄວາມສະຫງົບ ດັ້ງບິ່ງເກື່ອງ ໃຫ້ຮູ້ວ່າ ພາຍຫຼັງ ຮົງກົງ ໄດ້ເປີດວີຊາແຮງງານໃຫ້ຄົນງານທີ່ມີສີມືສູງມາຈາກ ຫວຽດນາມ, ລາວ ແລະ ເນປານ ໃນວັນທີ 25 ຕຸລາ 2023, ໄລ່ຮອດວັນທີ 29 ກຸມພານີ້, ອຳນາດການປົກຄອງເຂດປົກຄອງພິເສດ ໄດ້ຮັບໃບສະໝັກ 132 ສະບັບຈາກ 3 ປະເທດດັ່ງກ່າວ, ໃນນັ້ນ 109 ໃບສະໝັກໄດ້ຮັບການອະນຸມັດ ແລະ ສ່ວນທີ່ຍັງເຫຼືອ ແມ່ນພວມຢູ່ໃນຂະບວນການອະນຸມັດ.
ຍສໝ - ຫວ່າງມໍ່ໆນີ້, ວາລະສານສະພາແຫ່ງຊາດກູບາ ໄດ້ເປີດຕົວຜະລິດຕະພັນສິ່ງພິມພິເສດ “ກູບາ ແລະ ຫວຽດນາມ: ສັນຍາລັກຂອງຄວາມສາມັກຄີອ້າຍນ້ອງ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ກູບາ ຢູ່ຫໍສະພາແຫ່ງຊາດ ກູບາ - Capitolio, ນະຄອນຫຼວງ La Habana.
ຍສໝ - ວັນທີ 14 ມີນານີ້, ຢູ່ສຳນັກງານສູນກາງພັກ, ທ່ານນາງ ເຈື່ອງທິມາຍ ກໍາມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ຍສໝ - ທ່ານ Mariano Winograd, ນັກວິສະວະກອນກະສິກຳ ໃຫ້ຮູ້ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່, ພິເສດແມ່ນໃນຂົງເຂດສະບຽງອາຫານຂອງ ອາກຊັງຕິນ, ພ້ອມກັນນັ້ນ ກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະມີຄວາມພັດທະນາທີ່ສຸດໃນຊຸມປີຈະມາເຖິງ.
ຍສໝ - ຕອນບ່າຍວັນທີ 7 ມີນານີ້, ຢູ່ນະຄອນຫຼວງ Canberra, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ມີການພົບປະກັບບັນດາພະນັກງານ, ລັດຖະກອນບັນດາອົງການຜູ້ຕາງໜ້າ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ອົດສະຕາລີ.
ຍສໝ - ວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ) ຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ ໄດ້ຈັດວາລະປະຊຸມຄົບຄະນະກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ ປີ 2024.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ ແລະຄວາມມານະພະຍາຍາມສູງ, ນາຍທະຫານ 4 ສະຫາຍຈະປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເຊິ່ງພັກ, ລັດ ແລະກອງທັບມອບໝາຍໃຫ້ໄດ້ເປັນຢ່າງດີ.
ຍສໝ - ຕາມກົມທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ), ໃນໄລຍະບຸນປີໃໝ່ປະຈຳຊາດປີ 2024 (ແຕ່ວັນທີ 8 – 14 ກຸມພາ 2024), ອຸດສາຫະກຳການທ່ອງທ່ຽວຂອງປະເທດປາດຖະໜາຢາກຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 10,5 ລ້ານເທື່ອຄົນ (ເພີ່ມຂຶ້ນ 16,6%. ໃນໄລຍະດຽວກັນໃນປີ 2023); ລວມທັງນັກທ່ອງທ່ຽວປະມານ 3,5 ລ້ານຄົນ (ເພີ່ມຂຶ້ນ 75% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023).
ຍສໝ - ແຕ່ງງານກັບແມ່ຍິງຫວຽດນາມ, ນັກຄົ້ນຄ້ວາອັງກິດ Kyril ໄດ້ສະເຫຼີມສະຫຼອງບຸນເຕັດຢູ່ຫວຽດນາມຫຼາຍຄັ້ງ ແລະ ບຸນປີໃໝ່ຫວຽດນາມແມ່ນປະສົບການທີ່ໜ້າສົນໃຈສຳລັບລາວ.
