ລາຍການພົບປະແລກປ່ຽນວັດທະນະທຳ, ບັນດານັກສຶກສາລາວ ແລະ ກຳປູເຈຍ ໄດ້ແບ່ງປັນ ແລະ ເນັ້ນໜັກເຖິງ ເລື່ອງປູ່ຍ່າຕາຍາຍບັນພະບູລຸດຂອງ 3 ປະເທດໄດ້ຄ່ຽງບ່າຄ່ຽງໄຫຼ່, ພ້ອມກັນຕໍ່ສູ້ຍາດເອົາເອກະລາດຂອງຊາດ ແລະ ມາຮອດປັດຈຸບັນ 3 ປະເທດກໍ່ພວມສືບຕໍ່ສາມັກຄີ, ຮ່ວມມືກັນສ້າງສາ, ພັດທະນາແຕ່ລະປະເທດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ. ຍ້ອນແນວນັ້ນ, ໃນປັດຈຸບັນຄົນລຸ້ນປະຈຸບັນ ຂອງ 3 ປະເທດ ເຄົາລົບ ແລະຕັ້ງໃຈປະກອບສ່ວນໄປສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ 3 ປະເທດ ໃຫ້ນັບມື້ນັບແໝ້ນແຟ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດນີ້, ກໍ່ຍັງໄດ້ຈັດລາຍການຄອບຄົວ ຫວຽດນາມ ຮັບອຸປະຖຳນັກຮຽນກຳປູເຈຍ 12 ຄົນ ທີ່ພວມສຶກສາຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ. |
ຄຳຮຸ່ງ