ຍສໝ - ພາຍຫຼັງຊຸມປີທີ່ຜ່ານມາ, ຕ້ອນຮັບປີໃໝ່ກັບຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານ, ການໄປວັດວາອາຮາມໃນຕົ້ນປີແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ໃນໂອກາດບຸນເຕັດ.
ຍສໝ - ເຂົ້າຮ່ວມບັນຍາກາດຟົດຟື້ນມ່ວນຊື່ນເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຢາບທຽນ, ຕອນເຊົ້າວັນທີ 1 ກຸມພານີ້, ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຈັດຕັ້ງລາຍການສະແດງຄວາມມ່ວນຊື່ນຕ້ອນຮັບປີໃໝ່ຕາມປະເພນີ ຫວຽດນາມ 2024
ຍສໝ - ຊົມຖະໜົນຫົນທາງທີ່ເຕັມໄປດ້ວຍສີສັນ, ມ່ວນຊື່ນກັບອາຫານພື້ນເມືອງໃນຍາມບຸນເຕັດ, ຮັບເງິນໂຊກ... ແມ່ນກິດຈະກຳທີ່ເຮັດໃຫ້ໄວໜຸ່ມລາວ ແລະ ກຳພູຊາ ມີຄວາມຕື່ນຕົວໃນບຸນເຕັດ ຫວຽດນາມ.
ຍສໝ - ໃນໂອກາດບຸນກຸດຈີນ 2024, ນະຄອນ ຫາຍຟ່ອງ ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳ ແລະ ກິລາຫຼາຍຢ່າງ, ຕອບສະໜອງຄວາມຕ້ອງການດ້ານການບັນເທິງ ແລະ ພັກຜ່ອນຢ່ອນອາລົມຂອງປະຊາຊົນ.
ໃນບັນຍາກາດຂອງການຢ້ຽມຢາມທີ່ຫວຽດນາມ, ວັນທີ 5 ມັງກອນ 2024, ຄະນະຜູ້ແທນ ສະພາແຫ່ງຊາດລາວ ນໍາໂດຍທ່ານຮອງປະທານ ສະພາແຫ່ງຊາດ ຈະເລີີນ ເຢຍປາວເຮີ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມິດຕະພາບ T78.
ຍສໝ - ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ຣູມານີ ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍາວນານ ແລະ ຍືນຍົງຢູ່ ຫວຽດນາມ
ຍສໝ - ກອງປະຊຸມໄດ້ຮັບຟັງບົດລາຍງານ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບໝາກຜົນກອງປະຊຸມບັນດາອົງການທ່ອງທ່ຽວແຫ່ງຊາດ ອາຊຽນ; ໝາກຜົນການຈັດຕັ້ງປະຕິບັດແຜນການຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ລາຍງານບັນດາບັນຫາທີ່ກ່ຽວຂ້ອງເຖິງອົງການຈັດຕັ້ງສາກົນ, ຄູ່ຮ່ວມມືອື່ນໆ.
ຍສໝ - ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ມັງກອນ, ຢູ່ນະຄອນຫຼວງ Budapest, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຮຸງກາຣີ.
ຍສໝ - ວັນທີ 23 ມັງກອນ, ອົງການໃຫ້ຄຳປຶກສານະໂຍບາຍ Asia House (ອັງກິດ), ໄດ້ປະກາດບົດລາຍງານ “ແງ່ຫວັງປະຈຳປີ 2024”, ໃນນັ້ນ ໄດ້ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດຫວຽດນາມ ມີຄວາມສາມາດບົ່ມຊ້ອນສືບຕໍ່ພັດທະນາຢ່າງກະໂດດຂັ້ນເມື່ອທຽບໃສ່ກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ ໃນປີ 2024.
ຍສໝ - ຕາມບົດລາຍງານສະບັບນີ້, ຂະແໜງການບິນ ຂອງ ຫວຽດນາມ ໄດ້ມີການຟື້ນຟູທີ່ເປັນໜ້າປະທັບໃຈ ພາຍຫຼັງຜ່ອນຜັນຂໍ້ຈຳກັດກ່ຽວກັບການທ່ອງທ່ຽວຍ້ອນພະຍາດໂຄວິດ - 19 ທັງຢູ່ພາຍໃນ ແລະ ຕ່າງປະເທດ.